ສູນວັດທະນະທຳຈີນວາງສະແດງຜົນງານການຂຽນຕົວໜັງສື ແລະ ຮູບແຕ້ມຄັ້ງທີ3


ໃນວັນທີ 30 ພະຈິກຜ່ານມານີ້, ສູນວັດທະນະທໍາຈີນປະຈໍາລາວ, ຄະນະບໍລິຫານງານກຸ່ມໂຮງຮຽນສອນ ແລະ ຮຽນພາສາຈີນ, ສະມາຄົມນັກຂຽນຕົວໜັງສືຈີນຂອງລາວ, ສະຖາບັນຂົງຈືມະຫາວິທະຍາໄລແຫ່ງຊາດໄດ້ເປີດ“ງານສະແດງຜົນງານການຂຽນຕົວໜັງສື ແລະ ຮູບແຕ້ມຈີນຄັ້ງທີ3”, ໂດຍມີທ່ານ ສິນເສິນ ທີ່ປຶກສາສະຖານທູດຈີນປະຈໍາລາວ,ທ່ານ ສີຄຸນ ບຸນວິໄລ ເລຂາທິການສະມາຄົມມິດຕະພາບລາວ-ຈີນ, ທ່ານ ບຸນສະໜອງ ສີຫາລາດ ຫົວໜ້າກົມວິຈິດສິນກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ມວນຊົນເຂົ້າຮ່ວມເປັນຈຳນວນຫລາຍ.
ງານດັ່ງກ່າວ, ເພື່ອເປີດໂອກາດໃຫ້ແກ່ຄົນມັກຮັກໃນການຂຽນຕົວໜັງສື ແລະ ຮູບແຕ້ມ, ເຊິ່ງທຸກຄົນສາມາດແລກປ່ຽນບົດຮຽນເຊິ່ງກັນແລະກັນ, ພ້ອມນັ້ນຍັງສະແດງໃຫ້ເຫັນມູນເຊື້ອອັນດີງາມຂອງວັດທະນະທຳຈີນ ແລະ ເສີມຂະຫຍາຍມິດຕະພາບລາວ-ຈີນອີກດ້ວຍ.
ຜົນງານທີ່ນຳມາສະແດງຄັ້ງນີ້ ມີຫລາຍກວ່າ 60 ແຜ່ນ ຈາກສີໄມ້ລາຍມືຂອງຊາວຈີນທີ່ອາໄສຢູ່ລາວ, ຄົນລາວ ແລະ ຊາວຕ່າງຊາດ ຜູ້ທີ່ມັກຮັກໃນການຂຽນອີກຈຳນວນໜຶ່ງ.
ທ່ານທີ່ປຶກສາທູດຈີນປະຈຳລາວກ່າວວ່າ: ການວາງສະແດງຄັ້ງນີ້, ເປັນການເຊື່ອມສານສຳພັນ ແລະ ມິດຕະພາບອັນດີງາມຜ່ານຮູບຕົວອັກສອນ ເພື່ອເຮັດໃຫ້ມິດຕະພາບໄດ້ຮັບການເສີມຂະຫຍາຍ ແລະເຮັດໃຫ້ປີທ່ອງທ່ຽວລາວ-ຈີນປີນີ້ ເຕັມໄປດ້ວຍບັນຍາກາດ ແລະ ກິດຈະກຳທີ່ຫລາກຫລາຍແລະຟົດຟື້ນ.
ພາຍໃນງານ, ບໍລິສັດເອັສທີເອັສຂາອອກ-ຂາເຂົ້າຈໍາກັດຜູ້ດຽວໄດ້ຊື້ຜົນງານຂອງທ່ານ ເຢີ້ຈ້ຽນເຝີ່ງ ຜູ້ອໍານວຍການສະມາຄົມນັກຂຽນຕົວໜັງສືຈີນຂອງລາວ ໃນມູນຄ່າ 18 ລ້ານກີບ ເພື່ອນໍາເງິນຈໍານວນດັ່ງກ່າວໄປມອບໃຫ້ແກ່ໂຮງຮຽນປະຖົມສົມບູນຈີນປາກເຊທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນເດືອນກັນຍາຜ່ານມານີ້.