ລັດຖະບານ​ສິງກະ​ໂປ​ເດີນ​ໜ້າ​ໃຊ້​ກົດໝາຍ​ຕໍ່ຕ້ານ​ຂ່າວ​ປອມ​ກັບ​ຝ່າຍ​ຄ້ານ

- 889 1 - ລັດຖະບານ​ສິງກະ​ໂປ​ເດີນ​ໜ້າ​ໃຊ້​ກົດໝາຍ​ຕໍ່ຕ້ານ​ຂ່າວ​ປອມ​ກັບ​ຝ່າຍ​ຄ້ານ
- kitchen vibe - ລັດຖະບານ​ສິງກະ​ໂປ​ເດີນ​ໜ້າ​ໃຊ້​ກົດໝາຍ​ຕໍ່ຕ້ານ​ຂ່າວ​ປອມ​ກັບ​ຝ່າຍ​ຄ້ານ

       ກະຊວງ​ແຮງ​ງານ ​ແລະ ກະຊວງ​ສຶກສາ​ທິການ​ຂອງ​ສິງກະ​ໂປ​ໃຊ້​ອຳນາດ​ຕາມ​ກົດໝາຍ​ຕໍ່ຕ້ານ​ຂ່າວ​ປອມ ​ໃຫ້​ຝ່າຍ​ຄ້ານ “​ແກ້​ໄຂ​ຂໍ້​ມູນ” ການ​ໂພສອອນ​ລາຍ​ກ່ຽວ​ກັບ​ນະ​ໂຍບາຍ​ຂອງ​ລັດຖະບານ “​ເຊິ່ງບໍ່​ເປັນຄວາມ​ຈິງ”.

     ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ກະຊວງ​ແຮງ​ງານ​ຂອງ​ສິງກະ​ໂປ​ອອກ​ຖະ​ແຫລ​ງການ​ໃນ​ວັນ​ທີ 16 ທັນວາ​ວ່າ: ​ໄດ້​ຮ້ອງ​ຮຽນ​ໄປ​ຫາ​ສູນ​ປະຕິບັດ​ການ​ພາຍ​ໃຕ້​ກົດໝາຍ​ປ້ອງ​ກັນ​ກາຍ​ເຜີຍ​ແຜ່​ຂໍ້​ມູນ​ປອມ ​ແລະ ການ​ແກ້​ໄຂ​ອອນ​ລາຍ​ແຫ່ງ​ຊາດ ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ຂໍ​ໃຫ້​ກວດ​ສອບ​ການ​ໂພສຂໍ້ຄວາມ​ອອນ​ລາຍ​ໃນ​ເວັບ​ໄຊ ​ແລະ ​​ເຟສບຸກຂອງ​ພັກ​ປະຊາທິປະ​ໄຕ​ສິງກະ​ໂປ (SDP) ​ເຊິ່ງ​ເປັນ​ໜຶ່ງ​ໃນ​ພັກ​ການ​ເມືອງ​ຝ່າຍ​ຄ້ານ​ຂອງ​ປະ​ເທດ ທີ່​ລະບຸ​ວ່າ: ມະນຸດ​ເງິນ​ເດືອນ ບໍ່​ວ່າ​ຈະ​ເປັນ​ລະດັບ​ພະນັກງານ, ຜູ້​ບໍລິຫານ ​ແລະ ຜູ້​ຊ່ຽວຊານ​ “ຕົກ​ງານ​ເພີ່ມ​ຂຶ້ນ”.

- Visit Laos Visit SALANA BOUTIQUE HOTEL - ລັດຖະບານ​ສິງກະ​ໂປ​ເດີນ​ໜ້າ​ໃຊ້​ກົດໝາຍ​ຕໍ່ຕ້ານ​ຂ່າວ​ປອມ​ກັບ​ຝ່າຍ​ຄ້ານ

     ທັງ​ນີ້ ກະຊວງ​ແຮງ​ງານ​ໄດ້​ສະ​ແດງ​ຂໍ້​ມູນ​ທາງ​ສະຖິຕິ​ຂັດ​ແຍ່ງ​ວ່າ: ອັດຕາ​ການ​ຈ້າງ​ງານ​ຂອງ​ກຸ່ມ​ແຮງ​ງານ​ດັ່ງກ່າວ​ໃນ​ສິງກະ​ໂປ​ນັ້ນ​ ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ​ນັບ​ແຕ່​ປີ 2015. ຂະນະ​ທີ່ ສູນ​ຕໍ່ຕ້ານ​ຂ່າວ​ປອມ​ຂອງ​ລັດຖະບານ​ສິງກະ​ໂປ​ສັ່ງ​ໃຫ້​ພັກ SDP ຂຶ້ນຄຳ​ເຕືອນບວກ​ກັບ​ການ​ໂພສ​ເລື່ອງ​ນີ້​​ໃນ​ທຸກ​ຊ່ອງ​ທາງ​ຂອງ​ພັກ​ວ່າ​ເປັນ “ຂໍ້​ມູນ​ປອມ” ​ແລະ ​ເພີ່ມ​ລິ້ງ​ໄປ​ຫາ​ເວັບ​ໄຊ​ຂອງ​ກະຊວງ​ແຮງ​ງານ ​ເພື່ອ​ການ​ເຂົ້າ​ເຖິງ “ຂໍ້​ມູນ​ທີ່​ຖືກຕ້ອງ”. ສ່ວນ​ພັກ SDP ອອກ​ຖະ​ແຫລ​ງການ​ໃນ​ເວລາ​ຕໍ່​ມາ​ວ່າ: ​ໄດ້​ປະຕິບັດ​ຕາມ​ຄຳ​ສັ່ງ​ແລ້ວ ​ແຕ່​ຈະ​ມີ​ການ​ຍື່ນ​ອຸທອນ​ໃນ​ພາຍຫລັງ. ຂະນະ​ທີ່ ​ແຫ​ລ່ງຂ່າວ​ໃນ​ກະຊວງ​ແຮງ​ງານ​ເປີດ​ເຜີຍ​ວ່າ: ​ເມື່ອ​ໃດ​ກໍ​ຕາມ​ທີ່​ພັກ SDP ຍື່ນ​ຄຳ​ຮ້ອງ​ເຂົ້າມາ ຈະ​ມີ​ການກວດ​ສອບ “ຢ່າງລະອຽດ”. ນີ້​ຖື​ເປັນຄັ້ງທຳ​ອິດ​ທີ່​ລັດຖະບານ​ສິງກະ​ໂປ​ໃຊ້​ອຳນາດ​ຕາມ​ຄວາມ​ໃນ​ກົດໝາຍ​ຕໍ່ຕ້ານ​ຂ່າວ​ປອມ​ກັບ​ພັກ​ການ​ເມືອງ.

      ນອກຈາກ​ນີ້ ກະຊວງ​ສຶກສາ​ທິການ​ຂອງ​ສິງກະ​ໂປ​ຮ້ອງ​ຮຽນ​ຜ່ານ​ສູນ​ຕໍ່ຕ້ານ​ຂ່າວ​ປອມ​ເຊັ່ນ​ກັນ ຂໍ​ໃຫ້​ມີ​ການ​ອອກ​ຄຳ​ສັ່ງ​ໃຫ້​ທ່ານ ລິ້ມ ທຽນ ໜຶ່ງ​ໃນ​ນັກ​ການ​ເມືອງ​ຝ່າຍ​ຄ້ານ “​ແກ້​ໄຂ” ການ​ໂພສ​ເຟສບຸກຂອງ​ຕົນ​ເອງ ທີ່​ອ້າງ​ວ່າ​ນັກຮຽນ ​ແລະ ນັກ​ສຶກສາ​ຕ່າງປະ​ເທດ​ໄດ້​ຮັບ​ເງິນ​ສະໜັບສະໜູນ​ຈາກ​ລັດຖະບານ​ຫລາຍ​ກວ່າ​ນັກຮຽນ ​ແລະ ນັກ​ສຶກສາ​ຊາວ​ສິງກະ​ໂປ.

- 3 - ລັດຖະບານ​ສິງກະ​ໂປ​ເດີນ​ໜ້າ​ໃຊ້​ກົດໝາຍ​ຕໍ່ຕ້ານ​ຂ່າວ​ປອມ​ກັບ​ຝ່າຍ​ຄ້ານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!