ປກສ ນະຄອນຫລວງວຽງຈັນ ອອກແຈ້ງການຫ້າມຮ້ານບັນເທີງ-ກິນດື່ມ ເປີດບໍລິການເກີນໂມງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ໂດຍເດັດຂາດ

- 887 2 - ປກສ ນະຄອນຫລວງວຽງຈັນ ອອກແຈ້ງການຫ້າມຮ້ານບັນເທີງ-ກິນດື່ມ ເປີດບໍລິການເກີນໂມງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ໂດຍເດັດຂາດ
- kitchen vibe - ປກສ ນະຄອນຫລວງວຽງຈັນ ອອກແຈ້ງການຫ້າມຮ້ານບັນເທີງ-ກິນດື່ມ ເປີດບໍລິການເກີນໂມງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ໂດຍເດັດຂາດ

    ໃນວັນທີ 13 ທັນວາ ນີ້, ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການໃຫ້ເຈົ້າໜ້າທີ່ເພີ່ມທະວີຄວາມເອົາໃຈໃສ່ວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນໄລຍະສະເຫລີມສະຫລອງສົ່ງທ້າຍປີເກົ່າ 2019 ແລະ ຕ້ອນຮັບປີໃໝ່ 2020 ຈະມາເຖິງນີ້, ໂດຍຈະໄດ້ເພີ່ມທະວີກວດກາຮ້ານບັນເທີງ-ກິນດື່ມ ຫ້າມເປີດກາຍໂມງເວລາກຳນົດ ແລະ ຖ້າຫາກພົບເຫັນຜູ້ລະເມີດຈະສັ່ງປິດທັນທີ. ພ້ອມດຽວກັນຍັງເຕືອນໃຫ້ສັງຄົມເອົາໃຈໃສ່ປ້ອງກັນອັກຄີໄພ, ກຸ່ມຄົນບໍ່ດີເຄື່ອນໄຫວກໍ່ອາດຊະຍາກຳຕ່າງໆເຊັ່ນ: ປຸ້ນຈີ້-ຊີງຊັບ, ລັກຊັບ ແລະ ສະພາບບັນຫາອຸປະຕິເຫດ

    ເຈົ້າໜ້າທີ່ລະບຸໃຫ້ຮູ້ວ່າ: ໃນໂອກາດຈັດງານດັ່ງກ່າວນີ້ ໄດ້ອອກຂໍ້ຫ້າມໃຫ້ສັງຄົມປະຕິບັດຄື: ຫ້າມບໍ່ໃຫ້ຊື້ຂາຍສິນຄ້າ ແລະ ອຸປະກອນທີ່ກໍ່ໃຫ້ເກີດສຽງແຕກ, ສຽງດັງທຸກປະເພດ, ບໍ່ໃຫ້ຈູດກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ທຸກປະເພດ ທຸກຂະໜາດ, ບໍ່ໃຫ້ນຳໃຊ້ທາດລະເບີດ, ທາດແຕກ, ທາດເບື່ອ, ທາດກຳມະລັງສີ ແລະ ວັດຖອອກລິດຕໍ່ສຸຂະພາບຈິດ ທີ່ເປັນຜົນທາງລົບຕໍ່ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ຫ້າມບໍ່ໃຫ້ນຸ່ງເຄື່ອ

ສັ້ນ-ເຂີນ ຍົ້ວຍວນ ທີ່ບໍ່ຖືກຕ້ອງຕາມຮີດຄອງປະເພນີ, ການທ່ຽວຫລີ້ນແບບລາມົກອານາຈານ, ເຕັ້ນ-ຟ້ອນ ຢູ່ຕາມຖະໜົນຫົນທາງຕ່າງໆ, ຫລືຫລີ້ນການພະນັນທຸກປະເພດຢ່າງເດັດຂາດ, ຫ້າມຂີ່ລົດເປັນພຶງເປັນແພ, ແລ່ນລົດໄວເກີນຂອບເຂດ ເວລາຂັບຂີ່ລົດປະເພດຕ່າງໆ ສັນຈອນຕາມທ້ອງຖະໜົນ ຜູ້ຂັບຂີ່ຕ້ອງປະຕິບັດຕາມກົດລະບຽບຈະລາຈອນວາງອອກຢ່າງເຂັ້ມງວດເຊັ່ນ: ດື່ມສິ່ງມືນເມົາແລ້ວບໍ່ຂັບລົດ, ຂັບລົດບໍ່ດື່ມສິ່ງມືນເມົາ, ເພື່ອເຮັດໃຫ້ການສະເຫລີມສະຫລອງປີໃໝ່ສາກົນ ມີຄວາມປອດໄພ ແລະ ຕົວເມືອງມີຄວາມສະອາດຈົບງາມ.

ນັບແຕ່ມື້ການສະເຫລີມສະຫລອງວັນຄິດສະມາດ, ວັນທີ 24 ທັນວາ ໄປຫາ ວັນສົ່ງທ້າຍປີເກົ່າ່ຕ້ອນຮັບປີໃໝ່ 2020, ບັນດາຮ້ານທຸລະກິດບັນເທີງ, ຮ້ານກິນດື່ມໃຫ້ບໍລິການຮອດເວລາ 23:30 ນາທີ ຕ້ອງຢຸດເຊົາບໍລິການຢ່າງເດັດຂາດ ແລະ ໃນວັນທີ 31 ທັນວາ 2019 ຮອດວັນທີ 2 ມັງກອນ 2020 ບັນດາຮ້ານທຸລະກິດບັນເທີງ, ຮ້ານກິນດື່ມ ແລະ ທຸກສະຖານທີ່ຈັດງານສົ່ງທ້າຍປີເກົ່າ 2019 ແລະ ຕ້ອນຮັບປີໃໝ່ 2020 ໃຫ້ບໍລິການຮອດເວລາ 00 ໂມງ 30 ນາທີ ຕ້ອງຢຸດເຊົາບໍລິການຢ່າງເດັດຂາດ. ຖ້າຫາກພົບເຫັນຈະສັ່ງປິດທັນທີ ທັງນີ້ກໍເພື່ອຮັບປະກັນໃຫ້ມີຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

- 5 - ປກສ ນະຄອນຫລວງວຽງຈັນ ອອກແຈ້ງການຫ້າມຮ້ານບັນເທີງ-ກິນດື່ມ ເປີດບໍລິການເກີນໂມງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ໂດຍເດັດຂາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!