ໃສ່ວິໄນຊາດຈຶ່ງໄປໜ້າ


ໂດຍ: ມຶກບໍ່ແຫ້ງ
ການໃຫ້ອະໄພຫຼືໂຍະຍານແກ່ຜູ້ກະທຳຜິດແມ່ນບັນຫາທີ່ມີມາດົນ, ເປັນການສໍ່ສະແດງໃຫ້ເຫັນຄວາມອ່ອນແອທາງດ້ານລະບົບຄຸ້ມຄອງຂອງ ພວກເຮົາ.
“ການທີ່ມີເຫດການຜິດແລ້ວຜິດອີກເກີດຂຶ້ນຢ່າງຊໍ້າຊ້ອນນັ້ນແມ່ນ ຍ້ອນການແກ້ໄຂບັນຫາຍັງບໍ່ທັນໜັກແໜ້ນ, ຍັງມີການໂນ້ມນ້າວ ແລະ ຍັງມີ ການນະໂຍບາຍກັນຢູ່” ກ່າວໂດຍທ່ານນາງບົວຄຳທິບພະວົງສະມາຊິກ ສະພາແຫ່ງຊາດໃນວາລະການດຳເນີນກອງປະຊຸມຂອງສະພາແຫ່ງຊາດທີ່ຫາກໍສິ້ນສຸດລົງໃນຕົ້ນເດືອນທັນວາ 2019 ນີ້.
ການອອກຄຳເຫັນດັ່ງກ່າວໄດ້ສ່ອງແສງເຖິງສະພາບຄວາມເປັນຈິງທີ່ ເກີດຂຶ້ນກັບປະເທດເຮົາເລື້ອຍມາເຊິ່ງກົກເຫງົ້າຕົ້ນຕໍກໍມາຈາກຂາດຄວາມ ສັກສິດໃນການບັງຄັບໃຊ້ນິຕິກຳ, ລະບຽບວິໄນຕໍ່ຜູ້ກະທຳຜິດຕໍ່ປະເທດຊາດ.
ສິ່ງດັ່ງກ່າວແມ່ນເຊື່ອມໂຍງຈາກການໃຫ້ຄວາມສຳຄັນແກ່ຜົນປະ ໂຫຍດສ່ວນຕົວ, ພັກພວກ ແລະ ຍາດຕິພີ່ນ້ອງໂດຍການສວຍໃຊ້ອຳນາດ ໜ້າທີ່ໄປໃນທາງທີ່ບໍ່ເໝາະສົມ, ນຳມາເຊິ່ງຜົນເສຍຫາຍອັນມະຫາສານ ແກ່ປະເທດຊາດ, ຊີວິດການເປັນຢູ່ຂອງປະຊາຊົນຟືດເຄືອງ, ການບໍລິການ ສາທາລະນະທີ່ຍັງບໍ່ໄດ້ມາດຕະຖານ.
ຜ່ານມາພວກເຮົາຮັບຮູ້ ແລະ ເຂົ້າໃຈບັນຫາຂອງຊາດຄືລັດຖະບານ ເກັບລາຍຮັບບໍ່ໄດ້ຕາມແຜນການ, ໂຄງການນອກແຜນ, ການນຳໃຊ້ສານ ເຄມີ, ການສ້າງຖະໜົນຫົນທາງທີ່ລ່າຊ້າແລະລາຄາແພງເກີນຄວາມເປັນ ຈິງ, ຄວາມທຸກຍາກ, ປະຊາຊົນທີ່ຖືກຍົກຍ້າຍຈາກໂຄງການພັດທະນາ ຕ່າງໆ ບໍ່ໄດ້ ຮັບການຊົດເຊີຍທີ່ເໝາະສົມ ແລະ ທັນເວລາ ແລະ ອື່ນໆ.
ບັນດາບັນນຫາດັ່ງກ່າວແມ່ນແກ່ຍາວມາຫຼາຍປີທີ່ຍັງບໍ່ສາມາດແກ້ໄຂໄດ້ຢ່າງເຕັມສ່ວນເຊິ່ງໜຶ່ງໃນສິ່ງທ້າທາຍຂອງລັດຖະບານກໍຄືການສວຍໃຊ້ ໂອກາດຂອງສ່ວນບຸກຄົນ ແລະ ພັກພວກເພື່ອກອບໂກຍເອົາຜົນປະໂຫຍດ ໂດຍບໍ່ໄດ້ ຄິດເຖິງສ່ວນລວມເຊິ່ງມັນກໍບໍ່ແມ່ນເລື່ອງໃໝ່ຫຍັງເລີຍ.
ຕົວຢ່າງການນຳໃຊ້ສານເຄມີຂອງສວນກ້ວຍພາກເໜືອຂອງລາວເຖິງວ່າລັດຖະບານຈະຮັບຮູ້ບັນຫາແລະປະກາດໃຫ້ຢຸດເຊົາເມື່ອ 2-3 ປີຫຼັງແຕ່ ໃນຄວາມເປັນຈິງແລ້ວການປູກກ້ວຍແລະນຳໃຊ້ສານເຄມີຍັງດຳເນີນຕໍ່ໄປຢູ່ຫຼາຍເຂດແຂວງທາງພາກເໜືອ, ກຳລັງທຳລາຍທັງສະພາບແວດລ້ອມ ແລະ ຊີວິດຂອງຄົນລາວຫຼາຍຮ້ອຍຫຼາຍພັນຄົນແຕ່ເປັນຫຍັງການປູກກ້ວຍໃຊ້ສານເຄມີຈຶ່ງບໍ່ສາມາດຢຸດຢັ້ງໄດ້ ທັງທີພວກເຮົາມີທັງກົດໝາຍ, ນິຕິກຳ ແລະ ຄຳ ຊີ້ນຳຈາກຂັ້ນເທິງຢ່າງເດັດຂາດ?
“ມາຮອດປັດຈຸບັນນີ້ ຂ້າພະເຈົ້າຢາກສະເໜີວ່າບໍ່ຢາກໃຫ້ອ່ອນໂຍນ ອີກຕໍ່ໄປເພາະມັນເສຍຫາຍຕໍ່ປະເທດຊາດຢ່າງມະຫາສານ ແລະ ໃນຕໍ່ໜ້າ ພວກເຮົາຍິ່ງຈະປະເຊີນກັບວິກິດຍິ່ງກວ່ານີ້ອີກ. ສະນັ້ນພວກເຮົາຕ້ອງລົງວິ ໄນຜູ້ທີ່ກະທຳຜິດຕາມກົດໝາຍໃຫ້ໄດ້” ທ່ານນາງບົວຄຳທິບພະວົງເວົ້າ ເສີມຕື່ມ.
ແນ່ນອນເມື່ອຫາກການໃສ່ລະບຽບວິໄນຢ່າງເຄັ່ງຄັດຈະເຮັດໃຫ້ ເກີດ ມີຄວາມຢໍາເກງ, ສ້າງຄວາມສັກສິດຕໍ່ລະບຽບກົດໝາຍເຮົາໃຫ້ຫຼາຍຂຶ້ນ, ແລະເມື່ອຫຼາຍຄົນມີຄວາມບໍລິສຸດຕໍ່ຊາດ, ຄວາມດີງາມກໍຈະເກີດຂຶ້ນບໍ່ວ່າ ການຂະຫຍາຍຕົວຂອງເສດຖະກິດ, ການພັດທະນາພື້ນຖານໂຄງລ່າງ ແລະ ຊີວິດການເປັນຢູ່ຂອງປະຊາຊົນກໍດີຂຶ້ນເຊັ່ນກັນ.
“ຄົນອາຊີເຮົາສ່ວນໃຫຍ່ເໝາະສົມກັບການໃສ່ລະບຽບຈຶ່ງຈະເຮັດໃຫ້ສັງຄົມຮຽບຮ້ອຍ” ທ່ານລີກວນຢູອາດີດຜູ້ນຳສິງກະໂປເຄີຍເວົ້າໄວ້.