ສ້າງຕັ້ງຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີເມືອງວຽງພູຄາ

- kitchen vibe - ສ້າງຕັ້ງຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີເມືອງວຽງພູຄາ

ພິທີປະກາດສ້າງຕັ້ງຫ້ອງ ການວິທະຍາສາດ ແລະ ເຕັກໂນໂລຊີເມືອງວຽງພູຄາ ແຂວງຫລວງນ້ຳທາໄດ້ມີຂຶ້ນ ໃນວັນທີ 29 ພຶດສະພານີ້, ໂດຍການເຂົ້າຮ່ວມຂອງທ່ານເຈົ້າເມືອງ, ແລະ  ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ຫລວງນ້ຳທາ ຕາມຂໍ້ຕົກລົງຂອງ ທ່ານ ເຈົ້າເມືອງວ່າດ້ວຍການສ້າງຕັ້ງຫ້ອງການວິທະຍາສາດ ແລະ  ເຕັກໂນໂລຊີປະຈຳ ເມືອງ ວຽງພູຄາ ແລະ ຂໍ້ຕົກລົງແຕ່ງຕັ້ງຫົວໜ້າຮອງຫົວໜ້າຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເຊິ່ງໃນນັ້ນໄດ້ແຕ່ງຕັ້ງ ທ່ານ ຄຳທອງ ຄຸນປະເສີດ ຮອງຫົວໜ້າຫ້ອງວ່າການປົກຄອງ ເມືອງວຽງພູຄາຜູ້ເກົ່າໄປຮັບໜ້າທີ່ໃໝ່ເປັນຫົວໜ້າຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ ເມືອງຈາກນັ້ນຍັງໄດ້ຊັບຊ້ອນເອົາພະນັກງານວິຊາການຫ້ອງການຈຳນວນໜຶ່ງໄປຮັບໜ້າທີ່ ໃໝ່ຢູ່ຫ້ອງການດັ່ງກ່າວເພື່ອບໍລິຫານ ວຽກງານໃຫ້ມີປະສິດທິຜົນດີຂຶ້ນ.

+ ນັກວິທະຍາສາດຊີ້ເມນູເລືອດໝູດິບ ຂອງຫວຽດນາມສ່ຽງເປັນພະຍາດ

+ ພະແນກການເງິນແຂວງຫລວງນ້ຳທາປະກາດການຈັດຕັ້ງຄະນະພັກຮາກຖານ

 

- 4 - ສ້າງຕັ້ງຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີເມືອງວຽງພູຄາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!