ຫລວງນ້ຳທາຫາລືເພື່ອສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດ
ເມື່ອມໍ່ໆມານີ້,ແຂວງ ຫລວງນ້ຳທາໄດ້ຈັດກອງປະ ຊຸມປຶກສາຫາລືເພື່ອສ້າງຄວາມ ເຂັ້ມແຂງໃຫ້ພາກທຸລະກິດ, ໂດຍການ ເຂົ້າຮ່ວມຂອງທ່ານຫົວໜ້າ ຫ້ອງວ່າການປົກຄອງແຂວງ, ທ່ານປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ແລະ ນັກທຸລະກິດໜຸ່ມໃນ ແຂວງດັ່ງກ່າວເຂົ້າຮ່ວມເປັນຈຳນວນຫລາຍເພື່ອຈະໄດ້ຮ່ວມກັນປຶກສາຫາລື ແລະ ຊອກຫາວິທີ ທາງຮ່ວມ ກັນຄື: ສ້າງສາຍພົວພັນແຮງງານທີ່ດີໃນນາມອົງການທຸລະກິດ, ຕາງໜ້າຜູ້ໃຊ້ແຮງງານ ແລະ ພັດທະນາສະພາບແວດລ້ອມ ທຸລະກິດໃຫ້ພາກທຸລະກິດໄດ້ມີສ່ວນຮ່ວມນັບທັງການປະກອບຄຳຄິດຄຳເຫັນຕໍ່ການປັບປຸງສ້າງນິຕິກຳ ແລະ ລະບຽບກົດໝາຍ ແລະ ກອງປະຊຸມປຶກສາຫາລືໃນແຕ່ລະໄລຍະ, ສ້າງຄວາມເຂັ້ມແຂງຂອງທຸລະກິດ SMEs ພ້ອມທັງຂະຫຍາຍຖານການຜະລິດ ທຸລະກິດທີ່ຖືກຕ້ອງຕາມລະບຽບກົດໝາຍໂດຍການສ້າງສູນ SMEs ແລະ ສູນຂໍ້ມູນ ທຸລະກິດຢູ່ສະພາການຄ້າ ແລະ ອຸດສາຫະກຳ (ສຄອ) ແຫ່ງຊາດລາວ, ການສ້າງຖານຂໍ້ມູນທຸລະກິດແມ່ນວຽກ ໜຶ່ງທີ່ສຳຄັນເພື່ອ ໃຫ້ບັນດາຫົວໜ່ວຍທຸລະກິດເລົ່ານັ້ນໄດ້ເຂົ້າ ເຖິງຂໍ້ມູນຂ່າວສານ ແລະ ມີສ່ວນຮ່ວມໃນການດັດປັບນິຕິກຳ ທີ່ຕິດພັນກັບຂົງເຂດ ທຸລະກິດ ແລະ ກິດຈະກຳສຳຄັນຫລາຍ ຢ່າງເປັນຕົ້ນແມ່ນງານວາງສະແດງສິນຄ້າ ແລະ ພົບປະທຸລະກິດທັງພາຍໃນ ແລະ ຕ່່າງປະ ເທດອີກດ້ວຍ.
+ ສປປ ລາວ ແລະ ສ.ເກົາຫລີ ເປັນເຈົ້າພາບຮ່ວມຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມືແມ່ນ້ຳຂອງ-ສ.ເກົາຫລີ
+ IFC ສະໜອງເງິນ 10 ລ້ານໂດລາແກ່ BFL ເພື່ອປ່ອຍກູ້ໃຫ້ SME ໃນລາວ

