ພີທີທີລາວມີສິດເຕັມຕົວໃນການເປັນຕົວແທນຈຳໜ່າຍຄາເຟ່ອາເມຊອນທົ່ວປະເທດ

- kitchen vibe - ພີທີທີລາວມີສິດເຕັມຕົວໃນການເປັນຕົວແທນຈຳໜ່າຍຄາເຟ່ອາເມຊອນທົ່ວປະເທດ

- Amazon - ພີທີທີລາວມີສິດເຕັມຕົວໃນການເປັນຕົວແທນຈຳໜ່າຍຄາເຟ່ອາເມຊອນທົ່ວປະເທດ

ວັນທີ 30 ພຶດສະພານີ້, ບໍລິສັດ ພີທີທີ ລາວ ຈຳກັດ ແລະ ບໍລິສັດ ປຕທ ຈຳກັດ ມະຫາຊົນ, ໄດ້ຮ່ວມກັນລົງນາມໃນສັນຍາ ມອບສິດການເປັນ ຕົວແທນຈຳໜ່າຍຢ່າງເປັນທາງການຂອງ ຄາເຟ່ ອາເມຊອນ ໃນລາວແຕ່ພຽງ ຜູ້ດຽວ, ຊຶ່ງການລົງນາມຄັ້ງນີ້ ລະຫວ່າງທ່ານ ສົມຊາດ ເສີມວົງຕະກູນ ອຳນວຍການບໍລິສັດ ພີທີທີ ລາວ ຈຳກັດ ແລະ ທ່ານ ອັດຖະພົນ ເລີດພິບູນ ຮອງກຳມະການຜູ້ຈັດການໃຫຍ່ໜ່ວຍທຸລະກິດນ້ຳມັນ ບໍລິສັດ ປຕທ ຈຳກັດ ມະຫາຊົນ, ໂດຍມີທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍສາຂາຕ່າງໆໃນທົ່ວປະເທດ ເຂົ້າຮ່ວມ.

ທ່ານ ສະຣັນ ຣັງຄະສິລິ ປະທານເຈົ້າໜ້າທີ່ປະຕິບັດກຸ່ມທຸລະກິດ ປີໂຕຣ ລ້ຽມ ບໍລິສັດ ປຕທ ຈຳກັດ ມະຫາຊົນ ກ່າວວ່າ: ບໍລິສັດຕົນ ມີນະໂຍບາຍ ໃນການດຳເນີນທຸລະກິດໃຫ້ເຕີບໃຫຍ່ຂະຫຍາຍຕົວໄປສູ່ພາກພື້ນອາຊີ, ຊຶ່ງ ຄາເຟ່ ອາເມຊອນ, ໄດ້ກາຍເປັນຜະລິດຕະພັນທີ່ໜ້າສົນໃຈຫລາຍໃນຂອບເຂດ ອາຊີຕາເວັນອອກສ່ຽງໃຕ້ ຄວບຄູ່ກັນໄປກັບສະຖານນີບໍລິການນ້ຳມັນ ປຕທ, ສຳລັບ ສປປລາວ ແມ່ນເລີ່ມເຂົ້າມາໃນປີ 2012, ໂດຍມີສາຂາຈຳໜ່າຍ ທັງ ໝົດ 25 ແຫ່ງ, ມາຮອດປັດຈຸບັນເພີ່ມຂຶ້ນອີກ 13 ແຫ່ງເປັນ 38 ແຫ່ງໃນປັດ ຈຸບັນ ແລະ ຍັງຈະຂະຫຍາຍຕົວໃຫ້ໄດ້ 75 ແຫ່ງໃນອະນາຄົດອັນໄກ້ໆນີ້, ໂດຍກ່ອນໜ້ານີ້ ໄດ້ລົງນາມມອບສິດການເປັນຕົວແທນຈຳໜ່າຍໃຫ້ກັບປະເທດ ກຳປູເຈຍ ກໍຄືບໍລິສັດ ປຕທ ກຳປູເຈຍ ຈຳກັດ, ພ້ອມນີ້ ຍັງມີແຜນຂະຫຍາຍ ໄປປະເທດມຽນມາ, ຟີລິບປິນ, ຍີ່ປຸ່ນ, ໂອມານ ແລະ ອື່ນໆ.

ຄາເຟ່ ອາເມຊອນ (Café Amazon) ນອກຈາກຈະໃຫ້ບໍລິການດ້ານເຄື່ອງດື່ມແລ້ວ ຍັງເປັນຈຸດແວ່ພັກຜ່ອນທີ່ອຳນວຍຄວາມສະດວກໃຫ້ແກ່ຜູ້ເດີນທາງ, ຊຶ່ງສາຂາຈຳໜ່າຍໄດ້ຕັ້ງຢູ່ຫລາຍຈຸດໃນທົ່ວປະເທດ, ພ້ອມນີ້ ຍັງມີຫລາກຫລາຍລາຍການໄວ້ບໍລິການເຊັ່ນ: ອາເມຊອນເຢັນ, ຊາຂຽວນົມສົດເຢັນ, ຊານົມເຢັນ, ໂກ້ໂກ້ເຢັນ, ຊາຂຽວນົມສົດປັ່ນ, ມ໋ອກຄາ ແລະ ເຂົ້າໜົມປະເພດຕ່າງໆອີກດ້ວຍ.

- 5 - ພີທີທີລາວມີສິດເຕັມຕົວໃນການເປັນຕົວແທນຈຳໜ່າຍຄາເຟ່ອາເມຊອນທົ່ວປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!