ເພີ່ມທະວີປ້ອງກັນໄຟລາມປ່າ ແລະ ກະກຽມ ປູກໄມ້-ຟື້ນຟູປ່າໃຫ້ມີປະສິດທິຜົນ

ເພີ່ມທະວີປ້ອງກັນໄຟລາມປ່າ ແລະ ກະກຽມ ປູກໄມ້-ຟື້ນຟູປ່າໃຫ້ມີປະສິດທິຜົນ - 257 1 - ເພີ່ມທະວີປ້ອງກັນໄຟລາມປ່າ ແລະ ກະກຽມ ປູກໄມ້-ຟື້ນຟູປ່າໃຫ້ມີປະສິດທິຜົນ
ເພີ່ມທະວີປ້ອງກັນໄຟລາມປ່າ ແລະ ກະກຽມ ປູກໄມ້-ຟື້ນຟູປ່າໃຫ້ມີປະສິດທິຜົນ - kitchen vibe - ເພີ່ມທະວີປ້ອງກັນໄຟລາມປ່າ ແລະ ກະກຽມ ປູກໄມ້-ຟື້ນຟູປ່າໃຫ້ມີປະສິດທິຜົນ

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານການປ້ອງກັນໄຟໄຫມ້ລາມປ່າ ແລະ ວຽກງານປູກໄມ້ ຟື້ນຟູປ່າໄມ້ ໃຫ້ມີປະສິດທິຜົນສູງ ເພື່ອເພີ່ມຄວາມປົກຫຸ້ມປ່າໄມ້ ໃຫ້ໄດ້ 70% ໃນປີ 2020 ນີ້, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງໄດ້ອອກແຈ້ງການ ໃຫ້ພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງ ແລະ ນະຄອນຫຼວງວຽງຈັນ ເປັນເຈົ້າການ ປະສານສົມທົບກັບພະແນກກ່ຽວຂ້ອງພາຍໃນແຂວງຂອງຕົນ ແລະ ຊີ້ນໍາຂະແໜງປ່າໄມ້, ກອງຄຸ້ມຄອງປ່າສະຫງວນ, ປ່າປ້ອງກັນ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ເພື່ອເຮັດໜ້າທີ່ ໂຄສະນາເຜີຍແຜ່ແນະນໍາ ກ່ຽວກັບການຕິດຕາມ, ເຝົ້າລະວັງ, ການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ປ່າໃຫ້ມີປະສດທິຜົນດັ່ງນີ້:

ເຕືອນໃຫ້ປະຊາຊົນອາໄສຢູ່ໃນ ແລະ ນອກເຂດປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດທີ່ມີການເຮັດໄຮ່, ເຮັດສວນ, ທໍາມາຫາກິນມີສະຕິໃນການນໍາໃຊ້ຟືນໄຟເຂົ້າໃນການຜະລິດ ແລະ ໃນການດໍາລົງຊີວິດປະຈໍາວັນ ເພື່ອບໍ່ໃຫ້ໄຟລຸກລາມໄປສູ່ບ່ອນອື່ນ, ຫ້າມຈູດຫຍ້າ ຫລື ທົ່ງຄັງ ເພື່ອລ້ຽງສັດ ແລະ ເພື່ອລ່າສັດຢ່າງເດັດຂາດ. ໃນກໍລະນີເກີດໄຟໄໝ້ປ່າຢູ່ເຂດໃດ ແມ່ນມອບໃຫ້ບ້ານ ຫຼືເມືອງນັ້ນເປັນເຈົ້າການປຸກລະດົມຊ່ວຍກັນດັບມອດ. ຖ້າໃນກໍລະນີຮ້າຍແຮງ ແລະ ເປັນບໍລິເວນກວ້າງ ໃຫ້ປະສານຫາພາກສ່ວນກ່ຽວຂ້ອງຂອງເມືອງ ແລະ ແຂວງ ເພື່ອຂໍຄວາມຊ່ວຍເຫຼືອໃນການດັບມອດຢ່າງທັນການ ແລະ ຊີ້ນໍາຂະແໜງປ່າໄມ້, ກອງຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ເອົາໃຈໃສ່ເກັບກຳຄືນຂໍ້ມູນ ແຫຼ່ງແກ່ນພັນໄມ້ທີ່ມີແລ້ວ ແລະ ແຫຼ່ງແກ່ນພັນໄມ້ທີ່ພົບໃໝ່ ພາຍໃນແຂວງຂອງຕົນ ເພື່ອຕອບສະໜອງແກ່ນພັນໄມ້ພື້ນເມືອງໃນແຕ່ລະປີ ທີ່ເໝາະສົມກັບສະພາບພື້ນທີ່ຂອງແຕ່ລະທ້ອງຖິ່ນ ເພື່ອເປົ້າໝາຍການຜະລິດເບ້ຍໄມ້ ໃຫ້ແກ່ການປູກໄມ້ ໃຫ້ຖ່ວງທັນກັບລະດູການ, ປະສານສົມທົບກັບ ບໍລິສັດ ແລະ ຜູ້ປະກອບການ ໃນການສ້າງ ແລະ ປັບປຸງ ສວນກ້າເບ້ຍໄມ້ ແລະ ຜະລິດເບ້ຍໄມ້ ສະໜອງໃຫ້ແກ່ສັງຄົມ ນໍາໄປປູກ ແລະ ຟື້ນຟູປ່າ ເພື່ອການປົກປັກຮັກສາສິ່ງແວດລ້ອມ, ແຫຼ່ງນໍ້າ, ຕ້ານການເຊາະເຈື່ອນຂອງດິນ ແລະ ປູກໄມ້ອຸດສະຫະກໍາ ເພື່ອເປັນສິນຄ້າ ແລະ ເປັນວັດຖຸດິບສະໜອງໃຫ້ແກ່ໂຮງງານອຸດສາຫະກໍາປຸງແຕ່ງໄມ້ ເພື່ອນໍາໃຊ້ພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດໃຫ້ພຽງພໍ.

ສ່ວນການຜະລິດເບ້ຍໄມ້ ແມ່ນໃຫ້ເລັ່ງໃສ່ໄມ້ພື້ນເມືອງ ທີ່ເໝາະສົມກັບສະພາບພື້ນທີ່ຂອງແຕ່ລະທ້ອງຖິ່ນ ແລະ ໃຫ້ເພີ່ມທະວີຄວາມຮັບຜິດຊອບຕໍ່ການປະຕິບັດຕົວເລກຄາດໝາຍແຜນການ ປີ 2020 ທີ່ກະຊວງກະສິ ກຳ ແລະ ປ່າໄມ້ ມອບໝາຍໃຫ້ ໂດຍມີການຕິດຕາມ, ກວດກາ ແລະ ເກັບກຳຂໍ້ມູນເນື້ອທີ່ປ່າໄມ້ ທີ່ໄດ້ຮັບການປູກໄມ້ ແລະ ຟື້ນຟູປ່າແບບທໍາມະຊາດ ໄປພ້ອມກັບການກຳນົດຂອບເຂດ, ປັກຫຼັກໝາຍ ແລະ ຕິດປ້າຍເຂດປູກໄມ້ ແລະ ຟຶ້ນຟູປ່າແບບທໍາມະຊາດ ໃຫ້ຈະແຈ້ງ ແລະ ຊັດເຈນ. ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ເພື່ອເຮັດໜ້າທີ່ຊີ້ນໍາ-ນໍາພາ ໂຄສະນາເຜີຍແຜ່ແນະນໍາກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າ ທີ່ອາດຈະເກີດຂຶ້ນໃນທ້ອງຖິ່ນຂອງຕົນ, ພ້ອມທັງແຕ່ງຕັ້ງຄະນະຮັບຜິດຊອບວຽກງານປູກໄມ້ ແລະ ຟື້ນຟູປ່າ ໂດຍແມ່ນຂະແໜງການກະສິກໍາ ແລະ ປ່າໄມ້ ເປັນໃຈກາງ ແລະ ມີການເຂົ້າຮ່ວມຂອງພາກສ່ວນກ່ຽວຂ້ອງຕາມຄວາມເໝາະສົມ, ຕິດ​ພັນ​ກັບ​ການມອບໝາຍຄວາມຮັບຜິດຊອບຂາດຕົວ ໃຫ້ແກ່ຂະແໜງປ່າໄມ້, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຈັດຕັ້ງວຽກງານສົ່ງເສີມປູກໄມ້ ແລະ ລົງທຶນປູກໄມ້ ໂດຍມີການແຕ່ງຕັ້ງພະນັກງານວິຊາການ ລົງຊຸກຍູ້ສົ່ງເສີມແນະນໍາເຕັກນິກວິຊາການປູກ, ບົວລະບັດ, ປົກປັກຮັກສາຕົ້ນໄມ້ທີ່ປູກໄປແລ້ວໃຫ້ເຕີບໃຫຍ່, ຮັກສາອັດຕາການລອດຕາຍຂອງເບ້ຍໄມ້ ແລະ ດໍາເນີນການປູກທົດແທນຕົ້ນໄມ້ທີ່ຕາຍ ໃຫ້ບັນດາໂຄງການປູກໄມ້ຂອງລັດ, ບໍລິສັດ, ຜູ້ປະກອບການ ແລະ ປະຊາຊົນ ມີປະສິດທິຜົນກວ່າເກົ່າ, ຊີ້ນໍາຂະແໜງປ່າໄມ້ ກະກຽມ ແລະ ກໍານົດສະຖານທີ່ ທີ່ເຫັນວ່າເໝາະສົມ ສໍາລັບເປັນບ່ອນວາງສະແດງເບ້ຍໄມ້ ແລະ ສ້າງຂະບວນການ ເນື່ອງໃນວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2020 ດ້ວຍການກໍານົດບັນດາກິດຈະກໍາທີ່ຈະເຄື່ອນໄຫວໃນງານດັ່ງກ່າວຄື: ຂະບວນການວາງສະແດງສິນລະປະ, ຂັບລໍາ, ຮ້ອງເພງ ແລະ ຟ້ອນ, ການສະແດງຕ່າງໆ ໂດຍຕິດພັນກັບ ການປູກຈິດສໍານຶກໃຫ້ອານຸຊົນ ແລະ ເຍົາວະຊົນ ເຫັນໄດ້ຄວາມສໍາຄັນຂອງປ່າໄມ້.

ນອກນັ້ນໃຫ້ມີການຈັດກອງປະຊຸມ ປາຖະກະຖາ ແລະ ຈັດຕັ້ງຂະບວນການຕ່າງໆ ເພື່ອໃຫ້ທົ່ວປວງຊົນ ຕະຫຼອດເຖິງທະຫານ, ຕໍາຫຼວດ ແລະ ການຈັດຕັ້ງລວມໝູ່ໄດ້ຮັບຮູ້, ເຊື່ອມຊຶມ ແລະ ເຫັນໄດ້ຄວາມສໍາຄັນຂອງວຽກງານປ່າໄມ້ ໂດຍສະເພາະແມ່ນ ການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າ, ການປູກໄມ້, ການຟື້ນຟູປ່າທໍາມະຊາດ ແລະ ການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ແລະ ຊີວະນາໆພັນ ແລະ ມອບໃຫ້ ກົມປ່າໄມ້, ພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງ ແລະ ນະຄອນຫຼວງວຽງຈັນ ເປັນເຈົ້າການໂຄສະນາເຜີຍແຜ່ບັນດານະໂຍບາຍ ແລະ ກົດໝາຍ, ດໍາລັດ, ລະບຽບການ, ຄູ່ມື ກ່ຽວກັບເຕັກນິກວິຊາການ, ມາດຕະການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ປ່າ, ການປູກໄມ້, ຟື້ນຟູປ່າ ແລະ ການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ແລະ ຊີວະນາໆພັນໂດຍຜ່ານສື່ຕ່າງໆ ເປັນຕົ້ນ ໜັງສືພີມ, ໂທລະພາບ, ວິທະຍຸ ແລະ ສື່ຕ່າງໆ ຕາມຄວາມເໝາະສົມ. ພ້ອມທັງເຮັດໜ້າທີ່ ຕິດຕາມ, ກວດກາ ແລະ ສະຫຼຸບຖອດຖອນບົດຮຽນ, ເກັບກຳຜົນງານບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຫື່ອແຮງ, ສະຕິປັນຍາ ແລະ ຊັບສິນ ເຂົ້າໃນການຄຸ້ມຄອງ, ບົວລະບັດຮັກສາ ແລະ ຟຶ້ນຟູປ່າ ລວມທັງການປ້ອງກັນປ່າໄມ້ ບໍ່ໃຫ້ຖືກທຳລາຍ ເພື່ອສະເໜີຂັ້ນເທິງຍ້ອງຍໍ ແລະ ປະຕິບັດນະໂຍບາຍ ຕາມກົດໝາຍ ແລະ ລະບຽບການ. ພ້ອມທັງມີການສະຫຼຸບລາຍງານ ໃຫ້ຂັ້ນເທິງຂອງຕົນໄດ້ຮັບຊາບຢ່າງເປັນປົກກະຕິ.  ຜ່ານການຈັດຕັ້ງປະຕິບັດ ມີຂໍ້ສະດວກ, ຫຍຸ້ງຍາກແນວໃດ ໃຫ້ລາຍງານ ກະຊວງກະສິກຳ ແລະ ປ່າ ໄມ້ ເພື່ອພິຈາລະນາແກ້ໄຂໂດຍໄວ.

ເພີ່ມທະວີປ້ອງກັນໄຟລາມປ່າ ແລະ ກະກຽມ ປູກໄມ້-ຟື້ນຟູປ່າໃຫ້ມີປະສິດທິຜົນ - 5 - ເພີ່ມທະວີປ້ອງກັນໄຟລາມປ່າ ແລະ ກະກຽມ ປູກໄມ້-ຟື້ນຟູປ່າໃຫ້ມີປະສິດທິຜົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!