9 ນິໄສຂັດຂວາງບໍ່ໃຫ້ທ່ານປະສົບຄວາມສຳເລັດ
June 2, 2017 - 11:00 AM

ຄວາມສຳເລັດບໍ່ໄດ້ມາຈາກສິ່ງທີ່ເຮົາມີ ແຕ່ມາຈາກສິ່ງທີ່ເຮົາເປັນ. ທຸກຄົນລ້ວນແຕ່ຮູ້ດີວ່າການຈະປະສົບຄວາມສຳເລັດໄດ້ນັ້ນຈະຕ້ອງອາໄສຄວາມອົດທົນ ແລະ ຄວາມພະຍາຍາມເປັນຢ່າງສູງ, ແຕ່ໃນຄວາມເປັນຈິງຍັງມີອີກປັດໄຈທີ່ທ່ານບໍ່ຄວນເບິ່ງຂ້າມເພື່ອກ້າວໄປສູ່ຄວາມສຳເລັດຕາມທີ່ທ່ານໄຝ່ຝັນໄວ້ ແລະ ປັດໄຈນັ້ນກໍແມ່ນການມີສຸຂະພາບຈິດ ແລະ ສະພາບທາງອາລົມທີ່ດີ ເພື່ອໃຫ້ມີສຸຂະພາບຈິດທີ່ດີທ່ານຕ້ອງຍອມສະຫລະເວລາຈັກໜ້ອຍ ແລ້ວພິຈາລະນາການໃຊ້ຊີວິດຂອງທ່ານວ່າອັນໃດໃນຊີວິດທີ່ທ່ານຄວນມອບຄຸນຄ່າ ແລະ ເວລາໃຫ້ ແລະ ອັນໃດທີ່ທ່ານຄວນປ່ອຍວາງ. ຕໍ່ໄປນີ້ແມ່ນ 9 ອຸປະສັກສຳຄັນທີ່ທ່ານຕ້ອງກຳຈັດຖິ້ມໂດຍໄວ ເພາະມັນກຳລັງຂັດຂວາງທ່ານບໍ່ໃຫ້ປະສົບຄວາມສຳເລັດ.
- ຂີ້ອິດສາ : ໃນບາງເທື່ອຄວາມຂີ້ອິດສາຖືກເອີ້ນວ່າເປັນອາການຂອງຄົນທີ່ທົນບໍ່ໄດ້ເມື່ອເຫັນຜູ້ອື່ນໄດ້ດີ, ຢາກຈະມີ, ຢາກຈະເປັນຄືເຂົາ, ແຕ່ຮູ້ຫລືບໍ່ວ່າຄວາມອິດສາເປັນອຸປະສັກສຳຄັນໜຶ່ງຕໍ່ຄວາມສຳເລັດ ຍິ່ງທ່ານພໍໃຈໃນສິ່ງທີ່ຕົນເອງມີຫລາຍເທົ່າໃດທ່ານກໍຈະມີຄວາມສຸກ ແລະ ມີໂອກາດປະສົບຄວາມສຳເລັດໄດ້ຫລາຍຂຶ້ນເທົ່ານັ້ນ ຫາກຈະເວົ້າໃຫ້ຖືກຄວາມອິດສາເປັນພຽງເລື່ອງມາຍາເທົ່ານັ້ນ ເພາະເຖິງວ່າຄົນອື່ນຈະຮັ່ງມີ, ຈະຮຽນເກັ່ງ ຫລື ຈະໂຊກດີຫລາຍປານໃດ ສິ່ງເຫລົົ້ານັ້ນກໍບໍ່ສາມາດພາກຫຍັງໄປຈາກທ່ານໄດ້.
- ຮັກຄວາມສົມບູນແບບ : ຄວາມສົມບູນແບບນອກຈາກຈະບໍ່ແມ່ນສິ່ງສຳຄັນຫຍັງແລ້ວ ຍັງຖືເປັນການທຳຮ້າຍໂຕເອງຫລາຍ ເພາະມັນໝາຍເຖິງທ່ານປ່ອຍໃຫ້ໂຕເອງຖືກຄວບຄຸມໂດຍຄວາມຄາດຫວັງທີ່ສູງເກີນຈິງ ເຊິ່ງເຮັດໃຫ້ທ່ານຮູ້ສຶກວ່າໂຕເອງຍັງບໍ່ດີພໍບໍ່ວ່າເລື່ອງໃດກໍຕາມ ທັງນີ້ຢາກໃຫ້ທ່ານເຂົ້າໃຈວ່າການເປັນຄົນສົມບູນແບບເກີນໄປ ບໍ່ຮູ້ຈັກຫົດຢືດນັ້ນບໍ່ພຽງຂັດຂວາງຄວາມສຳເລັດຂອງທ່ານເທົ່ານັ້ນ ແຕ່ຍັງເຮັດໃຫ້ທ່ານກາຍເປັນຄົນວິຕົກຈິດ ຊຶມເສົ້າ ແລະ ບໍ່ປະສົບຄວາມສຳເລັດຈັກເທື່ອນຳອີກ.
- ຊ່່າງປຽບທຽບ : ຈົ່ງປຽບທຽບໂຕເອງກັບຈຸດເລີ່ມຕົ້ນ ແລະ ຈຸດໝາຍຂອງທ່ານເທົ່ານັ້ນ ຢ່າພະຍາຍາມທີ່ຈະປຽບທຽບໂຕເອງກັບຄົນອື່ນເລີຍ ເພາະຄົນທີ່ປະສົບຄວາມສຳເລັດຈະບໍ່ມີທາງເຮັດແບບນັ້ນເດັດຂາດ ເນື່ອງຈາກພວກເຂົາຮູ້ດີວ່າມັນເເປັນເລື່ອງບໍ່ມີປະໂຫຍດ ແລະ ເສຍເວລາລ້າ ຫາກທ່ານສັງເກດໃຫ້ດີ ທ່ານຈະພົບວ່າຜູ້ຄົນທີ່ຢູ່ອ້ອມໂຕທ່ານນັ້ນບໍ່ມີໃຜແມ່ນແຕ່ຄົນດຽວທີ່ຈະມີຫຍັງຄືກັບທ່ານໄປໝົດທຸກຢ່າງ.
- ເອົາແຕ່ໂທດຄົນອື່ນ : ຊີວິດຂອງເຮົາ, ຜົນງານ ແລະ ຄວາມສຳເລັດຂອງເຮົາ ລ້ວນເປັນສິ່ງທີ່ເຮົາສ້າງຂຶ້ນມາ ດັ່ງນັ້ນການໂທດຄົນອື່ນເມື່ອຜົນບໍ່ອອກມາຕາມທີ່ຫວັງໄວ້ ຍ່ອມເປັນສິ່ງທີ່ບໍ່ຖືກຕ້ອງ ຫາກຈະມາເສຍຍເວລາຊອກວ່າໃຜຜິດໃຜຖືກ ທ່ານຄວນໃຊ້ເວລາອັນແສນມີຄ່າເພື່ອແກ້ໄຂບັນຫາຈະດີກ່ວາ ການເອົາແຕ່ໂທດຄົນອື່ນກໍເປັນພຽງວິທີທີ່ຈະເຮັດໃຫ້ທ່ານບໍ່ຮູ້ສຶກວ່າທ່ານເຮັດພາດກໍເທົ່ານັ້ນ.
- ຂາດຄວາມເຊື່ອໝັ້ນ : ເມື່ອໃດກໍຕາມທີ່ທ່ານກຳລັງສົງໄສວ່າທ່ານຈະໄປໄດ້ໄກເທົ່າໃດ ຂໍໃຫ້ທ່ານນຶກເຖິງທຸກຢ່າງໃນຊີວິດທີ່ທ່ານໄດ້ພະເຊີນມາ ທຸກອຸປະສັກທີ່ທ່ານເອົາຊະນະ ລວມເຖິງທຸກຄວາມຢ້ານທີ່ທ່ານກ້າວຂ້າມຜ່ານມາໄດ້ ແລ້ວທ່ານຈະເຫັນວ່າທ່ານມາໄດ້ໄກປານໃດ ເພາະໃນໂລກນີ້ບໍ່ມີຫຍັງທີ່ມະນຸດເຮັດບໍ່ໄດ້ ດັ່ງນັ້ນ ຢ່າໃຫ້ຄວາມສົງໄສມາມີຜົນບັ່ນທອນຕໍ່ຫົນທາງສູ່ຄວາມສຳເລັດຂອງທ່ານ.
- ຂີ້ຢ້ານ : ຫາກທ່ານຢ້ານຄວາມລົ້ມເຫລວ ສະແດງວ່າທ່ານຢ້ານທີ່ຈະລົງມືເຮັດ ເພາະຄວາມຢ້ານແມ່ນໜຶ່ງໃນການເຮັດວຽກຂອງຈິດທີ່ເຮັດໃຫ້ເຮົາຄິດວ່າຍັງມີເລື່ອງສຳຄັນຢ່າງອື່ນທີ່ຕ້ອງເຮັດໃຫ້ສຳເລັດ ດັ່ງນັ້ນ ຢ່າໃຫ້ຄວາມຢ້ານມາຂວາງທາງຄວາມສຳເລັດຂອງທ່ານ ຄວາມຈິງແລ້ວຄວາມຢ້ານເປັນພຽງສິ່ງສົມມຸດ ຄວາມສ່ຽງ ແລະ ອັນຕະລາຍທີ່ທ່ານຕ້ອງພະເຊີນຕ່າງຫາກທີ່ເປັນຈິງ ຈົ່ງເອົາຊະນະມັນໃຫ້ໄດ້ ແລ້ວກ້າວຕໍ່ໄປຂອງທ່ານຈະແຂງແກ່ນກ່ວາເກົ່າ, ສະຫລາດກ່ວາເກົ່າ ແລະ ເກັ່ງກ່ວາທີ່ເຄີຍເປັນມາ.
- ລັງເລ : ໃນຊີວິດປະຈຳວັນ ສິ່ງຍົ້ວຍຸທີ່ຄອຍເຮັດໃຫ້ເສຍສະມາທິນັ້ນລ້ວນຢູ່ອ້ອມໂຕທ່ານ ຫາກຢາກປະສົບຄວາມສຳເລັດ ທ່ານຕ້ອງມີສະຕິໃຫ້ຫລາຍ ຢ່າໃຫ້ຄວາມສຳຄັນກັບຄວາມມ່ວນຊື່ນພຽງຊົ່ວຄາວ ຂໍໃຫ້ຫັນມາໃຫ້ຄວາມສຳຄັນກັບເປົ້າໝາຍທີ່ແທ້ ຈິງ ຝຶກໃຫ້ເປັນນິໄສ ແລະ ຢ່າໃຫ້ສຽງອ້ອມໂຕດັງກ່ວາສຽງແຫ່ງຄວາມສຳເລັດພາຍໃນໃຈທ່ານ.
- ຍຶດຕິດຄວາມສະດວກສະບາຍ : ຄົນສ່ວນຫລາຍມັກບອກວ່າຢ່າງໜ້ອຍການໄດ້ລົງມືເຮັດ ເຖິງວ່າຜົນຈະອອກມາເປັນແນວໃດກໍຍັງດີກ່ວາການບໍ່ໄດ້ເຮັດຫຍັງເລີຍ ເຖິງຈະຜິດຫວັງແດ່ແຕ່ຍ່ອມດີກ່ວາການມານັ່ງກິນແໜງໃຈໃນພາຍຫລັງວ່າ ຮູ້ແນວນີ້ ………… ສະນັ້ນ, ຈົ່ງກ້າວອອກມາຈາກຄວາມສະບາຍແດ່ ຊີວິດຄົນເຮົານັ້ນສັ້ນເກີນກ່ວາຈະຕື່ນມາພ້ອມກັບຄວາມເສຍດາຍ.
- ເລື່ອນມື້ : ການເລື່ອນໄປມື້ນັ້ນມື້ນີ້ເປັນການທຳລາຍຊີວິດທີ່ຄົນເຮົານິຍົມເຮັດຢູ່ຕະຫລອດ ໃນທຸກມື້ທີ່ທ່ານບໍ່ຍອມເຮັດວຽກເຮືອນ, ເລື່ອນນັດການປະຊຸມ ຫລື ແມ່ນແຕ່ບໍ່ຍອມເຮັດໃຫ້ໂຄງການສຳຄັນໃຫ້ສຳເລັດ ມັນໝາຍເຖິງທ່ານເລືອກໃຊ້ເວລາອັນມີຄ່າໃນອີກມື້ໜຶ່ງເພື່ອມານັ່ງກັງວົນເຖິງເລື່ອງວຽກທີ່ຍັງສະສາງບໍ່ແລ້ວ ເມື່ອເຖິງເວລານັດສົ່ງວຽກ ທ່ານກໍຈະຄິດຂຶ້ນໄດ້ວ່າ ແລ້ວກ່ອນໜ້ານີ້ຂ້ອຍເມົາໄປເຮັດຫຍັງຢູ່ ? ທ່ານສາມາດປ້ອງກັນເຫດການແບບນີ້ບໍ່ໃຫ້ເກີດຂຶ້ນໄດ້ໂດຍການມີວິໄນໃນໂຕເອງ ແລ້ວທ່ານຈະພົບວ່າຄວາມສຳເລັດຢູ່ໃກ້ພຽງຍື້ມື.