ເກີດເຫດຍິງກັນຢູ່ໂຮງແຮມໃນນະຄອນຫລວງມະນິລາ

- external - ເກີດເຫດຍິງກັນຢູ່ໂຮງແຮມໃນນະຄອນຫລວງມະນິລາ
- kitchen vibe - ເກີດເຫດຍິງກັນຢູ່ໂຮງແຮມໃນນະຄອນຫລວງມະນິລາ
- 96312438  96311814 8cd17b54 2887 46f9 82aa 2a0995e473fe - ເກີດເຫດຍິງກັນຢູ່ໂຮງແຮມໃນນະຄອນຫລວງມະນິລາ
ຕຳຫລວດຟີລິບປິນຄຸມເຂັ້ມໂຮງແຮມທີ່ຖືກຊາຍບໍ່ຮູ້ຊື່ກໍ່ເຫດຍິງ ແລະ ຈູດໄຟເຜົາໂຕະການພະນັນ

 

ຕຳຫລວດ​ຟີ​ລິບ​ປິນລະບຸ​ວ່າ: ມື​ປືນ​ທີ່​ກໍ່​ເຫດ​ຢູ່​ໂຮງ​ແຮມ ​ແລະ ກາສິ​ໂນ​ໃນ​ນະຄອນຫລວງ​ມະນິລາ​ເສຍ​ຊີວິດ​ຈາກ​ການ​ຂ້າ​ຕົວ​ຕາຍ, ຂະນະ​ທີ່​ຈຳນວນ​ຜູ້​ເສຍ​ຊີວິດມີ​ຢ່າງ​ໜ້ອຍ 36 ຄົນ.

- Visit Laos Visit SALANA BOUTIQUE HOTEL - ເກີດເຫດຍິງກັນຢູ່ໂຮງແຮມໃນນະຄອນຫລວງມະນິລາ

ສື່​ທ້ອງ​ຖິ່ນ​ຟີ​ລິບ​ປິນລາຍ​ງານ​ວ່າ: ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 36 ຄົນ ​ແລະ ບາດ​ເຈັບ​ອີກ​ຫລາຍ​ກວ່າ 50 ຄົນ ຫລັງ​ເຫດ​ຍິງ​ກັນ​ຢູ່​ກາສິ​ໂນ.

ສຳນັກ​ຂ່າວ ABS-CBN ລາຍ​ງານ​ວ່າ: ຜູ້​ເສຍ​ຊີວິດ​ສ່ວນ​ຫລາຍ​ສູດ​ດົມ​ຄວັນ​ໄຟ ພາຍຫລັງ​ມີ​ຜູ້​ຊາຍ​ບໍ່​ຮູ້​ຊື່​ໃຊ້​ປືນ​ຍາວ​ບຸກກໍ່​ເຫດ​ຍິງ ​ແລະ ຈູດ​ໄຟ​ເຜົາ​ໂຕະ​ການ​ພະນັນ ຢູ່​ລີ​ສອດ​ເວິດ​ມະນິລາ ​ໃນ​ຕອນ​ເຊົ້າວັນ​ທີ 2 ມິຖຸນາ​ນີ້ ​ເຮັດ​ໃຫ້​ມີ​ການ​ສັ່ງ​ປິດ​ຫ້າມ​ເຂົ້າ-ອອກ ​ເຊິ່ງ​ເຈົ້າໜ້າ​ທີ່​ໜ່ວຍ​ງານ​ຄວາມ​ໝັ້ນຄົງ​ຂອງ​ຟີ​ລິບ​ປິນລະບຸ​ວ່າ: ການ​ໄລ່​ລ່າ​ຈົບ​ລົງ ຫລັງ​ຜູ້​ກໍ່​ເຫດ​​ເອົາ​ຜ້າ​ຫົ່ມ​ມາ​ຫຸ້ມ​ຮ່າງກາຍ​ແລ້ວ​ຈູດ​ໄຟ​ເຜົາ​ຕົນ​ເອງ​ໃນ​ຫ້ອງ​ພັກ​ຂອງ​ໂຮງ​ແຮມ.

 

+ ຟີລິບປິນຖະຫລົ່ມຜິດເຮັດໃຫ້ທະຫານຕາຍ ຄິດວ່າເປັນກຸ່ມຕິດອາວຸດທາງໃຕ້

+ ທະຫານຟີລິບປິນປະທະກຸ່ມຕິດອາວຸດຢູ່ມາຣາລີ ເສຍຊີວິດເກືອບ 20 ຄົນ

+ ກອງທັບຟີລິບປິນຕັ້ງເປົ້າຍຶດຄືນມາຣາວີ

 

ສຳນັກ​ຂ່າວ​ຈີ​ເອັມ​ເອນິວ ລາຍ​ງານ​ຕາມ​ຖະ​ແຫລ​ງການ​ຂອງ​ລີ​ສອດ​ເວິດ​ມະນິລາ​ວ່າ: ຊາຍ​ຜູ້​ກໍ່​ເຫດ​ໄດ້​ໃຊ້​ປືນ​ຍິງ​ຕົນ​ເອງ ພາຍຫລັງ​ຈູດ​ໄຟ​ເຜົາ​ຕົນ​ເອງ ກ່ອນ​ຖືກ​ພົບ​ວ່າ​ເສຍ​ຊີວິດ​ໃນ​ເວລາ​ປະມານ 7:00 ​ໂມງ ຕາມ​ເວລາ​ທ້ອງ​ຖິ່ນ (ຫລື 6:00 ​ໂມງ ຕາມ​ເວລາ​ຢູ່​ລາວ). ນອກຈາກ​ນີ້ ຍັງ​ເອີ້ນ​ເຫດການ​ດັ່ງກ່າວ​ວ່າ: ​ເປັນ​ພຶດຕິ​ກຳ​​ເຫັນ​ແກ່​ຕົວ​ຂອງ​ຜູ້​ມີ​ບັນຫາ​ທາງ​ຈິດ.

- 96312207  96307978 manilapolice - ເກີດເຫດຍິງກັນຢູ່ໂຮງແຮມໃນນະຄອນຫລວງມະນິລາ
ຕຳຫລວດຟີລິບປິນລະບຸວ່າ ມືປືນທີ່ກໍ່ເຫດໃນໂຮງແຮມ ແລະ ກາສິໂນຢູ່ນະຄອນຫລວງມະນິລາ ຂ້າຕົວຕາຍ

ທ່ານ ອໍ​ສະກາ ອັດ​ບາ​ຍັດ ຫົວໜ້າ​ຕຳຫລວດ​ນະຄອນບານ​ນະຄອນຫລວງ​ມະນິລາ ກ່າວ​ກັບ​ນັກ​ຂ່າວ​ວ່າ: ​ເຫດການ​ນີ້​ເປັນ​ການ​ປຸ້ນ​ທຳ​ມະ​ດາ ​ແລະ ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ຜູ້​ກໍ່​ເຫດ​ຈະ​ມີ​ບັນຫາ​ທາງ​ຈິດ.

ທາງ​ການ​ຟີ​ລິບ​ປິ​ນລະບຸ​ວ່າ: ຜູ້​ກໍ່​ເຫດ​ໄດ້​ຍິງ​ປືນ​ໃສ່​ໂທລະ​ພາບ ກ່ອນ​ຈະ​ຈູດ​ໄຟ​ເຜົາ​ໂຕະ​ການ​ພະນັນ ​ແລະ ​​ໄດ້​​ເອົາ​ຊິ​ບການ​ພະນັນ​ມູນ​ຄ່າ 113 ລ້ານ​ເປ​ໂຊ​ຟີ​ລິບ​ປິນ (ຫລືປະມານ 18,840 ລ້ານ​ກວ່າ​ກີບ) ​ໃສ່​ກະ​ເປົາ, ​ແຕ່​ພັດ​​ເອົາ​ຖິ້ມຂະນະ​ຫລົບໜີ​ເຈົ້າໜ້າ​ທີ່​ຕຳຫລວດ.

- 96312207  96307978 manilapolice - ເກີດເຫດຍິງກັນຢູ່ໂຮງແຮມໃນນະຄອນຫລວງມະນິລາ
ຕຳຫລວດກຽມພ້ອມຢູ່ທາງນອກສູນຄວາມບັນເທີງ ຂະນະເກີດເຫດ

​ເຫດການ​ດັ່ງກ່າວ ​ເຮັດ​ໃຫ້​ຄົນ​ຈຳນວນ​ຫລາຍ​ແຕກ​ຕື່ນ ​ແລະ ບຽດ​ກັນ​ແລ່ນ​ໜີ ຈົນ​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ກວ່າ 50 ຄົນ​. ກ່ອນ​ໜ້າ​ນີ້ ​ຕຳຫລວດ​ຟີ​ລິບ​ປິນລະບຸ​ວ່າ: ​ໄດ້​ປິດ​ລ້ອມ ​ແລະ ຍິງ​ຄົນ​ຮ້າຍ​ເສຍ​ຊີວິດ​ໃນ​ຫ້ອງ​ພັກ​ຂອງ​ໂຮງ​ແຮມ​ຂະນະ​ຫລົບໜີ ກ່ອນ​ປ່ຽນ​ຄຳ​ຖະ​ແຫລ​ງ​ໃໝ່​ວ່າ: ຄົນ​ຮ້າຍ​ຂ້າ​ຕົວ​ຕາຍ. ພ້ອມ​ຢືນຢັນ​ອີກ​ວ່າ: ​ເຫດການ​ທີ່​ເກີດ​ຂຶ້ນບໍ່​ກ່ຽວຂ້ອງ​ກັບ​ການ​ກໍ່​ການ​ຮ້າຍ ​ເນື່ອງ​ຈາກ​ກອງທັບ​ຟີ​ລິບ​ປິນກຳລັງ​ຕໍ່ສູ້​ກັບ​ກຸ່ມ​ຕິດ​ອາວຸດ​ເມືອງ​ມາຣາວີ ຢູ່​ເກາະ​ມິນ​ດາ​ເນົາ​ທາງ​ຕອນ​ໃຕ້ ​ເຊິ່ງອ້າງ​ວ່າ​ເປັນ​ພັນທະ​ມິດ​ກັບ​ກຸ່ມ​ລັດ​ອິສລາມ ຫລື IS.

- 96312208  96310367 manilaarmy - ເກີດເຫດຍິງກັນຢູ່ໂຮງແຮມໃນນະຄອນຫລວງມະນິລາ
ລົດບັນທຸກທະຫານເດີນທາງເຖິງສະຖານທີ່ເກີດເຫດ

ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ອອກ​ມາ​ເຕືອນ​ພົນລະ​ເມືອງ​ຂອງ​ຕົນ​ວ່າ: ມີ​ລາຍ​ງານ​ເຫດ​ລະ​ເບີດ ​ແລະ ການ​ຍິງ​ກັນ ຢູ່​ລີ​ສອດ​ເວິດ​ມະນິລາ ​ໃກ້​ກັບ​ສະໜາມ​ບິນ​ສາກົນ ​ພະຍາຍາມ​ຫລີກ​ເວັ້ນພື້ນທີ່​ດັ່ງກ່າວ ​ແລະ ຕິດຕາມ​ຂ່າວສານ​ໃນ​ທ້ອງ​ຖິ່ນ.

- 4 - ເກີດເຫດຍິງກັນຢູ່ໂຮງແຮມໃນນະຄອນຫລວງມະນິລາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!