15 ຂໍ້ດີຈາກການກິນຜັກຂະເປັນປະຈຳ

15 ຂໍ້ດີຈາກການກິນຜັກຂະເປັນປະຈຳ - 56 5 - 15 ຂໍ້ດີຈາກການກິນຜັກຂະເປັນປະຈຳ
15 ຂໍ້ດີຈາກການກິນຜັກຂະເປັນປະຈຳ - kitchen vibe - 15 ຂໍ້ດີຈາກການກິນຜັກຂະເປັນປະຈຳ

     ຜັກຂະ ມີຄຸນຄ່າທາງໂພຊະນາການທີ່ດີຕໍ່ຮ່າງກາຍຢ່າງຫລາກຫລາຍ ແລະ ມື້ນີ້ພວກເຮົາກໍມີ 15 ປະໂຫຍດທີ່ທ່ານຈະໄດ້ຈາກການກິນຜັກຂະເປັນປະຈຳມາແນະນຳທ່ານ ດັ່ງນີ້ :

     1. ຜັກຂະ ອຸດົມໄປດ້ວຍວິຕາມິນ A :ສຳລັບໃຜທີ່ມີບັນຫາກ່ຽວກັບສາຍຕາ ຄວນໃຫ້ຄວາມສຳຄັນຕໍ່ການກິນຜັກຂະ ເພາະວ່າວິຕາມິນ A ມີສ່ວນຊ່ວຍໃນເລື່ອງຂອງປັດໄຈພາຍນອກ ແລະ ພາຍໃນ ໃນເລື່ອງຂອງອະນຸມູນອິດສະລະ ຊ່ວຍບຳລຸງສາຍຕາ.

15 ຂໍ້ດີຈາກການກິນຜັກຂະເປັນປະຈຳ - Visit Laos Visit SALANA BOUTIQUE HOTEL - 15 ຂໍ້ດີຈາກການກິນຜັກຂະເປັນປະຈຳ
15 ຂໍ້ດີຈາກການກິນຜັກຂະເປັນປະຈຳ - 022802 2020 - 15 ຂໍ້ດີຈາກການກິນຜັກຂະເປັນປະຈຳ

     2. ຍອດອ່ອນຂອງຜັກຂະມີສັບພະຄຸນທີ່ມີປະໂຫຍດຊ່ວຍຫລຸດຄວາມຮ້ອນໃນຮ່າງກາຍຂອງທ່ານ ເມື່ອຮູ້ສຶກວ່າຮ່າງກາຍອິດເມື່ອຍອ່ອນເພຍ ແລະ ຮູ້ສຶກວ່າຈະເລີ່ມມີໄຂ້ ແນະນຳວ່າໃຫ້ທ່ານກິນຜັກຂະຈະຊ່ວຍຫລຸດອາການໄດ້ໃນລະດັບໜຶ່ງ.

     3. ມີເສັ້ນໄຍອາຫານຫລາຍ : ໃນຜັກຂະມີເສັ້ນໄຍທີ່ເປັນປະໂຫຍດຕໍ່ລະບົບຂັບຖ່າຍຫລາຍ ເມື່ອທ່ານກິນຜັກຂະເປັນປະຈຳຈະເຮັດໃຫ້ລະບົບຂັບຖ່າຍດີ, ແກ້ອາການຖ່າຍຍາກ, ຖ່າຍແຂງໄດ້.

     4. ເປັນປະໂຫຍດຊ່ວຍໃນເລື່ອງຂອງການໄລ່ລົມໃນກະເພາະອາຫານ ແລະ ລຳໄສ້ : ຄົນທີ່ຮູ້ສຶກອຶດອັດທ້ອງ, ແໜ້ນທ້ອງ, ບໍ່ສະບາຍໃນທ້ອງ ສາມາດກິນຜັກຂະຊ່ວຍຫລຸດຜ່ອນອາການໄດ້ດີ ທັງຍັງຊ່ວຍແກ້ອາການຍື່ງທ້ອງໄດ້ເປັນຢ່າງດີ.

    5. ຜັກຂະ ຊ່ວຍບຳລຸງໃນເລື່ອງຂອງເສັ້ນເອັນ,ເປັນສັບພະຄຸນທີ່ໂດດເດັ່ນ ທັງຍັງຊ່ວຍບຳລຸງ ແລະ ຮັກສາເສັ້ນເອັນໃຫ້ແຂງແຮງ ບໍ່ໃຫ້ເສື່ອມກ່ອນໄວອັນຄວນ.

15 ຂໍ້ດີຈາກການກິນຜັກຂະເປັນປະຈຳ - 012802 2020 - 15 ຂໍ້ດີຈາກການກິນຜັກຂະເປັນປະຈຳ

     6. ໃນຜັກຂະມີທາດການຊຽມຫລາຍ ເໝາະສົມກັບກະດູກ ແລະ ແຂ້ວ ໂດຍສະເພາະແມ່ຍິງທີ່ກ້າວເຂົ້າສູ່ໄວໝົດປະຈຳເດືອນ ຫລື ໄວທອງທີ່ມີສະພາບກ່ຽວກັບອາການກະດູກຜ່ອຍ ເມື່ອກິນຜັກຂະເປັນປະຈຳ ຈະຊ່ວຍແກ້ບັນຫານີ້ໄດ້.

     7. ມີສັບພະຄຸນຊ່ວຍປິ່ນປົວອາການລີ້ນອັກເສບ ແລະ ເປັນຕຸ່ມຜື່ນແດງໄດ້.

     8. ຜັກຂະໃນຟົສຟໍທີ່ມີໜ້າທີ່ຊ່ວຍເສີມວິຕາມິນ B ຕ່າງໆໃຫ້ກັບຮ່າງກາຍ ເຮັດວຽກໄດ້ຢ່າງເໝາະສົມ ແລະ ເຕັມປະສິດທິພາບ.

     9. ມີທາດເຫລັກຫລາຍ ເປັນສ່ວນປະກອບສຳຄັນທີ່ຮ່າງກາຍຕ້ອງການ ເຊິ່ງຊ່ວຍໃນເລື່ອງຂອງການບຳລຸງເລືອດ, ລະບົບໄຫລວຽນຂອງເລືອດເປັນໄປຕາມປົກກະຕິ.

     10. ຊ່ວຍສ້າງພູມຕ້ານທານໃຫ້ແກ່ຮ່າງກາຍ ຊ່ວຍໃຫ້ຮ່າງກາຍແຂງແຮງຂຶ້ນ, ຈັດການກັບບັນຫາພະຍາດຕ່າງໆໄດ້ດີ, ປ້ອງກັນບໍ່ໃຫ້ທ່ານເຈັບປ່ວຍໄດ້ງ່າຍ ເຊິ່ງລິດຂອງວິຕາມິນC ທີ່ມີຢູ່ຫລາຍໃນຜັກຂະຈະຊ່ວຍແກ້ບັນຫານີ້.

    11. ຄຸນສົມບັດໂດດເດັ່ນກໍແມ່ນຊ່ວຍຕ້ານພະຍາດມະເຮັງ,ຫລຸດອັດຕາການເກີດພະຍາດກ່ຽວກັບຫົວໃຈໄດ້ດີ, ມີສານຊະນິດທີ່ສຳຄັນ ຄື ເບຕ້າແຄໂຣທີນ.

    12. ເບຕ້າແຄໂຣທີນທີ່ຢູ່ໃນຜັກຂະຊ່ວຍໃນການບຳລຸງຜິວໃຫ້ກ້ຽງງາມສົດໃສຫລາຍຍິ່ງຂຶ້ນ, ຊ່ວຍຮັກສາຄວາມອ່ອນກ່ວາອາຍຸໃຫ້ແກ່ຜິວ ແລະ ປ້ອງກັນຄວາມຫ່ຽວຍານ.

     13. ກິນຜັກຂະເປັນປະຈຳຈະຊ່ວຍໃຫ້ນຳ້ໜັກຫລຸດລົງໄດ້ ໂດຍໃຫ້ກິນຄຽງຄູ່ກັບການອອກກຳລັງກາຍເປັນປະຈຳ ແລະ ງົດການກິນເຂົ້າແລງໃນຊ່ວງຫລຸດນຳ້ໜັກ.

     14. ມີສັບພະຄຸນຊ່ວຍໃນເລື່ອງຂອງການບຳລຸງເສັ້ນຜົມ, ໜັງຫົວ,ປ້ອງກັນເສັ້ນຜົມແຕກປາຍ, ເສັ້ນຜົມບໍ່ມີນຳ້ໜັກ ໃຫ້ກັບມາອ່ອນນຸ້ມຊຸ່ມຊື່ນ ແລະ ເຫລື້ອມງາມໄດ້.

     15. ແກ້ບັນຫາອາການຍື່ງທ້ອງແໜ້ນທ້ອງ ເພາະໃນຜັກຂະມີສັບພະຄຸນຊ່ວຍໄລ່ລົມ ເຮັດໃຫ້ບໍ່ຮູ້ສຶກຍຶ່ງທ້ອງ ຫລື ແໜ້ນທ້ອງ.

15 ຂໍ້ດີຈາກການກິນຜັກຂະເປັນປະຈຳ - 4 - 15 ຂໍ້ດີຈາກການກິນຜັກຂະເປັນປະຈຳ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!