ຕໍາຫລວດອຸດົມໄຊຈັບຜູ້ຄ້າຢາເສບຕິດລາຍໃຫຍ່

- Untitled 1 1 - ຕໍາຫລວດອຸດົມໄຊຈັບຜູ້ຄ້າຢາເສບຕິດລາຍໃຫຍ່
- kitchen vibe - ຕໍາຫລວດອຸດົມໄຊຈັບຜູ້ຄ້າຢາເສບຕິດລາຍໃຫຍ່

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ, ສາມາດຈັບຜູ້ຄ້າຢາເສບຕິດລາຍໃຫຍ່ໃນເຮືອນພັກແຫ່ງໜຶ່ງຢູ່ເຂດບ້ານໜອງແມງດາ, ເມືອງໄຊ, ແຂວງອຸດົມໄຊຄື: ທ້າວ ຫວ່າ ເມັງວ່າ ອາຍຸ 33 ປີຢູ່ບ້ານສວນຢາ ເມືອງ ແລະ ແຂວງຫລວງນ້ຳທາ ແລະ ທ້າວ ຮືຈີຢາງ ອາຍຸ 29 ປີ ຢູ່ບ້ານໄຊອຸດົມ, ເມືອງຜາອຸດົມ, ແຂວງບໍ່ແກ້ວ, ພ້ອມຂອງກາງເຮໂຣອິນ 30 ແທ່ງ ໜັກ 11,5 ກິໂລ, ຢາບ້າຫລາຍກວ່າ 156 ພັນເມັດ, ລົດກະບະ 1 ຄັນ, ເງິນ 35 ລ້ານກີບ ແລະ ໂທລະສັບມືຖື 2 ໜ່ວຍທີ່ພວກເຂົາໄດ້ນໍາໃຊ້ເຂົ້າໃນການເຄື່ອນໄຫວກະທໍາຜິດຄັ້ງນີ້, ເຈົ້າໜ້າທີ່ຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ: ໄດ້ຮ່ວມກັນຄ້າຂາຍຢາເສບຕິດມາດົນແລ້ວ, ໂດຍໄດ້ຊື້ນໍາຂະບວນການຄ້າຢາເສບຕິດໃນເຂດພາກເໜືອເພື່ອເອົາມາຈໍາໜ່າຍໃຫ້ລູກຄ້າ ແລະ ຄັ້ງນີ້ກໍເຊັ່ນກັນແມ່ນໄດ້ເອົາເຮໂຣອິນ ແລະ ຢາບ້າດັ່ງກ່າວມາສົ່ງລູກຄ້າ ແລະ ໃນຂະນະລໍຖ້າລູກຄ້າມາຮັບເອົາຢູ່ເຮືອນພັກນັ້ນກໍຖືກເຈົ້າໜ້າທີ່ເຂົ້າມາຈັບຕົວ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າທ້າວ ຫວ່າ ເມັງວ່າ ແລະ ຮືຈີຢາງ ແມ່ນຜູ້ຄ້າຂາຍຢາເສບຕິດລາຍໃຫຍ່, ຈຶ່ງໄດ້ຈັດກໍາລັງ ຕິດຕາມການເຄື່ອນໄຫວຂອງພວກເຂົາມາເປັນເວລາດົນສົມຄວນ, ຈົນມີຫລັກຖານ ແລະ ສາມາດເຂົ້າຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ ແລະ ຈະຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອນໍາຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍໃຫ້ໄດ້ໂດຍໄວ.

- 5 - ຕໍາຫລວດອຸດົມໄຊຈັບຜູ້ຄ້າຢາເສບຕິດລາຍໃຫຍ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!