​ແຄ​ລິຟໍ​ເນຍ ​ໃຫ້​ປະຊາຊົນ 40 ລ້ານຄົນ​ຢູ່​ແຕ່​ໃນ​​ເຮືອນ

​ແຄ​ລິຟໍ​ເນຍ ​ໃຫ້​ປະຊາຊົນ 40 ລ້ານຄົນ​ຢູ່​ແຕ່​ໃນ​​ເຮືອນ - 6528 - ​ແຄ​ລິຟໍ​ເນຍ ​ໃຫ້​ປະຊາຊົນ 40 ລ້ານຄົນ​ຢູ່​ແຕ່​ໃນ​​ເຮືອນ
​ແຄ​ລິຟໍ​ເນຍ ​ໃຫ້​ປະຊາຊົນ 40 ລ້ານຄົນ​ຢູ່​ແຕ່​ໃນ​​ເຮືອນ - kitchen vibe - ​ແຄ​ລິຟໍ​ເນຍ ​ໃຫ້​ປະຊາຊົນ 40 ລ້ານຄົນ​ຢູ່​ແຕ່​ໃນ​​ເຮືອນ

ເຈົ້າ​ແຂວງ ແຄ​ລິຟໍ​ເນຍ ອອກ​ຄຳ​ສັ່ງ​ໃຫ້​ພົນລະ​ເມືອງ 40 ລ້ານ​ຄົນ, ​ຢູ່​ແຕ່​ໃນ​​ເຮືອນ​ເພື່ອ​ຫລີກ​ເວັ້ນການລະບາດ​ໂຄ​ວິດ ຫລັງ​ຍອດ​ຕິດ​ເຊື້ອ​ເພີ່ມຂຶ້ນ.

 ທ່ານ ​ເກ​ວິນ ນິວຊອມ ​ເຈົ້າ​ແຂວງ​​​ແຄ​ລິ​ຟໍ​ເນຍ ​ໄດ້​ອອກ​ຖະ​ແຫລ​ງການ​ຄືນ​ວັນ​ທີ 19 ມີນາ ຕາມ​ເວລາ​ທ້ອງ​ຖິ່ນ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ ​ໃຫ້​ພົນລະ​ເມືອງ​ຂອງ​ລັດ​ທີ່​ມີ​ປະ​ມານ 40 ລ້ານ​ຄົນ ຢູ່​ແຕ່​ໃນ​ເຄຫະ​ສະຖານ ​ເພື່ອ​ຫລີກ​ລ່ຽງຄວາມ​ສ່ຽງການ​ຕິດ​ເຊື້ອຂອງ​ໄວຣັສ​ໂຄ​ວິດ-19 ຫລັງ​ແຄ​ລິຟໍ​ເນຍ ມີ​ຍອດ​ຜູ້​ຕິດ​ເຊື້ອ​ເພີ່ມ​ຂຶ້ນສູງ 908 ຄົນ, ​ເສຍຊີວິດ​ແລ້ວ 18 ຄົນ.

​ແຄ​ລິຟໍ​ເນຍ ​ໃຫ້​ປະຊາຊົນ 40 ລ້ານຄົນ​ຢູ່​ແຕ່​ໃນ​​ເຮືອນ - Visit Laos Visit SALANA BOUTIQUE HOTEL - ​ແຄ​ລິຟໍ​ເນຍ ​ໃຫ້​ປະຊາຊົນ 40 ລ້ານຄົນ​ຢູ່​ແຕ່​ໃນ​​ເຮືອນ
​ແຄ​ລິຟໍ​ເນຍ ​ໃຫ້​ປະຊາຊົນ 40 ລ້ານຄົນ​ຢູ່​ແຕ່​ໃນ​​ເຮືອນ - 159 1 - ​ແຄ​ລິຟໍ​ເນຍ ​ໃຫ້​ປະຊາຊົນ 40 ລ້ານຄົນ​ຢູ່​ແຕ່​ໃນ​​ເຮືອນ
( ທ່ານ ​ເກ​ວິນ ນິວຊອມ ເຈົ້າ​ແຂວງ​​​ແຄ​ລິ​ຟໍ​ເນີຍ )

​       ແຄ​ລິຟໍ​ເນຍ ​ເປັນ​​ເມືອງ​ທີ່​ມີ​ຜູ້​ຕິດ​ເຊື້ອສູງ​ສຸດ​ເປັນອັນ​ດັບ​ສາມ​ຂອງ​ສະຫະລັດ ຮອງ​ຈາກ​ອັງກິດ ​ເມືອງ​ວໍ​ຊີງ​ຕັນ ​ເຊິ່ງມີ​ຜູ້​ຕິດ​ເຊື້ອ 1.376 ຄົນ  ​ແລະ ອັນ​ດັບ​ໜຶ່ງ ​ເມືອງ​ນິວຢອກ ປະມານ 5.000 ຄົນ.

“​ເຮົາ​ຈຳ​ເປັນ​ຕ້ອງ​ຫລຸດ​ການ​ແຜ່​ກະ​ຈາ​ຍຂອງ​ໄວຣັສ​ໃນ​ເມືອງ​ແຄ​ລິ​ຟໍ​ເນຍ ​ເຊິ່ງທ່ານ​ຄິດ​ວ່າ​ເຮົາ​ຄວນ​ຕ້ອງ​ເຮັດ​ຫຍັງ​ແດ່? ​ໃຫ້​ຫລາຍ​ຂຶ້ນກວ່າ​ເກົ່າ”

​       ເຊັ່ນດຽວ​ກັບຄົນ​ອາ​ເມ​ລິ​ກາ ກາຣ໌​ເຊຕຕິ ນາຍົກລັດຖະມົນຕີ ນະຄອນ​ລອສ​ແອນ​ເຈ​ລິ​ສ ກໍ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ປະຊາຊົນ​ຢູ່​ແຕ່​ໃນ​​ເຮືອນ ​ແລະ ຈຳກັດ​ການ​ເຮັດ​ກິດຈະກຳ​ທີ່​ບໍ່​ຈຳ​ເປັນ​ທັງ​ໝົດ.

ຄຳ​ສັ່ງ​ດັ່ງກ່າວ​ມີ​ຂໍ້​ຍົກ​ເວັ້ນ​ແຕ່​ໃຫ້​ປະຊາຊົນ​ສາມາດ​ເດີນທາງ​ໄປ​ຊື້​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ເຊັ່ນ ຮ້ານ​ຂາຍ​ຢາ​, ຊຸບ​​ເປີມາເກັດ ສະຖານີ​ບໍລິການ​ນ້ຳມັນ ສ່ວນ​ໂຮງ​ໜັງ, ​ໂຮງ​ຍິມ, ບາ ​ແລະ ຮ້ານ​ອາຫານ​ຈະ​ຖືກ​ງົດ​ໃຫ້​ບໍລິການ​ຊົ່ວຄາວ​ເຊັ່ນ​ກັນ ​ຍົກເວັ້ນ​ແຕ່​ຮ້ານ​ອາຫານ​ທີ່​ໃຫ້​ບໍລິການ​ສັ່ງຊື້ ກັບ​ເຮືອນ​ ເດລິີເວີຣ໌ຣີ ຈະ​ຍັງ​ຄົງ​ໃຫ້​ບໍລິການ.

ນອກຈາກ​ນີ້​ ທ່ານ ນິວຊອມ ຍັງ​ໄດ້​ສົ່ງ​ຈົດໝາຍ​ຫາ​ປະທານາ​ທິບໍດີ​ທຣຳ​ວ່າ ຈາກ​ການ​ປະ​ເມີນ​ຂອງ​ໜ່ວຍ​ງານ​ດ້ານ​ສາທາ​ລະ​ນະສຸກ ​​ແຂວງ​ແຄ​ລິ​ຟໍ​ເນຍ ຄາດ​ວ່າ ປະຊາຊົນ​ແຄ​ລິຟໍ​ເນຍ ປະມານ 25,5 ລ້ານຄົນ ຫລື 56% ຂອງ​ຈຳນວນ​ປະຊາຊົນ​ແຄ​ລິຟໍ​ເນຍ ທັງ​ໝົດ ຈະ​ຕິດ​ໄວຣັສ​ໂຄ​ວິດ-19 ​ໃນ​ອີກ 8 ອາທິດ​ຕໍ່​ໄປ ​ເມື່ອ​ປະ​ເມີນ​ຈາກ​ອັດຕາ​ການ​ເພີ່ມ​ຂຶ້ນຂອງ​ຈຳ​ນວນຜູ້​ປ່ວຍ​ໂຄ​ວິດ-19 ທີ່​ເພີ່ມ​ຂຶ້ນຢ່າງ​ໜ້າ​ເປັນ​ຫວ່ງ.

ດ້ວຍ​ເຫດ​ນີ້ ​ເຈົ້າ​ແຂວງ​ແຄ​ລິຟໍ​ເນຍ ຈິ່ງ​ຂໍ​ໃຫ້​ ປະທານາທິບໍດີ. ທຣຳ ສົ່ງ​ເຮືອ​ແພດ USNS Mercy ມາ​​ທ່າ​ເຮືອ​ລອສ​ແອນ​ເຈ​ລິ​ສ ​ແລະ ​ໃຫ້​ປະຈຳການ​ໄປ​ຈົນ​ເຖິງ​ວັນ​ທີ 1 ກັນຍາ. ​ເພື່ອ​ຮັບ​ມື​ກັບ​ຈຳນວນ​ຜູ້​ຕິດ​ເຊື້ອທີ່​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນຈົນ​ອາດ​ເກີນ​ຂີດ​ຄວາມ​ສາມາດ​ທີ່​ການ​ບໍລິການຄົນ​ເຈັບ​ຂອງ​ເມືອງ​ຈະ​ຮັບ​ໄຫວ.

​ແຄ​ລິຟໍ​ເນຍ ​ໃຫ້​ປະຊາຊົນ 40 ລ້ານຄົນ​ຢູ່​ແຕ່​ໃນ​​ເຮືອນ - 4 - ​ແຄ​ລິຟໍ​ເນຍ ​ໃຫ້​ປະຊາຊົນ 40 ລ້ານຄົນ​ຢູ່​ແຕ່​ໃນ​​ເຮືອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!