ເຈົ້າຂອງສະໂມສອນເຊວຊີ ເປີດໂຮງແຮມໃຫ້ເຈົ້າໜ້າທີ່ສາທາລະນະສຸກອັງກິດພັກຟຣີ..!
March 21, 2020 - 1:35 PM


ປັດຈຸບັນ ບັນຫາການແຜ່ລະບາດຂອງເຊື້ອໄວຣັສ ໂຄວິດ-19 ຍັງຄົງສົ່ງຜົນກະທົບໄປທົ່ວໂລກ ແລະ ແກ່ຍາວມາເປັນເວລາຫຼາຍເດືອນ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊິວິດເປັນຈໍານວນຫຼາຍ ລວມເຖິງບັນຫາເສດຖະກິດ ແລະ ການດໍາລົງຊິວິດ
ດັ່ງນັ້ນ ໂຣມັນ ອາບຣາໂມວິຊ ມະຫາເສດຖີຊາວຣັດເຊຍ ເຈົ້າຂອງສະໂມສອນບານເຕະເຊວຊີ ເປັນອີກໜຶ່ງບຸກຄົນໄດ້ຢືນມືເຂົ້າມາຊ່ວຍແກ້ໄຂບັນຫາດັ່ງກ່າວ ດ້ວຍການປ່ຽນໂຮງແຮມ ມິເລນນ້ຽນ ທີ່ສະໜາມ ສະແຕມຟ໋ອດບິດ ເປັນທີ່ພັກໃຫ້ແກ່ທີມແພດສາທາລະນະສຸກອັງກິດ ຕໍ່ສູ້ກັບເຊື້ອໄວຣັສ ໂຄວິດ-19 ທີ່ກໍາລັງລະບາດຢູ່ປະເທດອັງກິດ ໂດຍບໍ່ເສຍຄ່າໃຊ້ຈ່າຍ.
ປະຈຸບັນ ປະເທດອັງກິດ ມີຜູ້ຕິດເຊື້ອໂຄວິດ-19 ຫຼາຍກວ່າ 3200 ຄົນ ແລະ ມີຜູ້ເສຍຊິວິດຫລາຍກວ່າ 140 ຄົນ.