ເຟໄລນີ ຕິດເຊື້ອໄວຣັສໂຄວິດ-19ເປັນນັກເຕະຄົນທໍາອິດໃນ ໄຊນີສ ຊູບເປີລີກ
March 23, 2020 - 9:10 AM




ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ກົມສາທາລະນະສຸກ ສປ.ຈີນ ຢືນຢັນວ່າ ມາຣູຢັນ ເຟໄລນີ ກອງກາງຂອງ ຊານຕົງ ລູ່ເໜິງ ສະໂມສອນໃນ ໄຊນີສ ຊູບເປີລີກ ມີຜົນກວດເຊື້ອໄວຣັສໂຄວິດ-19, ອອກມາເປັນບວກ


ສຳຫຼັບ ເຟລໄລນີ ເປັນອະດີດນັກເຕະຂອງ ເອັບເວີຕັນ ແລະ ແມນເຊັດເຕີ ຢູໄນເຕັດ, ກໍາລັງຈະລາຍງານຕົວກັບ ຊານຕົງ ລູເໜິງ ດ້ວຍການເດີນທາງດ້ວຍລົດໄຟ ເຖິງເມືອງຢີ່ໜານ ໃນວັນທີ 20 ມີນາ ກ່ອນຖືກກວດພົບວ່າຕິດເຊື້ອໄວຣັສດັ່ງກ່າວ ໃນຕອນນັ້ນເຮັດໃຫ້ ເຟໄລນີ ກາຍເປັນນັກເຕະຄົນທໍາອິດໃນ ລີກສູງສຸດຂອງ ສປ.ຈີນ ທີ່ຕິດເຊື້ອໄວຣັສໂຄວິດ-19.



