ຄະນະສະເພາະກິດແບ່ງຄວາມຮັບຜິດຊອບ ຕ້ານໂຄວິດ-19

- 91291295 - ຄະນະສະເພາະກິດແບ່ງຄວາມຮັບຜິດຊອບ ຕ້ານໂຄວິດ-19
- kitchen vibe - ຄະນະສະເພາະກິດແບ່ງຄວາມຮັບຜິດຊອບ ຕ້ານໂຄວິດ-19

ຄະນະ​ສະ​ເພາະ​ກິດ​ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ​ແລະ ​ແກ້​ໄຂ​ການລະບາດພະຍາດ​ໂຄ​ວິດ-19 ​ໄດ້​ຈັດ​ກອງ​ປະຊຸມ​ແບ່ງ​ຄວາມ​ຮັບຜິດຊອບ​ພາຍ​ໃນ​ຂອງຄະນະ​ສະ​ເພາະ​ກິດ​ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ​ແລະ ​ແກ້​ໄຂ​ການລະບາດພະຍາດ​ໂຄ​ວິດ-19 ຂຶ້ນ​ໃນ​ວັນ​ທີ 8 ​ເມສາ​ນີ້, ທີ່​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ຫົວໜ້າຄະນະ​ສະ​ເພາະ​ກິດ​ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ​ແລະ ​ແກ້​ໄຂ​ການລະບາດພະຍາດ​ໂຄ​ວິດ 19 ພ້ອມ​ດ້ວຍ​ບັນດາ​ຮອງ​ລັດຖະມົນຕີ​ທີ່ ກ່ຽວຂ້ອງ​ເຂົ້າຮ່ວມ.

​ໃນ​ພິທີ​ທ່ານ ສົມ​ດີ ດວງ​ດີ ​ໄດ້​ກ່າວ​ບາງ​ຕອນ​ສຳຄັນ​ໃຫ້​ຮູ້​ວ່າ: ​ໃນ​ກອງ​ປະຊຸມແບ່ງ​ຄວາມ​ຮັບຜິດຊອບ​ພາຍ​ໃນ​ຂອງຄະນະ​ສະ​ເພາະ​ກິດ​ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ​ແລະ ​ແກ້​ໄຂ​ການລະບາດພະຍາດ​ໂຄ​ວິດ-19 ຄັ້ງນີ້ຈະ​ໄດ້​ຮ່ວມ​ກັນ​ປຶກສາ​ຫາລື​ກ່ຽວກັບ​ກໍລະນີ​ຄົນ​ຜູ້​ຕິ​ດ​ເຊື້ອລົ້ນ​ໂຮງໝໍຈະ​ນຳ​ເອົາ​ຜູ້​ຕິດ​ເຊື້ອດັ່ງກ່າວ​ໄປ​ພັກ​ຢູ່​ໃສ, ​ເພາະ​ປະຈຸ​ບັນ​ແມ່ນ​ໄດ້​ນຳ​ໃຊ້​ໂຮງໝໍມິດຕະພາບ, ຖ້າ​ຫາກ​ມີ​ກໍລະນີມີ​ຜູ້​ຕິດ​ເຊື້ອ​ເພີ່ມ​ຂຶ້ນ​ເປັນ​ຮ້ອຍ ຫຼື ພັນ​ຄົນ​ຈະ​ໄປ​ພັກ​ຢູ່​ໃສ, ສະນັ້ນ​ໃຫ້​ພາກສ່ວນ​ປ້ອງ​ກັນ​ຄວາມຫງົບ​ຮ່ວມ​ກັບ​ພາກສ່ວນ​ປ້ອງ​ກັນຊາ​ດຊອກ​ຫາ​ສະຖານ​ທີ່​ພັກ​ໃຫ້​ຜູ້​ຕິດ​ເຊື້ອ (ກໍລະນີ​ມີ​ຜູ້​ຕິດ​ເຊື້ອ​ເພີ່ມ​ຂຶ້ນ) ວ່າ​ຄວນ​ນຳ​ໃຊ້​ສະຖານ​ທີ່​ໃດ​ເພີ່ມ​ຕື່ມ​ອີກ, ອີກ​ບັນຫາໜຶ່ງກໍລະນີ​ແພດໝໍຫາກ​ຕິດ​ເຊື້ອພະຍາດ​ດັ່ງກ່າວ​ພວກ​ເຮົາ​ຈະ​ມີ​ວິທີ​ຮັບ​ມື​ແນວ​ໃດ.

- Visit Laos Visit SALANA BOUTIQUE HOTEL - ຄະນະສະເພາະກິດແບ່ງຄວາມຮັບຜິດຊອບ ຕ້ານໂຄວິດ-19
- Visit Laos Visit SALANA BOUTIQUE HOTEL - ຄະນະສະເພາະກິດແບ່ງຄວາມຮັບຜິດຊອບ ຕ້ານໂຄວິດ-19

ອີງ​ຕາມ​ຂໍ້​ຕົກລົງ​​ເລກທີ 023/ສພກ ລົງ​ວັນ​ທີ 6 ​ເມສາ 2020 ວ່າ​ດ້ວຍ​ການ​ແບ່ງ​ຄວາມ​ຮັບຜິດຊອບ​ພາ​ຍ​ໃນ​ຂອງຄະນະ​ສະ​ເພາະ​ກິດ​ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ​ແລະ ​ແກ້​ໄຂ​ການລະບາດພະຍາດ​ໂຄ​ວິດ-19 ​​ໃນ​ນັ້ນ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ​ເປັນ​ຫົວໜ້າຄະນະ​ສະ​ເພາະ​ກິດ (ຊີ້ນຳ​ລວມ), ທ່ານ ບຸນ​ກອງ ສີ​ຫາ​ລົງ ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ເປັນ​ຮອງ​ຫົວໜ້າຄະນະ, ທ່ານ ພູທອນ ​ເມືອງ​ປາກ ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ​ເປັນ​ຮອງ​ຫົວໜ້າຄະນະ ທັງ​ເປັນ​ຫົວໜ້າກອງ​ເລຂ​າຄະນະ​ສະ​ເພາະ​ກິດ, ວຽກງານ​ພົວພັນ​ຕ່າງປະ​ເທດ ​ທ່ານ ທອງ​ສະຫວັນ ພົມວິຫານ ຮອງລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ເປັນ​ຫົວໜ້າ, ວຽກງານ​ໂຄສະນາ​ເຜີຍ​ແຜ່​ຂໍ້​ມູນ-ຂ່າວສານ ​ແລະ ຕ້ານ​ຂ່າວສານ​ທີ່​ບິດ​ເບືອນ​ຄວາມ​ຈິງ ທ່ານ ສະຫວັນ​ຄອນ ຣາຊມຸນຕຣີ ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼງຂ່າວ, ວັທະນະ​ທຳ ​ແລະ ທ່ອງ​ທ່ຽວ ​ເປັນ​ຫົວໜ້າ, ວຽກງານ​ງົບປະມານ ​ແລະ ພະ​ລາ​ທິການ ທ່ານ ບຸນ​ໂຈມ ອຸບົນ​ປະ​ເສີດ ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ເປັນ​ຫົວໜ້າ, ວຽກງານ​ກະກຽມສະຖານ​ທີ​ຮອງ​ຮັບ​ການ​ແຍກ​ປ່ຽວ ​ແລະ ປິ່ນປົວ ທ່ານ ບຸນ​ແຝງ ພູມ​ມະ​ໄລ​ສິດ ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ​ເປັນ​ຫົວໜ້າ, ວຽກງານ​ຄຸ້ມ​ຄອງ​ການ​ສັນຈອນ ​ແລະ ຈຳກັດ​ບໍລິ​ເວນ ທ່ານ ພົນ​ຕີ ສົມ​ຫວັງ ທຳ​ມະ​ສິດ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ເປັນ​ຫົວໜ້າ, ວຽກງານ​ການ​ຄຸ້ມ​ຄອງ​ລາຄາ​ສິນຄ້າ ​ແລະ ສົ່ງ​ເສີມ​ການ​ຜະລິດ​ພາຍ​ໃນ ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ເປັນ​ຫົວໜ້າ, ວຽກງານ​ກວດກາ ​ແລະ ອຳນວຍ​ຄວາມ​ສະດວກ​ມນການ​ຂົນ​ສົ່ງ​ສິນຄ້າ​ພາຍ​ໃນ ​ແລະ ສິນຄ້າ​ເຂົ້າ-ອອກປະ​ເທດ ທ່ານ ສັນຕິ​ສຸກ ສິມ​ມາລາ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ເປັນ​ຫົວໜ້າ, ວຽກງານ​ປຸກລະດົມ​ໂຄສະນາ​ຂົນຂວາຍ​ທົ່ວ​ສັງຄົມ ທ່ານ ສົມ​ອົກ ກິ່ງສະ​ດາ ຮອງ​ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ເປັນ​ຫົວໜ້າ, ວຽກງານ​ຄຸ້ມ​ຄອງ​ແຮງ​ງານ ​ແລະ ນັກ​ສຶກສາມາ​ຈາກ​ຕ່າງປະ​ເທດ ທ່ານ ປະ​ເດີມ ສົນ​ທະນີ ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ເປັນ​ຫົວໜ້າ, ວຽກງານ​ກະກຽມກຳລັງ​ສະໜັບສະໜູນຮອບດ້ານ ທ່ານ ພົນ​ຕີ ​ແອ​ສະ​ໄໝ ​ເລືອ​ງວັນ​ໄຊ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ເປັນ​ຫົວໜ້າ.

- 3 - ຄະນະສະເພາະກິດແບ່ງຄວາມຮັບຜິດຊອບ ຕ້ານໂຄວິດ-19
- 4 - ຄະນະສະເພາະກິດແບ່ງຄວາມຮັບຜິດຊອບ ຕ້ານໂຄວິດ-19
- 5 - ຄະນະສະເພາະກິດແບ່ງຄວາມຮັບຜິດຊອບ ຕ້ານໂຄວິດ-19