ຜູ້ນຳຈີນໝັ້ນໃຈເປົ້າໝາຍກຳຈັດຄວາມທຸກຍາກເປັນໄປຕາມແຜນ
April 22, 2020 - 11:34 AM

ປະທານປະເທດ ສີ ຈິ້ນຜິງ ສະແດງຄວາມເຊື່ອໝັ້ນວ່າເຖິງວ່າຈີນຍັງຢູ່ທ່າມກາງວິກິດໂຣກລະບາດ “ໂຄວິດ-19” ແຕ່ການດຳເນີນງານຂອງລັດຖະບານເພື່ອກຳຈັດຄວາມທຸກຍາກພາຍໃນປະເທດຈະເປັນໄປຕາມແຜນຢ່າງແນ່ນອນ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານປະເທດ ສີ ຈິ້ນຜິງ ລົງພື້ນທີ່ມົນທົນສ່ານຊີ ເຊິ່ງຢູ່ທາງຕອນກາງຂອງປະເທດ ໃນວັນທີ 21 ເມສາ ເພື່ອຢ້ຽມຢາມປະຊາຊົນໃນພື້ນທີ່ ໂດຍຜູ້ນຳຈີນກ່າວໃນຕອນໜຶ່ງ ຢືນຢັນເປົ້າໝາຍການກຳຈັດຄວາມທຸກຍາກຈະເປັນໄປຕາມແຜນການ ຄືພາຍໃນທ້າຍປີນີ້ ເຖິງວ່າຍັງຜະເຊີນສະຖານະການການແຜ່ລະບາດຂອງໂຄວິດ-19.
ທັງນີ້ ລັດຖະບານປັກກິ່ງກຳນົດແຜນຍຸດທະສາດກຳຈັດຄວາມທຸກຍາກໃນປີ 2016 ໂດຍມີຂອບການດຳເນີນງານຄື: ການນຳພາພົນລະເມືອງຈີນໃນພື້ນທີ່ຫ່າງໄກ ເຊິ່ງຍັງມີຖານະທຸກຍາກ ຫລຸດພົ້ນອອກຈາກສະພາບການເປັນຢູ່ດັ່ງກ່າວ “ໃຫ້ໄດ້ຫລາຍສິບລ້ານຄົນ” ພາຍໃນໄລຍະເວລາບໍ່ເກີນ 5 ປີ.