ແຂວງສະຫວັນນະເຂດຈັດກິດຈະກຳປູກຕົ້ນໄມ້ ເນີື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ 1 ມີຖຸນາ


ເຊົ້າວັນທີ 1 ມິຖຸນາ 2020 ແຂວງສະຫວັນນະເຂດ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ.
ຮອງຫົວໜ້າຂະແໜງປ່າໄມ້ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ປີນີ້ແຂວງໄດ້ກຳນົດເອົາຈຸດເປີດລະດູການປູກໄມ້ຂອງແຂວງຢ່າງເປັນທາງການ 2 ຈຸດຄື: ສວນສາທາລະນະໄກສອນ ພົມວິຫານ ແລະ ປູກບໍລິເວນເຂດກໍ່ສ້າງຕາຝັ່ງກັນເຈື່ອນແຄມຂອງ ລວມທັງໝົດ 100 ກວ່າຕົ້ນ. ໄມ້ທີ່ນຳມາປູກໃນຄັ້ງນີ້ສ່ວນໃຫຍ່ແມ່ນໄມ້ດູ່, ໄມ້ສາມສາ, ໄມ້ໄຮ ແລະ ໄມ້ອື່ນໆອີກຈຳນວນໜຶ່ງ ເຊິ່ງປີນີ້ທົ່ວແຂວງໄດ້ກຳນົດຄາດໝາຍສູ້ຊົນປູກຕົ້ນໄມ້ໃຫ້ໄດ້ 1.500 ເຮັກຕາ ໃນຈຳນວນ 2.015.000 ເບ້ຍ ໃນນີ້ໄດ້ມອບຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນທີ່ກ່ຽວຂ້ອງທັງພາກລັດ, ບໍລິສັດ ແລະ ປະຊາຊົນນຳໄປຈັດຕັ້ງປະຕິບັດໂດຍກຳນົດໃຫ້ພາກລັດຮັບຜິດຊອບປູກ 105 ເຮັກຕາ, ບໍລິສັດ 1.225 ເຮັກຕາ ແລະ ປະຊາຊົນ 170 ເຮັກຕາ
ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໃຫ້ຮູ້ວ່າ: ຈຸດປະສົງຂອງການປູກຕົ້ນໄມ້ຄັ້ງນີ້ເພື່ອເປັນການສ້າງສະຕິຄວາມຫວງແຫນ ແລະ ຄວາມເປັນເຈົ້າການໃນການປົກປັກຮັກສາສິ່ງແວດ ລ້ອມທຳມະຊາດ, ການພັດທະນາປ່າໄມ້ ແລະ ທີ່ດິນປ່າໄມ້ໃຫ້ເປັນຂະບວນການຟົດຟື້ນທົ່ວປວງຊົນ ແນໃສ່ການພັດທະນາປ່າໄມ້ໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ ດັ່ງຄຳຂວັນທີ່ວ່າ: “ປູກຕົ້ນໄມ້ໃນວັນນີ້ ເພື່ອຊີວິດທີ່ດີໃນວັນໜ້າ, ປູກຕົ້ນໄມ້ໃຫ້ເປັນປ່າເພື່ອພັດທະນາປະເທດຊາດ”.