ລາຄານໍ້າມັນດິບຫລຸດລົງຢ່າງຮ້າຍແຮງໃນຮອບ 6 ອາທິດຜ່ານມາ

ລາຄານໍ້າມັນດິບຫລຸດລົງຢ່າງຮ້າຍແຮງໃນຮອບ 6 ອາທິດຜ່ານມາ - 49 7 - ລາຄານໍ້າມັນດິບຫລຸດລົງຢ່າງຮ້າຍແຮງໃນຮອບ 6 ອາທິດຜ່ານມາ
ລາຄານໍ້າມັນດິບຫລຸດລົງຢ່າງຮ້າຍແຮງໃນຮອບ 6 ອາທິດຜ່ານມາ - kitchen vibe - ລາຄານໍ້າມັນດິບຫລຸດລົງຢ່າງຮ້າຍແຮງໃນຮອບ 6 ອາທິດຜ່ານມາ

ນໍ້າມັນດິບ WTI ຫລຸດລົງ 8,2% ໃນວັນທີ 11 ຜ່ານມາ,  ເພາະມີຄວາມເປັນຫ່ວງວ່າ ຄວາມຕ້ອງການຊົມໃຊ້ຈະຫລຸດລົງ ໃນເມື່ອມີຜູ້ຕິດເຊື້ອລາຍໃໝ່ເພີ່ມຂຶ້ນ ແລະ ນໍ້າມັນຂອງສະຫະລັດຈະລົ້ນສາງ.

ວັນທີ 11 ມີຖຸນານີ້, ນໍ້າມັນດິບ Brent ຫລຸດລົງ 7,6%ໃນລາຄາ 38,55 USD/ຟຸ່ຍ. ນໍ້າມັນດິບ  WTI ຂອງສະຫະລັດ ຕົກລາຄາຢູ່ທີ່ 36,34 USD. ຊຶ່ງລາຄານໍ້າມັນສອງຊະນິດດັ່ງກ່າວຕົກລາຄາຕໍ່າທີ່ສຸດໃນໄລຍະທ້າຍເດືອນເມສາເປັນຕົ້ນມາ. ປັດຈຸບັນໄດ້ຂຶ້ນມາຢູ່ທີ່ 3,2% ແລະ 4,3% ຕາມລຳດັບ.

ລາຄານໍ້າມັນດິບຫລຸດລົງຢ່າງຮ້າຍແຮງໃນຮອບ 6 ອາທິດຜ່ານມາ - Visit Laos Visit SALANA BOUTIQUE HOTEL - ລາຄານໍ້າມັນດິບຫລຸດລົງຢ່າງຮ້າຍແຮງໃນຮອບ 6 ອາທິດຜ່ານມາ
ລາຄານໍ້າມັນດິບຫລຸດລົງຢ່າງຮ້າຍແຮງໃນຮອບ 6 ອາທິດຜ່ານມາ - Visit Laos Visit SALANA BOUTIQUE HOTEL - ລາຄານໍ້າມັນດິບຫລຸດລົງຢ່າງຮ້າຍແຮງໃນຮອບ 6 ອາທິດຜ່ານມາ

ຜູ້ຕິດເຊື້ອໂຄວິດ-19 ໃນສະຫະລັດອາເມລິກາໃນປັດຈຸບັນໄດ້ຂຶ້ນກາຍ 2 ລ້ານຄົນແລ້ວ. ໃນນັ້ນ, ຜູ້ຕິດເຊື້ອໃໝ່ໄດ້ຄ່ອຍໆຫລຸດລົງໃນ 5 ອາທິດທີ່ຜ່ານມາ. ເກືອບວ່າທຸກໆລັດໃນສະຫະລັດໄດ້ຜ່ອນຜັນມາດຕະການແລ້ວ ແຕ່ການຊົມໃຊ້ນໍ້າມັນຍັງຕໍ່າກວ່າ 20% ທຽບໃສ່ສະພາບປົກກະຕິ ເພາະຜູ້ຊົມໃຊ້ຍັງມີຄວາມລະມັດລະວັງຢູ່.

ກົມສະສົມຂອງສະຫະລັດ(Fed) ສະແດງຄວາມເປັນຫ່ວງສະພາບການດັ່ງກ່າວຍັງຈະສືບຕໍ່ຫລຸດລົງ ເພາະຄວາມຕ້ອງການນໍ້າມັນເຊື້ອໄຟຫລຸດລົງ. ທ່ານກ່າວວ່າ: “ຫຼາຍບ່ອນມີຜູ້ຕິດເຊື້ອເພີ່ມຂຶ້ນ ອາດຈະສົ່ງຜົນກະທົບເຖິງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການທ່ອງທ່ຽວ, ກິນດື່ມ ແລະ ບັນເທີງ”

ສາເຫດອັນໜຶ່ງອີກທີ່ພາໃຫ້ລາຄານໍ້າມັນດິບສະຫະລັດຫລຸດລົງກໍຍ້ອນນໍ້າມັນດິບຂອງສະຫະລັດເພີ່ມຂຶ້ນ 5,7 ລ້າຍຟຸ່ຍໃນອາທິດກ່ອນໜ້ານີ້ ຂຶ້ນເປັນ 538,1 ລ້ານ ຟຸ່ຍ ຈາກການນຳເຂົ້າຈາກ Saudi Arabia.

ບັນດາປະເທດໃນ OPEC+ ຈຳນວນໜຶ່ງເຊັ່ນ: ອີຣັກ, ໄນຈີເຣຍ ຍັງບໍ່ຫລຸດການຜະລິດລົງຕາມສັນຍາ. ໄນຈີເຣຍ ໄດ້ຜະລິດເຖິງ 100.000 ຟຸ່ຍ/ວັນ ຖ້າທຽບໃສ່ຕົວເລກການຜະລິດໃນເດືອນພຶດສະພາ.

ອາທິດແລ້ວນີ້, ບັນດາປະເທດ OPEC+ ໄດ້ເຫັນດີຫລຸດການຜະລິດລົງເປັນໄລຍະຍາວເປັນປະຫວັດການ ຊຶ່ງຈະຜະລິດ 9,7 ລ້ານຟຸ່ຍ/ວັນຈົນໝົດເດືອນກໍລະກົດທີ່ຈະມາເຖິງ ຊຶ່ງກ່ອນໜ້ານີ້ຄາດວ່າຈະຮອດແຕ່ເດືອນພຶດສະພາ ຫຼື ເດືອນ ມີຖຸນາເທົ່ານັ້ນ.

ຂ່າວ: ລູກເມືອງພວນ ( ແຫຼ່ງຂ່າວ vnexpress)

ລາຄານໍ້າມັນດິບຫລຸດລົງຢ່າງຮ້າຍແຮງໃນຮອບ 6 ອາທິດຜ່ານມາ - 3 - ລາຄານໍ້າມັນດິບຫລຸດລົງຢ່າງຮ້າຍແຮງໃນຮອບ 6 ອາທິດຜ່ານມາ
ລາຄານໍ້າມັນດິບຫລຸດລົງຢ່າງຮ້າຍແຮງໃນຮອບ 6 ອາທິດຜ່ານມາ - 5 - ລາຄານໍ້າມັນດິບຫລຸດລົງຢ່າງຮ້າຍແຮງໃນຮອບ 6 ອາທິດຜ່ານມາ
ລາຄານໍ້າມັນດິບຫລຸດລົງຢ່າງຮ້າຍແຮງໃນຮອບ 6 ອາທິດຜ່ານມາ - 4 - ລາຄານໍ້າມັນດິບຫລຸດລົງຢ່າງຮ້າຍແຮງໃນຮອບ 6 ອາທິດຜ່ານມາ
  • 1097 Posts
  • 0 Comments
iLike/LPN/20