ຄະນະກໍາມະການຄຸ້ມຄອງໄພພິບັດເຕືອນພາກກາງ ແລະພາກໃຕ້ກຽມຮັບມືກັບສະພາບການປ່ຽນແປງດິນຟ້າອາກາດ


ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ເນັ້ນໃຫ້ບັນດາແຂວງພາກກາງ ແລະ ພາກໃຕ້ເພີ່ມທະວີກະກຽມຄວາມພ້ອມຮັບມືໄພພິບັດທາງທໍາມະຊາດ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້ານີ້.


ໂດຍອີງໃສ່ລາຍງານ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນທ້າຍປີນີ້ ຈະມີຝົນຫລາຍກວ່າເກນປົກກະຕິໃນຂອບເຂດທົ່ວປະເທດ, ຊຶ່ງຈະເກີດມີນໍ້າຖ້ວມໃນເຂດພາກກາງ ແລະ ພາກໃຕ້ຄື: ໄລຍະທີ 1 ແມ່ນການເຝົ້າລະວັງ, ຕິດຕາມ ແລະ ການແຈ້ງຂ່າວເຕືອນໄພລ່ວງໜ້າ, ໄລຍະທີ 2 ແມ່ນການຄວບຄຸມ ແລະ ການຊ່ວຍເຫລືອແກ້ໄຂສຸກເສີນ ລະຫວ່າງ ເກີດໄພພິບັດ ແລະ ໄລຍະທີ 3 ແມ່ນການຟື້ນຟູຫລັງໄພພິບັດ.
ພ້ອມກັນນັ້ນ, ກໍໃຫ້ກວດກາຄືນຄວາມພ້ອມ ແລະ ບົດບາດຄວາມຮັບຜິດຊອບຂອງບັນດາຂະແໜງການໃນສະມາຊິກຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ເພື່ອເອກະພາບໃນການຈັດຕັ້ງປະຕິບັດ, ຄວາມພ້ອມຕ່າງໆນັບທັງເຮືອກູ້ໄພ, ເຕັ້ນນອນ, ພາຫະນະ, ລວມທັງການຝືກຊ້ອມແຜນການຮັບມືສຸກເສີນ, ທົດສອບກົນໄກການປະສານງານ, ການບັນຊາການ ແລະ ການນໍາໃຊ້ທ່າແຮງທີ່ມີ ໃຫ້ມີປະສິດທິຜົນສູງ.