ທຣຳ ຮຽກຮ້ອງໃຫ້ເລື່ອນການເລືອກຕັ້ງປະທານາທິບໍດີອອກໄປກ່ອນ
July 31, 2020 - 1:41 PM


ສຳນັກຂ່າວ Sputnik ອ້າງອີງບົດຄວາມຂອງ ທຣຳ ຂຽນລົງໃນ ທະວິດເຕີຂອງເຂົາວ່າ: “ການປ່ອນບັດເລືອກຕັ້ງທົ່ວໄປໂດຍຜ່ານທາງ ອີເມລ ໃນປີ 2020 ນີ້ ຈະເປັນການຜິດພາດທີ່ສຸດ ແລະ ຈະມີການໂກງຄະແນນເກີດຂຶ້ນ ຊຶ່ງອາດຈະກາຍເປັນປະຫວັດການໃນປະຫວັດສາດ. ມັນຈະເປັນສິ່ງທີ່ອັບອາຍຂາຍໜ້າທີ່ສຸດຂອງສະຫະລັດ. ເລື່ອນອອກໄປກ່ອນຈົນກວ່າເມື່ອໃດປະຊາຊົນສາມາດໄປປ່ອນບັດໄດ້ດ້ວຍຄວາມປອດໄພມັນຊິເປັນຫຍັງ”
ຄຳຮຽກຮ້ອງຂອງ ທຣຳ ມີຂຶ້ນກໍເພາະວ່າ ເຂົາບໍ່ເຫັນດີກັບການປ່ອນບັດທາງໄກ ຫຼື ທາງອອນລາຍ ເພື່ອປ້ອງກັນບໍ່ໃຫ້ພະຍາດຕິດຕໍ່ໃສ່ກັນໃນການໄປປ່ອນບັດເລືອກຕັ້ງທີ່ຈະມາເຖິງ. ເຂົາໃຫ້ເຫດຜົນວ່າ ການປ່ອນບັດທາງໄກ ຫຼື ທາງອອນລາຍ ໂດຍຜ່ານ ອີເມລ ນັ້ນຈະບໍ່ມີຄວາມໂປ່ງໃສ ແລະ ຈະສ້າງຄວາມເສຍປຽບໃຫ້ແກ່ເຂົາເອງ.
ອາທິທີ່ຜ່ານມານີ້, ປະທານາທິບໍດີ ທຣຳ ເຄີຍໃຫ້ຄຳເຫັນວ່າ: ບັນດາລັດຖະບານຕ່າງປະເທດຈະຊອກຫາວິທີໂລບຄະແນນການເລືອຕັ້ງໂດຍຜ່ານທາງ ອີເມລ.
ຂ່າວ: ລູກເມືອງພວນ