ຮອງນາຍົກລັດຖະມົນຕີ ຊີ້ນໍາໃຫ້ພັດທະນາຕະຫລາດທຶນ ກ້າວສູ່ຄວາມເຂັ້ມແຂງ

ຮອງນາຍົກລັດຖະມົນຕີ ຊີ້ນໍາໃຫ້ພັດທະນາຕະຫລາດທຶນ ກ້າວສູ່ຄວາມເຂັ້ມແຂງ - 14 - ຮອງນາຍົກລັດຖະມົນຕີ ຊີ້ນໍາໃຫ້ພັດທະນາຕະຫລາດທຶນ ກ້າວສູ່ຄວາມເຂັ້ມແຂງ
ຮອງນາຍົກລັດຖະມົນຕີ ຊີ້ນໍາໃຫ້ພັດທະນາຕະຫລາດທຶນ ກ້າວສູ່ຄວາມເຂັ້ມແຂງ - kitchen vibe - ຮອງນາຍົກລັດຖະມົນຕີ ຊີ້ນໍາໃຫ້ພັດທະນາຕະຫລາດທຶນ ກ້າວສູ່ຄວາມເຂັ້ມແຂງ

ກອງປະຊຸມຄະນະກໍາມະການຄຸ້ມຄອງຫລັກຊັບ (ຄຄຊ) ຄັ້ງທີ II ປະຈໍາປີ 2020ໄດ້​​ສຳ​ເລັດ​ລົງໃນ​ວັນ​ທີ 31 ກໍ​ລະ​ກົດ 2020 ທີ່​ສຳ​ນັກ​ງານ ຄ​ຄ​ຊ (ສ.ຄ​ຄ​ຊ) ພາຍ​ໃຕ້​ການ​ເປັ​ນ​ປະ​ທານ​ຂອງ ທ່ານ ສົມດີ ດວງດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ປະທານ ຄຄຊ. ພ້ອມນີ້, ກໍ່​ມີ​ການເຂົ້າ​ຮ່ວມ​ຂອງ ທ່ານ ສ​ອນ​ໄຊ ສິ​ດ​ພະ​ໄຊ ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ (ທ​ຫລ), ຮອງປະທານ ຄ​ຄ​ຊ-ຜູ້​ປະ​ຈຳ​ການ, ບັນ​ດາຄະນະກໍາມະການ​ຄຸ້ມ​ຄອງ​ຫລັກ​ຊັບ, ທ່ານ ນາງ ສາຍສະໝອນ ຈັນທະຈັກ ຫົວໜ້າ ສຄຄຊ, ທ່ານ ເພັດ​ສະ​ຖາ​ພອນ ແກ້ວ​ວົງ​ວິ​ຈິດ ຫົວ​ໜ້າ​ຫ້ອງ​ການ ທ​ຫລ, ປະ​ທານ​ສະ​ພາ​ບໍ​ລິ​ຫານ​ຕະຫລາດຫລັກ​ຊັບ​ລາວ (ຕ​ລ​ຊ​ລ) ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​.

ກອງ​ປະຊຸມຄັ້ງ​ນີ້, ໄດ້ເປີດຂຶ້ນທ່າມກາງທີ່ທົ່ວພັກ, ທົ່ວລັດ, ທົ່ວ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ທົ່ວ​ປວງ​ຊົນ​ລາວ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິ X ຂອງພັກໃນທ້າຍສະໄໝ, ສະຫລຸບຕີລາຄາການ ຈັດຕັ້ງປະຕິບັດແຜນ 5 ປີ ຄັ້ງທີ VIII (2016-2020) ແລະ ສືບຕໍ່ສ້າງຂະບວນການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ, ການ​ຈັດ​ຕັ້ງ​ປະ​ຕິ​ບັດຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດ ຊຸດທີ VIII. ສະເພາະຂະແໜງການເງິນ ກໍ່ພວມສຸມໃສ່ທົບທວນຄືນແຜນຍຸດທະສາດ ການພັດທະນາລະບົບສະຖາບັນການເງິນ-ເງິນຕາ ຂອງ ສປປ ລາວ ໃນໄລຍະປີ 2016-2025 ແລະ ວິໄສທັດຮອດປີ 2030 ໂດຍສະເພາະ ແຜນຍຸດທະສາດໃນການພັດທະນາຕະຫລາດທຶນ (2016-2025). ພ້ອມດຽວກັນນີ້, ກໍ່ຢູ່ໃນໄລຍະທີ່ມີຄວາມຫຍຸ້ງຍາກທ​າງດ້ານເສດຖະກິດ, ການເງິນ, ການແຜ່ລະບາດຂອງເຊື້ອພະຍາດ ແລະ ໄພທຳມະຊາດ, ຊຶ່ງໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສ​ປ​ປ ລາວ.

ຮອງນາຍົກລັດຖະມົນຕີ ຊີ້ນໍາໃຫ້ພັດທະນາຕະຫລາດທຶນ ກ້າວສູ່ຄວາມເຂັ້ມແຂງ - Visit Laos Visit SALANA BOUTIQUE HOTEL - ຮອງນາຍົກລັດຖະມົນຕີ ຊີ້ນໍາໃຫ້ພັດທະນາຕະຫລາດທຶນ ກ້າວສູ່ຄວາມເຂັ້ມແຂງ

ພາຍຫລັງສຳເລັດກອງປະຊຸມ ຄຄຊ ຄັ້ງທີ I ປະຈໍາປີ 2020 ທີ່ຜ່ານມາ ແມ່ນໄດ້​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະຕິບັດ​ການ​ເຄື່ອນໄຫວ​ວຽກ​ງານ​ຄຸ້ມ​ຄອງ​ຫລັກ​ຊັບຢ່າງ​ຕັ້ງໜ້າ ໃນ​ນັ້ນ​ຜົນ​ສໍາ​ເລັດອັນ​ພົ້ນ​ເດັ່ນ​ແມ່ນໄດ້ສໍາເລັດການສ້າງກົດໝາຍວ່າດ້ວຍຫລັກຊັບ (ສະບັບປັບປຸງ) ແລະ ສໍາເລັດການຄົ້ນຄວ້າອະນຸຍາດໃນການອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນຄັ້ງທຳອິດ (IPO) ຂອງບໍລິສັດ ເອເນໂກ້ ໄດນາມິກ. ແຕ່ຢ່າງໃດກໍ່ຕາມ, ຍັງຕ້ອງ​ໄດ້​ສືບ​ຕໍ່​ເອົາ​ໃຈ​ໃສ່​ຫລາຍບັນຫາເພື່ອພັດທະນາ​ຕະຫລາດ​ທຶນລາວ ໃຫ້​ມີ​ປະສິດ​ທິ​ພາບ, ມີ​ຄວາມ​ໜ້າ​ເຊື່ອ​ຖື ​ແລະ ມີ​ຄວາມຄຶກຄື້ນກວ່າເກົ່າ.

ກອງປະຊຸມ ຄ​ຄ​ຊ ຄັ້ງທີ II ປະຈໍາປີ 2020 ໄດ້ປຶກສາຫາລືບາງໜ້າວຽກທີ່ສຳຄັນ ໂດຍ​ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຫົວໜ້າ ສຄຄຊ ໄດ້ລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄຄຊ ຄັ້ງທີ I ປີ 2020; ລາຍງານຄວາມຄືບໜ້າການກະກຽມຄວາມພ້ອມ ການເຂົ້າເປັນສະມາຊິກສົມບູນຂອງອົງການຄຸ້ມຄອງຫລັກຊັບສາກົນ (IOSCO); ນອກນີ້ ຍັງ​ມີພາກ​ສ່ວນ​ກ່ຽວ​ໄດ້ນຳສະເໜີນິຕິກຳຈຳນວນ 3 ສະບັບໃນ​ນີ້​ມີຮ່າງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການຄຸ້ມຄອງຫລັກຊັບ (ສະບັບປັບປຸງ); ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຜູ້ລົງທຶນພາຍໃນ ທີ່ໄປລົງທຶນໃນຫລັກຊັບຢູ່ຕ່າງປະເທດ (ສ້າງ ໃໝ່) ແລະ ຮ່າງຂໍ້ຕົກລົງວ່າດ້ວຍການອອກຈຳໜ່າຍຮຸ້ນ (ສະບັບປັບປຸງ); ຂະ​ນະ​ດຽວ​ກັນ, ຍັງ​ມີ​ການລາຍງານການຈັດຕັ້ງປະຕິບັດວຽກງານຂອງ ສ.ຄຄຊ ປະຈຳ 6 ເດືອນຕົ້ນປີ 2020 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020; ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕລຊລປະຈຳ 6 ເດືອນຕົ້ນປີ 2020 ແລະທິດທາງແຜນການ 6 ເດືອນທ້າຍປີ 2020.

ທ່ານ ສົມດີ ດວງດີ ຮອງ​ນາຍົກລັດຖະມົນຕີ, ປະທານ ຄຄຊໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍຕໍ່​ບັນດາຄະນະກໍາມະການຄຸ້ມຄອງຫລັກຊັບທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການດໍາເນີນວຽກ​ງານດ້ວຍຜົນສໍາເລັດຢ່າງຈົບງາມ; ພ້ອມກັນພັດທະນາຕະຫລາດທຶນ ກ້າວສູ່ຄວາມເຂັ້ມແຂງ ແລະ ຂໍ​ມອບ​ໃຫ້​ທ່ານຜູ້ວ່າການ, ຮອງປະທານ ​ຄຄຊ-ຜູ້ປະຈຳການ ແລະ ສ.ຄຄຊ ຈົ່ງ​ຮີບຮ້ອນ​ປະສານ​ສົມທົບກັບຂະແໜງການກ່ຽວຂ້ອງຕ່າງໆ ​ເພື່ອ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ກອງ​ປະຊຸມ​ຄັ້ງ​ນີ້​ ເປັນ​ໜ້າວຽກ​ລະອຽດ ດ້ວຍຄວາມ​ເປັນ​ເຈົ້າ​ການ ​ແລະ ຄວາມ​ຮັບຜິດຊອບ​ສູງ; ພ້ອມ​ນັ້ນ, ກໍ່ຕ້ອງ​ມີ​​ການ​ຕິດຕາມ​ກວດກາ ແລະ ສະຫລຸບ​ຖອດ​ຖອນ​ບົດຮຽນ​ແຕ່​ລະ​ໄລຍະ​ຢ່າງ​ເໝາະ​ສົມ;  ຈາກນັ້ນ, ໃຫ້ສະຫລຸບຕີລາຄາການຈັດຕັ້ງປະຕິບັດດັ່ງກ່າວ ເພື່ອລາຍງານຕໍ່ກອງປະຊຸມຄະນະກໍາມະການຄຸ້ມຄອງຫລັກຊັບຄັ້ງຕໍ່ໄປ.

ຮອງນາຍົກລັດຖະມົນຕີ ຊີ້ນໍາໃຫ້ພັດທະນາຕະຫລາດທຶນ ກ້າວສູ່ຄວາມເຂັ້ມແຂງ - 5 - ຮອງນາຍົກລັດຖະມົນຕີ ຊີ້ນໍາໃຫ້ພັດທະນາຕະຫລາດທຶນ ກ້າວສູ່ຄວາມເຂັ້ມແຂງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!