ເຈົ້າແຂວງສະຫວັນນະເຂດແນະນຳໃຫ້ເມືອງໄຊພູທອງ ຫັນມາປູກພືດທາດແປ້ງໃຫ້ຫລາຍຂຶ້ນ


ໃນໂອກາດການລົງຢ້ຽມຢາມຊຸກຍູ້ການຜະລິດຂອງປະຊາຊົນເມືອງໄຊພູທອງ ເມື່ອມໍ່ໆມານີ້, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ແນະນຳໃຫ້ເມືອງດັ່ງກ່າວຫັນມາປູກພືດທາດແປ້ງໃຫ້ຫລາຍຂຶ້ນ ພາຍຫລັງເຫັນວ່າການປູກເຂົ້າລະດູຝົນນີ້ປະສົບກັບໄພແຫ້ງແລ້ງ ແລະ ສັດຕູພືດທຳລາຍໜັກເຊັ່ນ: ດ້ວງກໍ, ເພ້ຍໄຟ, ເຫງົ້າເໜົ່າ ແລະ ອື່ນໆ. ດັ່ງນັ້ນ ມາຮອດປັດຈຸບັນເມືອງດັ່ງກ່າວສາມາດປັກດຳນາປີຂອງຕົນໄດ້ພຽງ 62,3% ຂອງເນື້ອທີ່ທັງໝົດ 14.100 ເຮັກຕາ ແລະ ຕໍ່ສະພາບແນວນີ້ ທ່ານເຈົ້າແຂວງຈຶ່ງໄດ້ແນະນຳໃຫ້ເມືອງຫັນມາປູກພືດທາດແປ້ງ ແລະ ພືດທີ່ໃຊ້ນ້ຳໜ້ອຍໃຫ້ຫລາຍຂຶ້ນ ເພື່ອສາມາດທົດແທນຜົນເສຍຫາຍດັ່ງກ່າວ.
ເມືອງໄຊພູທອງເປັນເມືອງໜຶ່ງທີ່ມີການພັດທະນາດີຂຶ້ນ ປັດຈຸບັນເສດຖະກິດຂະຫຍາຍຕົວໃນລະດັບ 5,69%, ພົນລະເມືອງຜູ້ໜຶ່ງມີລາຍຮັບປະມານ 1.800 ກວ່າໂດລາສະຫະລັດຕໍ່ປີ, ປະຊາຊົນສ່ວນຫລາຍແມ່ນອາໄສການຜະລິດກະສິກຳເປັນສ່ວນໃຫຍ່ ເຊິ່ງກວມເອົາປະມານ 78,88% ຂອງ GDP.