ນະຄອນຫລວງວຽງຈັນ ເກີດອຸປະຕິເຫດ ແລະ ມີຜູ້ເສຍຊີວິດຫລາຍກວ່າໝູ່


ເຈົ້າໜ້າທີ່ຕຳຫລວດຈະລາຈອນ ປກສ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ໃນເດືອນກໍລະກົດຜ່ານມານີ້ໄດ້ສຸມໃສ່ຄວາມເປັນລະບຽບຮຽບຮ້ອຍການສັນຈອນຕາມທ້ອງຖະໜົນ ແລະ ຫລຸດຜ່ອນອຸປະຕິເຫດເກີດຂຶ້ນ.


ເຖິງຢ່າງໃດກໍຕາມ, ກໍຍັງມີບັນຫາການຈະລາຈອນແອອັດໃນໂມງໄປການ-ເລີກການ ຫລື ເວລາເລັ່ງດ່ວນຢູ່ຕາມເສັ້ນທາງຕ່າງໆ ແລະ ມີອຸປະຕິເຫດເກີດຂຶ້ນເປັນປະຈຳ, ເຮັດໃຫ້ນະຄອນຫລວງວຽງຈັນຍັງຄົງເປັນເຂດທີ່ມີອຸປະຕິເຫດ ແລະ ມີຜູ້ເສຍຊີວິດຫລາຍກວ່າໝູ່ ຖ້າທຽບໃສ່ແຂວງອື່ນໆໃນທົ່ວປະເທດ. ໃນເດືອນກໍລະກົດຜ່ານມາມີອຸປະຕິເຫດເກີດຂຶ້ນທັງໝົດ 99 ຄັ້ງ ເພີ່ມຂຶ້ນ 23 ຄັ້ງ, ພາຫະນະເປ່ເພ 198 ຄັນ, ເພີ່ມຂຶ້ນ 46 ຄັນ ບາດເຈັບ 50 ຄົນ ຫລຸດລົງ 12 ຄົນ ແລະ ເສຍຊີວິດ 10 ຄົນ ຫລຸດລົງ 3 ຄົນ.


ສາເຫດທີ່ພາໃຫ້ເກີດອຸປະຕິເຫດແມ່ນຍ້ອນຜູ້ຂັບຂີ່ສ່ວນໃຫຍ່ບໍ່ປະຕິບັດຕາມລະບຽບຈະລາຈອນຢ່າງເຂັ້ມງວດເປັນຕົ້ນ: ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ, ອາຍຸກະສຽນບໍ່ເຖິງ, ລ່ວງໄຟອຳນາດ, ລ້ຽວ ຫລື ຂ້າມທາງບໍ່ລະມັດລະວັງ, ບໍ່ຮັກສາໄລຍະຫ່າງ, ຂີ່ໄວເກີນກຳນົດ, ເສັ້ນທາງບໍ່ສະດວກຄັບແຄບ, ເປັນຂຸມ, ເສັ້ນທາງບໍ່ມີໄຟເຍືອງທາງ, ທາງແຍກທາງຄົບບໍ່ມີໄຟອຳນາດ ແລະ ອື່ນໆ. ຈາກການເກັບກຳສະຖິຕິຂອງເຈົ້າໜ້າທີ່ເຫັນວ່າຜູ້ຂັບຂີ່ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດຈົນພາໃຫ້ເກີດອຸປະຕິເຫດມີ 57 ຄົນ, ບໍ່ມີໃບຂັບຂີ່ 67 ຄົນ.