ຈີນອອກໂຄງການຈານສະອາດ ແກ້ບັນຫາຂີ້ເຫຍື້ອອາຫານເຫລືອຖິ້ມ


ຈີນເຮັດ“ໂຄງການຈານສະອາດ” ເປັນມາດຕະການເສີມເພື່ອແກ້ໄຂບັນຫາຂີ້ເຫຍື້ອອາຫານເຫລືອຖິ້ມ ຫລັງຈາກປະທານປະເທດ ສີ ຈິ້ນຜິງ ສະແດງຄວາມເປັນຫ່ວງວ່າ ອາຫານເຫລືອຖິ້ມໃນຈີນມີນາປະລິມານສູງຈົນໜ້າກັງວົນ ເພິ່ນເນັ້ນວ່າການລະບາດຂອງພະຍາດໂຄວິດ – 19 “ເປັນສານຍານເຕືອນ”ໃຫ້ເຫັນບັນຫາເລື່ອງນີ້ ແລະ ຈາກນີ້ ຈີນຈະຕ້ອງ“ໃຫ້ຄວາມສຳຄັນກັບເລື່ອງຄວາມໝັ້ນຄົງທາງອາຫານ”.
ໂຄງການຈານສະອາດເກີດຂຶ້ນຫລັງຈາກຈີນພະເຊີນບັນຫານຳ້ຖ້ວມໃຫຍ່ທົ່ວພື້ນທີ່ທາງພາກໃຕ້ໃນໄລຍະບໍ່ເທົ່າໃດອາທິດທີ່ຜ່ານມາ ເຊິ່ງສ້າງຄວາມເສຍຫາຍຕໍ່ພື້ນທີ່ປູກຝັງ ແລະ ທຳລາຍພືດຜົນທາງການກະສິກຳຈຳນວນຫລາຍ.
ດ້ານສະມາຄົມອຸດສາຫະກຳຈັດລ້ຽງອູ່ຮັ້ນ (Wuhan Catering Industry Association)ໄດ້ອອກມາຂານຮັບນະໂຍບາຍຂອງພະນະທ່ານ ສີ ຈິ້ນຜິງ ທັນທີ ໂດຍຂໍໃຫ້ຮ້ານອາຫານຕ່າງໆໃນເມືອງຈຳກັດຈຳນວນອາຫານທີ່ລູກຄ້າສາມາດສັ່ງໄດ້ ໂດຍລູກຄ້າຕ້ອງສັ່ງອາຫານໜ້ອຍກ່ວາຈຳນວນຄົນທີ່ມາຮັບປະທານ 1 ຢ່າງ ໂດຍເອີ້ນລະບົບນີ້ວ່າ “N-1”.
ຍົກໂຕຢ່າງ ຫາກມາຮັບປະທານອາຫານຮ່ວມກັນ 10 ຄົນ ຈະສາມາດສັ່ງອາຫານໄດ້ພຽງ 9 ຢ່າງ.
ແນວໃດກໍຕາມ ອາດຕ້ອງໃຊ້ເວລາກ່ວາຈະເຮັດໃຫ້ຄົນໃນສັງຄົມຈີນຍອມຮັບລະບົບ “N-1”ເພາະການສັ່ງອາຫານປະລິມານຫລາຍກ່ວາຈຳນວນຄົນຮັບປະທານຖືເປັນເລື່ອງຂອງການສະແດງຄວາມສຸພາບໃນງານລ້ຽງ ຫາກພົບວ່າມີຈານເປົ່າ ບໍ່ມີອາຫານເຫລືອ ເຈົ້າພາບຈະຖືກເບິ່ງວ່າຈັດງານໄດ້ບໍ່ດີ ເປັນການບົ່ງບອກວ່າມີປະລິມານອາຫານບໍ່ພໍລ້ຽງແຂກ.
ທັນທີທີ່ມີການປະກາດແນວຄິດ “N-1” ກໍເກີດເປັນສຽງວິພາກວິຈານໃນໂລກອອນລາຍເຊັງແຊ່ ບາງຄົນເບິ່ງວ່າ ເປັນນະໂຍບາຍທີ່ “ເຂັ້ມງວດເກີນໄປ”ຫລາຍຄົນບອກວ່າ ຜູ້ໄປຮັບປະທານອາຫານຢູ່ຮ້ານສ່ວນຫລາຍໂດຍປົກກະຕິແລ້ວບໍ່ໄດ້ມີອາຫານເຫລືອຖິ້ມຫລາຍ, ແຕ່ງານລ້ຽງຫລູຫລາທີ່ເຈົ້າໜ້າທີ່ທາງການຈັດລ້ຽງຕ່າງຫາກທີ່ມີອາຫານເຫລືອຖິ້ມ.
ສະຖານີໂທລະພາບ CCTV ຂອງຈີນຍັງສະເໜີລາຍງານເລື່ອງການກິນໂຊກິນອວດຂອງຄົນທີ່ເຜີຍແຜ່ຄລິບການຮັບປະທານອາຫານປະລິມານຫລາຍໆ ຫລື ທີ່ເອີ້ນກັນວ່າ “ມຸກບັງ” ວ່າໄດ້ຮັບຄວາມນິຍົມໃນຫລາຍປະເທດໃນອາຊີ ລວມເຖິງໃນຈີນນຳ. ໃນລາຍງານຂອງ CCTV ລະບຸວ່າ ຜູ້ກິນໂຊກິນອວດບາງຄົນເຖິງຂັ້ນຮາກຫລັງຈາກຮັບປະທານອາຫານຫລາຍເກີນໄປ ແລະ ບໍ່ສາມາດຍ່ອຍໄດ້ທັນ.
ທີ່ຜ່ານມາຈີນເຄີຍອອກໂຄງການແກ້ບັນຫາຂີ້ເຫຍື້ອອາຫານເຫລືອຖິ້ມມາແລ້ວໃນປີ 2013 ໃນເທື່ອນັ້ນເອີ້ນວ່າໂຄງການ “ປະຕິບັດການຈານເປົ່າ” ໂດຍເນັ້ນໄປໃສ່ງານລ້ຽງຮັບຮອງຫລູຫລາທີ່ຈັດໂດຍເຈົ້າໜ້າທີ່ທາງການ ຫລາຍກ່ວາການຮັບປະທານອາຫານຂອງຄົນທົ່ວໄປ. ດ້ານກອງທຶນສັດປ່າໂລກສາກົນໃນຈີນ (WWF China)ລະບຸວ່າ ມີອາຫານເຫລືອຖິ້ມໃນຈີນປະມານ 17-18 ລ້ານໂຕນ ໃນປີ 2015.