ອາຄານ 5 ຊັ້ນໃນອິນເດຍ ຖະຫຼົ່ມ ຫຼາຍຮ້ອຍຄົນຖືກທັບຖົມ

ອາຄານ 5 ຊັ້ນໃນອິນເດຍ ຖະຫຼົ່ມ ຫຼາຍຮ້ອຍຄົນຖືກທັບຖົມ - 555 67 - ອາຄານ 5 ຊັ້ນໃນອິນເດຍ ຖະຫຼົ່ມ ຫຼາຍຮ້ອຍຄົນຖືກທັບຖົມ
ອາຄານ 5 ຊັ້ນໃນອິນເດຍ ຖະຫຼົ່ມ ຫຼາຍຮ້ອຍຄົນຖືກທັບຖົມ - kitchen vibe - ອາຄານ 5 ຊັ້ນໃນອິນເດຍ ຖະຫຼົ່ມ ຫຼາຍຮ້ອຍຄົນຖືກທັບຖົມ

ຂ່າວຕ່າງປະເທດ ວັນທີ 24 ສິງຫາ ໃຫ້ຮູ້ວ່າ: ໄດ້ມີອາພາດເມັ້ນ 5 ຊັ້ນໃນເມືອງ Mahad ທາງພາກໃຕ້ຂອງອິນເດຍຖະຫຼົ່ມລົງ, ເຮັດໃຫ້ຫຼາຍສິບຄົນຄ້າງຄາຢູ່ໃນຊາກສະຫຼັກຫັກພັງ. ເນື່ອງຈາກວ່າມີຝົນຕົກໜັກເປັນເວລາຫຼາຍວັນ, ໄດ້ເຮັດໃຫ້ອາພາດເມັ້ນ 5 ຊັ້ນໃນອິນເດຍຖະຫຼົ່ມລົງ, ຢ່າງໜ້ອຍມີຫຼາຍສິບຄົນຖືກຄ້າງຄາຢູ່ໃນຊາກສະຫຼັກຫັກພັງ.

ໃນຂະນະທີ່ອິນເດຍກຳລັງປະສົບໄພຝົນຕົກໜັກນໍ້າຖ້ວມຢ່າງຮ້າຍແຮງຢູ່ນັ້ນ, ຊໍ້າພັດມີຕຶກຖະຫຼົ່ງລົງຊໍ້າເຕີມ.

ອາຄານ 5 ຊັ້ນໃນອິນເດຍ ຖະຫຼົ່ມ ຫຼາຍຮ້ອຍຄົນຖືກທັບຖົມ - Visit Laos Visit SALANA BOUTIQUE HOTEL - ອາຄານ 5 ຊັ້ນໃນອິນເດຍ ຖະຫຼົ່ມ ຫຼາຍຮ້ອຍຄົນຖືກທັບຖົມ

ສາເຫດພາໃຫ້ຕຶກຖະຫຼົ່ມຄາດວ່າອັນເນື່ອງມາຈາກຝົນຕົກໜັກເປັນເວລາຫຼາຍວັນ ໄດ້ເຮັດໃຫ້ຮາກຖານຂອງຕົວອາຄານຊຸດລົງ.

ມີປະມານ 30 ຄົນຖືກຊ່ວຍຊີວິດອອກມາໄດ້ ແລະ ຍັງມີຢ່າງໜ້ອຍ 90 ຄົນຍັງຕົກຄ້າງຢູ່ໃຕ້ຊາກສະຫຼັກຫັກພັງ, ໃນນັ້ນມີທັງຜູ້ເຖົ້າ ແລະ ເດັກນ້ອຍ.

ໃນຈຳນວນຄົນທີ່ຕົກຄ້າງຢູ່ໃນຊາກສະຫຼັກຫັກພັງນັ້ນ ບາງທີ່ອາດຈະມີຜູ້ເສຍຊີວິດໄປແລ້ວກໍມີ.

ກ່ອນໜ້ານັ້ນ, ມີພາຍຸເຂົ້າມາໃນອິນເດຍ ເຮັດໃຫ້ດິນເຈື່ອນຢູ່ຫຼາຍບ່ອນ ແລະ ມີຜູ້ເສຍຊີວິດ 9 ຄົນ. ບັດນີ້ກໍມີຕຶກຖະຫຼົ່ມຊໍ້າເຕີມ ເພີ່ມຄວາມຫຍຸ້ງຍາກໃຫ້ແກ່ອິນເດຍ.

ຂ່າວ: ລູກເມືອງພວນ.

 

ອາຄານ 5 ຊັ້ນໃນອິນເດຍ ຖະຫຼົ່ມ ຫຼາຍຮ້ອຍຄົນຖືກທັບຖົມ - 3 - ອາຄານ 5 ຊັ້ນໃນອິນເດຍ ຖະຫຼົ່ມ ຫຼາຍຮ້ອຍຄົນຖືກທັບຖົມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!