ໄທ ໂຈະການຊື້ກຳປັ່ນດຳນໍ້າຂອງຈີນ


ແຫຼ່ງຂ່າວຈາກ zingnews ໃຫ້ຮູ້ວັນທີ 31 ສິງຫານີ້ວ່າ: ພາຍຫຼັງພົບກັບກະແສຕໍ່ຕ້ານຢ່າງໜັກຢູ່ພາຍໃນປະເທດ, ລັດຖະບານໄທ ໄດ້ຕັດສິນໃຈເລື່ອນການຊື້ກຳປັ່ນ 2 ລຳຂອງຈີນອອກໄປຕື່ມອີກເປັນເວລາ 1 ປີ.
ປີ 2017 ລັດຖະບານໄທໄດ້ສັ່ງຊື້ກຳປັ່ນດຳນໍ້າຈາກຈີນ 2 ລຳ, ມູນຄ່າ 22,5 ຕື້ ບາດ ຫຼື ປະມານ 724 ລ້ານ USD.
ເຖິງແມ່ນອະນຸກຳມະການຈັດຊື້ບໍ່ທັນມີຄວາມເປັນເອກກະພາບກໍຕາມ, ແຕ່ທ່ານ Suphon ໃນນາມປະທານການຊື້-ຂາຍໄດ້ສະໜັບສະໜູນໃຫ້ຜ່ານງົບປະມານເພື່ອຊື້້ກຳປັ່ນດັ່ງກ່າວ. ຫຼັງຈາກນັ້ນງົບປະມານກໍຖືກນຳສະເໜີຂຶ້ນຫາຄະນະກຳມາທິການການເງິນຂອງສະພາຜູ້ແທນລັດສະດອນ ໂດຍແມ່ນທ່ານ Santi Promphat ເປັນຫົວໜ້າ.
ແຕ່ຖືກກະແສຕໍ່ຕ້ານຢ່າງໜັກຈາກບັນດານັກການເມືອງ ແລະ ສຽງວິພາກວິຈານຈາກພາຍໃນປະເທດ. ພວກເຂົາໄດ້ຮຽກຮ້ອງໄດ້ສ້າງແຮງກົດດັນ ໃຫ້ສະພາຜູ້ແທນປະຊາຊົນກວດກາຄືນແຜນການຊື້ກຳປັ່ນດັ່ງກ່າວ ໃນເງື່ອນໄຂເສດຖະກິດຂອງປະເທດຊາດ ກຳລັງພົບຄວາມຫຍຸ້ງຍາກ ແລະ ຂາດງົບປະມານຊ່ວຍໜູນແກ່ການວິກິດການຈາກພະຍາດໂຄວິດ-19.
ທ່ານ Yuttapong Charasathien ສະມາຊິພັກເພື່ອໄທ ສົງໄສວ່າການຊື້ຂາຍອາດຈະບໍ່ແມ່ນການຕົກລົງລະຫວ່າງລັດຖະບານໄທ ກັບລັດຖະບານຈີນ. ທ່ານກ່າວວ່າ: ບໍ່ທັນເຫັນເອກກະສານຂໍ້ຕົກລົງຮ່ວມກັນຂອງສອງລັດຖະບານ. ການຕົກລົງຊື້ຂາຍດັ່ງກ່າວແມ່ນການຕົກລົງລະຫວ່າງບໍລິສັດເອກກະຊົນ ຫາກບໍ່ແມ່ນການຕົກລົງລະຫວ່າງກະຊວງການເງິນ ຫຼື ກະຊວງປ້ອງກັນປະເທດຂອງຈີນ ແລະ ບໍລິສັດດັ່ງກ່າວກໍບໍ່ໄດ້ຮັບການມອບສິດຈາກກະຊວງປ້ອງກັນປະເທດຂອງຈີນແຕ່ຢ່າງໃດ.
ຂ່າວ: ລູກເມືອງພວນ.