ທະນາຄານແຫ່ງ ສປປ ລາວ ດຳເນີນຊິວິດການເມືອງປັບປຸງປົວແປງພັກ


ໃນວັນທີ 26 ມິຖຸນານີ້ ອົງຄະນະພັກທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມດຳເນີນຊີວິດການເມືອງປັບປຸງ ປົວແປງພັກ ຂຶ້ນຢ່າງເປັນທາງການທີ່ສະຖາບັນການທະນາຄານ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພັນຄຳ ວິພາວັນ ກໍາມະການກົມການ ເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຫົວໜ້າຄະນະຮັບຜິດຊອບດຳ ເນີນຊີວິດການເມືອງປັບປຸງ ປົວແປງທົ່ວພັກປີ 2017, ມີ ສະຫາຍ ສົມພາວ ໄຟສິດ ກໍາມະການສູນກາງພັກ, ເລຂາຄະ ນະພັກ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ບັນດາຄະນະພັກ-ຄະນະນຳທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍ ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ທົ່ວຂະແໜງທະນາຄານ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມດັ່ງກ່າວ ຈະດຳເນີນໄປເປັນເວລາ 7 ວັນເພື່ອເຊື່ອມຊຶມເອກະສານ “ເດັດດ່ຽວປັບປຸງປົວແປງພັກໃຫ້ປອດໃສ, ເຂັ້ມແຂງ ແລະໜັກແໜ້ນ”, ຜ່ານບົດສະຫຼຸບຕີລາຄາຄວາມຮັບຜິດຊອບຂອງຄະນະພັກ ທຫລ ໃນການນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກ ທຫລ, ຄົ້ນຄວ້າປະກອບຄຳເຫັນຕໍ່ການຊີ້ນຳ-ນໍາພາຂອງອົງຄະນະພັກ ທຫລ ແລະດຳເນີນການສຳຫຼວດກວດກາຄວາມຮັບຜິດຊອບຂອງບຸກຄົນພາຍໃນຄະນະພັກ ທຫລ ສະໄໝທີ III; ພ້ອມກັນນີ້ ຈະໄດ້ຈັດຕັ້ງການທາບທາມລົງຄະແນນສຽງຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ຄະນະບໍລິ ຫານງານສູນກາງພັກ ສະໄໝທີ X ແລະຕໍ່ຄະນະບໍລິຫານງານພັກ ທຫລ ສະໄໝທີ III. ໃນໂອກາດນີ້
ສະຫາຍ ພັນຄຳ ວິພາວັນ ໄດ້ມີຄຳເຫັນເນັ້ນເຖິງຄວາມຈຳເປັນຂອງການດຳເນີນຊີວິດການເມືອງປັບປຸງ ປົວແປງທົ່ວພັກ ຊຶ່ງແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ເພື່ອແນໃສ່ປັບປຸງ ເຊີດຊູສະຕິຄວາມຮັບຜິດຊອບ ແລະເພື່ອຮັກສາບົດບາດຄວາມສາມາດການນຳພາຂອງພັກ, ຄວາມເປັນແບບຢ່າງນຳໜ້າຂອງຄະນະພັກແຕ່ລະຂັ້ນ ແລະສະມາ ຊິກພັກໃນການເຄົາລົບ ແລະປະຕິບັດຕາມກົດລະບຽບຂອງພັກ ແລະກົດໝາຍຂອງລັດຢ່າງເຂັ້ມງວດ ແລະເດັດຂາດ. ນອກຈາກນີ້ ຍັງເນັ້ນໃຫ້ຄະນະພັກ ທຫລ ສືບຕໍ່ຢ່າງແຂງແຮງໃນການປັບປຸງແກ້ໄຂບັນດາດ້ານອ່ອນຂໍ້ຄົງຄ້າງ ດ້ວຍຈິດໃຈບຸກທະລຸ ເປັນຕົ້ນແມ່ນການສຶກສາອົບຮົມການເມືອງ-ແນວຄິດ, ບັນຫາຫຍໍ້ທໍ້ໃນຖັນແຖວສະມາຊິກພັກ-ພະນັກງານ, ຄວາມກ້າຫານໃນການຕິຊົມຕົນເອງ ແລະຕິຊົມເຊິ່ງກັນ ແລະກັນ, ວຽກງານຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງ, ປັບປຸງກໍ່ສ້າງພັກໃຫ້ມີຄຸນນະພາບ, ຖືສຳຄັນແບບແຜນການນຳພາ ແລະແບບແຜນວິທີເຮັດວຽກຂອງຄະ ນະພັກ-ສະມາຊິກພັກ. ການປັບປຸງການຈັດຕັ້ງແຕ່ລະຂັ້ນ ເພື່ອໃຫ້ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງພະນັກງານ; ຍົກສູງບົດບາດວຽກງານກວດກາ; ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດໃຫ້ເຕີບໃຫຍ່ຂະຫຍາຍຕົວຕາມທີ່ພັກ ແລະລັດກຳນົດໄວ້.