ຜູ້ຂັບລົດໃຫຍ່ຕຳລົດຈັກເສຍຊີວິດ 2 ຄົນຢູ່ເສັ້ນທາງ 450 ປີໄດ້ເຂົ້າມອບຕົວກັບເຈົ້າໜ້າທີ່ແລ້ວ

- Accident 1 - ຜູ້ຂັບລົດໃຫຍ່ຕຳລົດຈັກເສຍຊີວິດ 2 ຄົນຢູ່ເສັ້ນທາງ 450 ປີໄດ້ເຂົ້າມອບຕົວກັບເຈົ້າໜ້າທີ່ແລ້ວ
- kitchen vibe - ຜູ້ຂັບລົດໃຫຍ່ຕຳລົດຈັກເສຍຊີວິດ 2 ຄົນຢູ່ເສັ້ນທາງ 450 ປີໄດ້ເຂົ້າມອບຕົວກັບເຈົ້າໜ້າທີ່ແລ້ວ

ເຈົ້າໜ້າທີ່ຈະລາຈອນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 24 ມິຖຸນາມານີ້, ທ້າວ ຄູນວິໄລ ອາຍຸ 29 ປີຢູ່ບ້ານນາທົ່ມ, ເມືອງໄຊທານີ, ນະຄອນຫລວງວຽງຈັນ, ໄດ້ເຂົ້າມອບຕົວຕໍ່ເຈົ້າໜ້າທີ່ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ, ພາຍຫລັງຂັບລົດໃຫຍ່ໄປຕໍາລົດຈັກເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນແລ້ວຂັບຂີ່ລົດໜີ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ອຸປະຕິເຫດດັ່ງກ່າວເກີດຂຶ້ນເວລາປະມານ 23:00 ໂມງຂອງວັນທີ 23 ມິຖຸນານີ້, ຢູ່ເສັ້ນທາງ 450 ປີເຂດບ້ານໂຊກນ້ອຍ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ, ໂດຍທ້າວ ຄູນວິໄລ ໄດ້ຂັບລົດກະບະວີໂກ້ ມາແຕ່ທາງທ່ານາແລ້ງເພື່ອມຸ້ງໜ້າມາທາງດົງໂດກ, ພໍຮອດຈອດຈຸດເກີດເຫດຊຶ່ງເສັ້ນທາງມີຄວາມມືດຈຶ່ງໄດ້ຕໍາທ້າຍລົດຈັກຄັນໜຶ່ງຢ່າງແຮງແລ້ວໜີໄປ, ເຮັດໃຫ້ຜູ້ຂັບຂີ່ລົດຈັກສອງຄົນຊື່ທ້າວ ວີວັນດີ ອາຍຸ 34 ປີ ແລະ ທ້າວ ທູ ອາຍຸ 43 ປີສັນຊາດຫວຽດນາມ, ພັກເຊົາຢູ່ບ້ານໂຊກຄຳ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນເສຍຊີວິດຄາທີ່.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່, ທ້າວ ຄູນວິໄລ ໃຫ້ການວ່າ:ສາເຫດທີ່ພາໃຫ້ເກີດອຸປະຕິເຫດນີ້ແມ່ນຍ້ອນຕົນເອງເບິ່ງບໍ່ເຫັນທາງຊັດເຈນ ເພາະເສັ້ນທາງບໍ່ມີໄຟເຍື່ອງທາງຈຶ່ງໄດ້ຕຳເອົາທ້າຍລົດຈັກດັ່ງກ່າວ, ພາຍຫລັງເກີດເຫດຕົນເອງກໍມີຄວາມຕົກໃຈຢ້ານຈຶ່ງຂີ່ລົດຫລົບໜີ ແລະ ເຂົ້າມອບຕົວກັບເຈົ້າໜ້າທີ່ໃນມື້ຕໍ່ມາ.

- 4 - ຜູ້ຂັບລົດໃຫຍ່ຕຳລົດຈັກເສຍຊີວິດ 2 ຄົນຢູ່ເສັ້ນທາງ 450 ປີໄດ້ເຂົ້າມອບຕົວກັບເຈົ້າໜ້າທີ່ແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!