ຈີນຕັ້ງເປົ້າເປັນປະເທດ ບໍ່ມີແກັສກາກບອນພາຍໃນປີ 2060

ຈີນຕັ້ງເປົ້າເປັນປະເທດ ບໍ່ມີແກັສກາກບອນພາຍໃນປີ 2060 -                                                                 - ຈີນຕັ້ງເປົ້າເປັນປະເທດ ບໍ່ມີແກັສກາກບອນພາຍໃນປີ 2060
ຈີນຕັ້ງເປົ້າເປັນປະເທດ ບໍ່ມີແກັສກາກບອນພາຍໃນປີ 2060 - kitchen vibe - ຈີນຕັ້ງເປົ້າເປັນປະເທດ ບໍ່ມີແກັສກາກບອນພາຍໃນປີ 2060

ປະທານ​ປະ​ເທດ ສີ​ຈິ້ນຜິ​ງ ຂອງ​ຈີນ ​ແຈ້ງຕໍ່​ສະຫະ​ປະຊາ​ຊາດ​ໃນ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ຜ່ານ​ວິ​ດີ​ໂອ​ຄອນ​ເຟີ​ເຣນວ່າ: ຈີນ​ຕັ້ງ​ເປົ້າປະ​ເທດ​ປອດ​ກາກບອນພາຍ​ໃນ​ 40 ປີ​ຕໍ່ໜ້າ ​ໂດຍ​ປະລິມານ​ການ​ປ່ອຍ​ແກັສ​ກາກ​ບອນຢູ່​ຈີນ​ຈະ​ຢູ່​ລະດັບ​ສູງ​ສຸດ​ພາຍ​ໃນ​ປີ 2030 ​ແລະ ຄ່ອຍໆ​ຫລຸດ​ລົງ​ມາ.

ທ່ານ ສີ​ຈິ້ນຜິ​ງ ກ່າວ​ວ່າ: ຈີນ​ຍຶດໝັ້ນການ​ປະຕິ​ບັດ​ຕາມ​ພັນທະກໍລະນີ​ໃນ​ຂໍ້​ຕົກລົງ​ປາຣີວ່າ​ດ້ວຍ​ການ​ແກ້​ໄຂ​ບັນຫາ​ການ​ປ່ຽນ​ແປງ​ຂອງ​ສະພາບ​ອາກາດ, ພ້ອມ​ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ທົ່ວ​ໂລກ​ຍຶດຖື​ເປັນ​ແນວທາງ​ສູ່​ການ​ເປັນ​ປະ​ເທດ​ສີຂຽວ ​ແລະ ກາກ​ບອນ​ຕໍ່າ.

ຈີນຕັ້ງເປົ້າເປັນປະເທດ ບໍ່ມີແກັສກາກບອນພາຍໃນປີ 2060 - Visit Laos Visit SALANA BOUTIQUE HOTEL - ຈີນຕັ້ງເປົ້າເປັນປະເທດ ບໍ່ມີແກັສກາກບອນພາຍໃນປີ 2060

ທ່ານ ສີ​ຈິ້ນຜິ​ງ ​ເນັ້ນວ່າ: ຂໍ້​ຕົກລົງ​ປາຣີວາງ​​ແນວທາງ​ຂັ້ນຕໍ່າ​ໃນ​ການ​ປົກ​ປ້ອງ​ໂລກ ​ເຊິ່ງ​ເປັນ​ມາ​ຕຸ​ພູມ​ຮ່ວມ​ກັນ ​ແລະ ທຸກ​ປະ​ເທດ​ຕ້ອງ​ດຳ​ເນີນ​ຕາມ​ຂັ້ນຕອນ​ຢ່າງ​ເດັດຂາດ ​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ຂໍ້​ຕົກລົງ​ນີ້.

ການ​ປະກາດ​ຂອງ​ຈີນ​ຖື​ເປັນ​ການ​ເຄື່ອນ​ໄຫວ​ທາງ​ສັນຍາ​ລັກ​ທີ່​ສຳຄັນ ​ເນື່ອງ​ຈາກ​ຈີນ​ເປັນ​ປະ​ເທດ​ອຸດສາຫະກຳ​ຂະໜາດ​ໃຫຍ່ ​ແລະ ​ເປັນ​ປະ​ເທດ​ທີ່​ປ່ອຍ​ກາກ​ບອນ​ໄດ​ອອກ​ໄຊ​ຫລາຍ​ທີ່​ສຸດ​ໃນ​ໂລກ ​ໂດຍ​ທ່າ​ທີ​ຂອງ​ຈີນ​ສວນ​ທາງ​ກັບ​ອາ​ເມ​ລິ​ກາ ​ໃນ​ຍຸກ​ທ່ານ ​ໂດ​ນັລ ທຣຳ ທີ່​ປະກາດ​ຫັນ​ຫລັງ​ໃຫ້​ຂໍ້​ຕົກລົງ​ໄປ​ກ່ອນ​ໜ້າ​ນີ້.

ນັກວິ​ເຄາະ​ຈາກ HSBC Global Research ​ເບິ່ງ​ວ່າ: ການ​ເຄື່ອນ​ໄຫວ​ຄັ້ງນີ້​ສ້າງ​ຄວາມ​ປະຫລາດ​ໃຈ ​ແລະ ​ເປັນ​ເລື່ອງ​ໜ້າ​ຍິນ​ດີ. ​ເຖິງຢ່າງ​ໃດ​ກໍ​ຕາມ, ຈີນ​ບໍ່​ໄດ້​ເປີດ​ເຜີຍ​ລາຍ​ລະອຽດ​ໂຄງການ​ວ່າ​ຈະ​ບັນລຸ​ເປົ້າໝາຍ​ການ​ປອດ​ກາກ​ບອນ​ໃນ​ໄລຍະ 40 ປີ​ຕໍ່ໜ້າ​ນີ້​ໄດ້​ແນວ​ໃດ ​ເຊິ່ງ​ເປັນ​ຄຳ​ຖາມ​ທີ່​ຍັງ​ຕ້ອງ​ຖ້າ​ຄຳ​ຕອບ.

ຈີນຕັ້ງເປົ້າເປັນປະເທດ ບໍ່ມີແກັສກາກບອນພາຍໃນປີ 2060 - 4 - ຈີນຕັ້ງເປົ້າເປັນປະເທດ ບໍ່ມີແກັສກາກບອນພາຍໃນປີ 2060
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!