ມຽນມາເປັນທີໜຶ່ງໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງຜູ້ຕິດເຊື້ອໂຄວິດ-19
September 24, 2020 - 3:42 PM


ສຳນັກຂ່າວຕ່າງປະເທດ, ລາຍລານເມື່ອເຊົ້າວັນທີ 23 ກັນຍານີ້ ໃຫ້ຮູ້ວ່າ: ປັດຈຸບັນ ມຽນມາມີຜູ້ຕິດເຊື້ອເກືອບແຕະລະດັບ 7.000 ຄົນໄປແລ້ວ, ຍັງພົບຜູ້ຕິດເຊື້ອລາຍໃໝ່ພຸ່ງສູງຂຶ້ນຢ່າງຕໍ່ເນືອງຂື້ນ. ໂດຍກະຊວງສາທາລະນະສຸກ ແລະ ກີລາຂອງມຽນມາໄດ້ລາຍງານເຊົ້າມື້ວານນີ້ວັນທີ 23 ກັນຍາວ່າ: ມີການກວດພົບຜູ້ຕິດເຊື້ອໂຄວິດ-19 216 ຄົນ. ສົ່ງຜົນໃຫ້ຍອດຕອນນີ້ມີຜູ້ຕິດເຊື້ອສະສົມພາຍໃນປະເທດເພີ່ມຂຶ້ນມາເປັນ 6959 ຄົນ, ຂະນະດຽວກັນຍອດຜູ້ເສຍຊີວິດຈາກໂຄວິດ-19 ກໍເພີ່ມຂຶ້ນເປັນ 116 ຄົນແລ້ວ.
ທັງນີ້ລັດຖະບານມຽນມາໄດ້ບັງຄັບໃຊ້ຄຳສັ່ງໃຫ້ຢູ່ແຕ່ເຮືອນ ໃນຂອບເຂດຢາງກຸ້ງໃນບໍ່ເທົ່າໃດວັນທີ່ຜ່ານມາ, ເນື່ອງຈາກຈຳນວນຜູ້ປ່ວຍໃນພາກພື້ນເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນລະຫວ່າງການແຜ່ລະບາດໃນຮອບສອງຂອງປະເທດ, ຊຶ່ງເລີ່ມຂຶ້ນແຕ່ວັນທີ 16 ສິງຫາເປັນຕົ້ນມາ.