ສ້າງຄວາມເຂັ້ມແຂງດ້ານວິຊາການກວດສອບໃຫ້ ສສຂ ທົ່ວປະເທດ

ສ້າງຄວາມເຂັ້ມແຂງດ້ານວິຊາການກວດສອບໃຫ້ ສສຂ ທົ່ວປະເທດ -                                                                                   - ສ້າງຄວາມເຂັ້ມແຂງດ້ານວິຊາການກວດສອບໃຫ້ ສສຂ ທົ່ວປະເທດ
ສ້າງຄວາມເຂັ້ມແຂງດ້ານວິຊາການກວດສອບໃຫ້ ສສຂ ທົ່ວປະເທດ - kitchen vibe - ສ້າງຄວາມເຂັ້ມແຂງດ້ານວິຊາການກວດສອບໃຫ້ ສສຂ ທົ່ວປະເທດ

ກອງປະຊຸມສໍາມະນາສ້າງຄວາມເຂັ້ມແຂງດ້ານວິຊາການ​ແຜນການ, ການ​ເງິນ ​ແລະ ກວດ​ສອບໃຫ້ແກ່ສະມາຊິກສະພາປະຊາຊົນຂັ້ນແຂວງທົ່ວ​ປະ​ເທດ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 29-30 ກັນຍາ​ນີ້ ທີ່​ແຂວງ​ບໍລິ​ຄຳ​ໄຊ ​ໂດຍກໍາມາທິການແຜນການ, ການເງິນ ແລະ ການກວດສອບສະພາ​ແຫ່ງ​ຊາດ ​ເພື່ອ​ສ້າງ​ຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ ສສຂ ​ໃນ​ການ​ເຮັດ​ໜ້າ​ທີ່​ເປັນເສນາທິການໃຫ້ແກ່ສະມາຊິກສະພາແຫ່ງຊາດ ທັງ​ເປັນ​ການຍາດແຍ່ງເອົາບົດຮຽນ ແລະ ປະສົບການຈາກອົງການຈັດຕັ້ງສາກົນຄື: CEGGA, ADB, WB, TAF, UNDP, ILO ໃນການປະເມີນຜົນ ແລະ ການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ການຕິດຕາມກວດກາການຈັດ ຕັ້ງປະຕິບັດກົດໝ ແລະ ທັງ​ເປັນ​ການກະກຽມຄວາມພ້ອມທາງດ້ານເນື້ອໃນຮັບໃຊ້ໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຊຸດທີ VIII ທີ່​ຈະ​ມາ​ເຖິງ.

​ໃນໂອກາດດັ່ງກ່າວ, ທ່ານ ລີເບີ ລີບົວປາວ ປະທານ​ກຳມາ​ທິການ​ດັ່ງກ່າວ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ເປັນໂອກາດດີທີ່ຈະໄດ້ຮ່ວມກັນຄົ້ນຄວ້າ, ປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນ, ຖອດຖອນບົດຮຽນ, ແລກປ່ຽນກົນໄກ, ວິທີການ ແລະ ມາດຕະການທີ່ເໝາະສົມ ບົນພື້ນຖານກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງ ເພື່ອຍົກສູງພາລະບົດບາດຂອງກໍາມາທິການ ແລະ ກໍາມະການໃນການປະກອບສ່ວນແກ້ໄຂສິ່ງທ້າທາຍ ແລະ ຂໍ້ຄົງຄ້າງຕ່າງໆໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.

ສ້າງຄວາມເຂັ້ມແຂງດ້ານວິຊາການກວດສອບໃຫ້ ສສຂ ທົ່ວປະເທດ - Visit Laos Visit SALANA BOUTIQUE HOTEL - ສ້າງຄວາມເຂັ້ມແຂງດ້ານວິຊາການກວດສອບໃຫ້ ສສຂ ທົ່ວປະເທດ
ສ້າງຄວາມເຂັ້ມແຂງດ້ານວິຊາການກວດສອບໃຫ້ ສສຂ ທົ່ວປະເທດ - 5 - ສ້າງຄວາມເຂັ້ມແຂງດ້ານວິຊາການກວດສອບໃຫ້ ສສຂ ທົ່ວປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!