“ຄົນທຸກ” ໃນອາຊີກັບມາເພີ່ມຂຶ້ນອີກໃນຮອບ 20 ປີ ຫລັງ COVID-19 ທຳລາຍເສດຖະກິດ

“ຄົນທຸກ” ໃນອາຊີກັບມາເພີ່ມຂຶ້ນອີກໃນຮອບ 20 ປີ ຫລັງ covid-19 ທຳລາຍເສດຖະກິດ -                                                                                                        20        - “ຄົນທຸກ” ໃນອາຊີກັບມາເພີ່ມຂຶ້ນອີກໃນຮອບ 20 ປີ ຫລັງ COVID-19 ທຳລາຍເສດຖະກິດ
“ຄົນທຸກ” ໃນອາຊີກັບມາເພີ່ມຂຶ້ນອີກໃນຮອບ 20 ປີ ຫລັງ covid-19 ທຳລາຍເສດຖະກິດ - kitchen vibe - “ຄົນທຸກ” ໃນອາຊີກັບມາເພີ່ມຂຶ້ນອີກໃນຮອບ 20 ປີ ຫລັງ COVID-19 ທຳລາຍເສດຖະກິດ

ທະນາຄານ​ໂລກ (World Bank) ​ເປີດ​ເຜີຍ​ຂໍ້​ມູນ​ຈຳນວນ​ປະຊາກອນກ້ອງ​ເສັ້ນຄວາມທຸກ​ຍາກ​ຂອງ​ພາກພື້ນອາຊີ-ປາຊີ​ຟິກອາດ​ກັບ​ມາ​ເພີ່ມ​ຂຶ້ນອີກ​ໃນ​ຮອບ 20 ປີ ຫລັງ​ຈາກ COVID-19 ທຳລາຍ​ເສດຖະກິດ​ຈົນ “ຄົນ​ທຸກ” ​ເພີ່ມ​ຂຶ້ນ​ເປັນ 38 ລ້ານ​ຄົນ ​ໃນ​ພາກພື້ນນີ້​ ມີ​ພຽງ “ສປ ຈີນ” ທີ່​ຍັງ​ລອດ.

ທະນາຄານ​ໂລກ ປະ​ເມີນ​ການ​ຂະຫຍາຍຕົວ​ທາງ​ເສດຖະກິດ​ຂອງ​ພາກພື້ນອາຊີ-ປາຊີ​ຟິກປີ​ນີ້​ຈະ​ເຕີບ​ໃຫຍ່​ພຽງ 0,9% ຫລັງ​ຜະ​ເຊີນ​ພະຍາດ​ລະບາດ COVID-19, ​ແຕ່​ຖ້າ​ເຈາະ​ໄປ​ແຕ່ລະ​ປະ​ເທດ​ແລ້ວ ຈະ​ພົບ​ວ່າ: ສປ ຈີນ ຄື​ປະ​ເທດ​ດຽວ​ທີ່​ເສດຖະກິດ​ຍັງ​ເຕີບ​ໃຫຍ່​ໄດ້ 2,0% ​ເນື່ອງ​ຈາກ​ລັດຖະບານ​ອັດ​ສີດ​​ເງິນ​ເຂົ້າລະບົບ, ການ​ສົ່ງ​ອອກ​ຍັງ​ແຂງ​ແຮງ ​ແລະ ມີ​ອັດຕາ​ຜູ້​ຕິດ​ເຊື້ອຕໍ່າ​ມາ​ແຕ່​ເດືອນ​ມີນາ, ສ່ວນ​ປະ​ເທດ​ທີ່​ເຫລືອ​ຂອງ​ພາກພື້ນຄາດ​ວ່າ​ເສດຖະກິດ​ຈະ​ຫລຸດ​ລົງ​ສະ​ເລ່ຍ -3,5%.

“ຄົນທຸກ” ໃນອາຊີກັບມາເພີ່ມຂຶ້ນອີກໃນຮອບ 20 ປີ ຫລັງ covid-19 ທຳລາຍເສດຖະກິດ - Visit Laos Visit SALANA BOUTIQUE HOTEL - “ຄົນທຸກ” ໃນອາຊີກັບມາເພີ່ມຂຶ້ນອີກໃນຮອບ 20 ປີ ຫລັງ COVID-19 ທຳລາຍເສດຖະກິດ
“ຄົນທຸກ” ໃນອາຊີກັບມາເພີ່ມຂຶ້ນອີກໃນຮອບ 20 ປີ ຫລັງ covid-19 ທຳລາຍເສດຖະກິດ - Visit Laos Visit SALANA BOUTIQUE HOTEL - “ຄົນທຸກ” ໃນອາຊີກັບມາເພີ່ມຂຶ້ນອີກໃນຮອບ 20 ປີ ຫລັງ COVID-19 ທຳລາຍເສດຖະກິດ

ຜົນ​ທາງ​ເສ​ດຖະກິດ​ເຮັດ​ໃຫ້​ປີ​ນີ້​ຄາດ​ວ່າ​ຈະ​ມີ “ຄົນ​ທຸກ” ປະມານ 38 ລ້ານ​ຄົນ​ໃນ​ອາຊີ-ປາຊີ​ຟິກ ​ໂດຍ​ຂີດ​ເສັ້ນ​ແບ່ງ​ຄວາມທຸກ​ຍາກ​ໝາຍ​ເຖິງ​ຜູ້​ທີ່​ມີ​ລາຍ​ໄດ້​ຕໍ່າ​ກວ່າ 5,5 ​ໂດ​ລາ​ສະຫະລັດ​ຕໍ່​ວັນ ຕາມ​ອັດຕາ​ຄວາມ​ສະ​ເໝີ​ພາບ​ຂອງ​ອຳນາດ​ຊື້​ໃນ​ປີ 2011 ​ໂດຍ​ລາຍ​ງານ​ນີ້​ຮວບ​ຮວມຂໍ້​ມູນ​ຈາກ 23 ປະ​ເທດ​ໃນ​ພາກພື້ນ ​ໄດ້​ແກ່ ກຳປູ​ເຈຍ, ຈີນ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ມອງ​ໂກ​ເລີຍ, ມຽນມາ,ປາ​ປົວ​ນິວກິ​ນີ, ຟີ​ລິບ​ປິນ, ​ໄທ, ຕິ​ມໍ​ເລ​ສ​ເຕ, ຫວຽດນາມ ​ແລະ ອີກ 11 ປະ​ເທດ​ເກາະ​ໃນ​ມະຫາ​ສະໝຸດ​ປາຊີ​ຟິກ.

​ໃນ​ຈຳນວນ 38 ລ້ານ​ຄົນ​ນີ້ ມີ 33 ລ້ານ​ຄົນທີ່​ຍັງ​ຢູ່​ພາຍ​ໃຕ້​ຄວາມທຸກ​ຍາກ​ຕໍ່​ໄປ ​ແລະ 5 ລ້ານ​ຄົນ​ທີ່​ເຄີຍ​ຂ້າມ​ເສັ້ນຄວາມທຸກ​ຍາກ​ໄປ​ແລ້ວ ​ແຕ່​ຕ້ອງ​ກັບ​ໄປ​ສູ່​ຄວາມທຸກ​ຍາກ​ອີກ ​ເນື່ອງ​ຈາກ​ວິ​ກິດ​ພະຍາດ​ລະບາດ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສະ​ເພາະ​ ສປ ຈີນ ທີ່​ເສດຖະກິດ​ຍັງ​ເຕີບ​ໃຫຍ່​ໄດ້ ​ເຮັດ​ໃຫ້ການ​ຄາດ​ຄະ​ເນ​ຈຳນວນ​ຄົນ​ທຸກ​ຫລຸດ​ລົງ​ຈາກ​ປີ​ກ່ອນ 8,1-9,6 ລ້ານ​ຄົນ ​ເຫລືອ​ຄົນ​ທຸກ​ໃນ​ປະ​ເທດ​ຈີນ​ຢູ່​ປະມານ 25 ລ້ານ​ຄົນ.

“ຄົນທຸກ” ໃນອາຊີກັບມາເພີ່ມຂຶ້ນອີກໃນຮອບ 20 ປີ ຫລັງ covid-19 ທຳລາຍເສດຖະກິດ - 4 - “ຄົນທຸກ” ໃນອາຊີກັບມາເພີ່ມຂຶ້ນອີກໃນຮອບ 20 ປີ ຫລັງ COVID-19 ທຳລາຍເສດຖະກິດ
“ຄົນທຸກ” ໃນອາຊີກັບມາເພີ່ມຂຶ້ນອີກໃນຮອບ 20 ປີ ຫລັງ covid-19 ທຳລາຍເສດຖະກິດ - 3 - “ຄົນທຸກ” ໃນອາຊີກັບມາເພີ່ມຂຶ້ນອີກໃນຮອບ 20 ປີ ຫລັງ COVID-19 ທຳລາຍເສດຖະກິດ
“ຄົນທຸກ” ໃນອາຊີກັບມາເພີ່ມຂຶ້ນອີກໃນຮອບ 20 ປີ ຫລັງ covid-19 ທຳລາຍເສດຖະກິດ - 5 - “ຄົນທຸກ” ໃນອາຊີກັບມາເພີ່ມຂຶ້ນອີກໃນຮອບ 20 ປີ ຫລັງ COVID-19 ທຳລາຍເສດຖະກິດ