ລາວກຽມເຂົ້າຮ່ວມໂຄງການທົດລອງສັກວັກຊີນຕ້ານ COVID-19 ໄລຍະທີ 3 ຮ່ວມກັບສະຫະພັນຣັດເຊຍ
ເມື່ອບໍ່ດົນມານີ້, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບກະຊວງສາທາລະນະສຸກ ໄດ້ເຂົ້າຮ່ວມປະຊຸມທາງໄກປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການນຳໃຊ້ວັກຊີນ ສະປຸດນິກ 5 (Sputnik V) ເຂົ້າໃນການທົດລອງສັກວັກແຊງ ຕ້ານພະຍາດໂຄວິດ-19 ໃນລາວ. ໂດຍທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ກັບ ບໍລິສັດ ຜູ້ຜະລິດວັກຊີນຕ້ານເຊື້ອພະຍາດໂຄວິດ-19 ສະຫະພັນຣັສເຊຍ.
ໃນກອງປະຊຸມດັ່ງກ່າວສອງຝ່າຍໄດ້ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການຮ່ວມມື ນໍາໃຊ້ວັກຊີນ Sputnik V ເພື່ອນຳເຂົ້າ, ຜະລິດ ແລະ ທົດລອງສັກວັກຊີນຕ້ານເຊື້ອພະຍາດໂຄວິດ-19 ໃນລາວ ແລະ ເຫັນດີເປັນເອກະພາບທີ່ຈະຮ່ວມມືກັນ ໂດຍມອບໃຫ້ສອງຝ່າຍທີ່ກ່ຽວຂ້ອງ ສືບຕໍ່ລົງເລິກລາຍລະອຽດຕ່າງໆ ແລະ ຮ່າງສັນຍາຮ່ວມມືສອງຝ່າຍ ເພື່ອຮ່ວມລົງນາມຮ່ວມມືນຳກັນ ແລະ ຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍແມ່ນ ລັດວິສາຫະກິດໂຮງງານຜະລິດຢາເລກ 3 ແລະ ບໍລິສັດ ແອັດແລນຕິກ ພາມາ ຈໍາກັດ (Atlantic Pharma Co.,Ltd) ຈະເປັນຜູ້ຊ່ວຍດຳເນີນການຮ່ວມມືດັ່ງກ່າວ.