ພະແນກການເງິນແຂວງສະຫວັນນະເຂດມອບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງເຊໂປນ, ວິລະບູລີ ແລະ ເມືອງນອງ


ໃນວັນທີ 10 ຕຸລາ, ທ່ານ ແສນສັກ ສຸລິສັກ ຫົວໜ້າພະແນກການເງິນແຂວງສະຫວັນນະເຂດ ພ້ອມບັນດາຄະນະຂະແໜງການອ້ອມຂ້າງເຊັ່ນ: ສ່ວຍສາອາກອນແຂວງ, ກອງຄຸ້ມຄອງພາສີ VI ໄດ້ນຳເອົານ້ຳດື່ມ, ປ໋ອງປາ, ໝີ່ ມູນຄ່າ 12 ລ້ານກວ່າກີບ ພ້ອມດ້ວຍເງິນ ຈຳນວນ 4,5 ລ້ານກີບ ໄປມອບໃຫ້ອໍານາດການປົກຄອງເມືອງເຊໂປນ, ເມືອງນອງ ແລະ ເມືອງວິລະບູລີ ເພື່ອນຳໄປຊ່ວຍເຫລືອບັນເທົາທຸກເບື້ອງຕົ້ນແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມໃນຄັ້ງນີ້, ໃນນັ້ນ ແມ່ນມີນ້ຳດື່ມ ຈຳນວນ 150 ແພັກ, ໝີ່ 14 ແດໃຫຍ່ 50 ແກັດນ້ອຍ, ປ໋ອງປາ 15 ແກັດໃຫຍ່. ພ້ອມນັ້ນກໍໄດ້ມອບເງິນໃຫ້ເມືອງລະ 1,5 ລ້ານກີບ.
ສໍາລັບຜົນກະທົບຈາກໄພພິບັດນ້ຳຖ້ວມໃນ 3 ເມືອງດັ່ງກ່າວມີຫລາຍບ້ານໄດ້ຮັບຜົນກະທົບ ເຊິ່ງຝົນໄດ້ຕົກແຕ່ວັນທີ 6 ຕຸລາ ເຮັດໃຫ້ນ້ຳໄດ້ໄຫລເຂົ້າຖ້ວມເນື້ອທີ່ນາ ແລະ ບ້ານເຮືອນຂອງປະຊາຊົນທີ່ຢູ່ຕາມແຄມນ້ຳຕ່າງໆໃນ 3 ເມືອງດັ່ງກ່າວ ແລະ ເຮັດໃຫ້ເສັ້ນທາງຫລາຍສາຍຖືກນ້ຳຖ້ວມ ແລະ ເປ່ເພບໍ່ສາມາດນຳໃຊ້ໄດ້.