ສັງຄົມໃຫ້ການຊ່ວຍເຫລືອ ແລະ ຍົກຍ້ອງນໍ້າໃຈນາງສາວໃຈກ້າ ໄລ່ຈັບໂຈນດຶງກະເປົ໋າ

ເຫດການໂຈນດຶງກະເປົ໋າວັນທີ 22 ຕຸລານີ້ ເກີດຂຶ້ນທີ່ ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ເຊິ່ງຜູ້ເຄາະຮ້າຍຊື່ນາງ ນາງ ລີນາ ບຸນວິໄລພອນ ນັກສຶກສາສາຂາໄຟຟ້າ ທີ່ວິທະຍາໄລສັບພະວິຊາ, ໂດຍຄລິບຈາກກ້ອງວົງຈອນເຜີຍໃຫ້ເຫັນວ່າ ເມື່ອໂຈນດຶງກະເປົ້່າແລ້ວນາງໄດ້ຕັດສິນໃຈໄລ່ຕາມ ແລະ ຈຳເອົາໂຈນຄົນດັ່ງກ່າວ ຈົນລົ້ມລົງທັງສອງ, ຫລາຍຄົນຊ່ວຍຈັບໂຈນໄດ້ ສ່ວນນາງເອງແມ່ນບາດເຈັບທີ່ຄາງ.
ຕາມຂ່າວໜ້າເຟສຕ່າງໆໃຫ້ຮູ້ວ່າ ນາງໄດ້ຮັບການຊ່ວຍເຫລືອຈາກສັງຄົມພາໄປໂຮງໝໍ ຫຍິບແຜຈຳນວນ 8 ເຂັມ.
ຜູ້ກໍ່ເຫດຊື່ທ້າວ ບ໋ອບບີ ສຸທຳ ອາຍຸ 24 ປີ ຢູ່ບ້ານດອນກອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ປັດຈຸບັນຖືກເຈົ້າໜ້າທີ່ຄວບຄຸມຕົວໄປດຳເນີນຄະດີແລ້ວ ຕາມປະຫວັດໃຫ້ຮູ້ວ່າ ຜູ້ກ່ຽວເຄີຍຖືກໂທດມາແລ້ວ 2 ຄັ້ງ.
ຈາກຄລິບວີດີໂອຈາກກ້ອງວົງຈອນເຜີຍແຜ່ອອກໄປ ເຮັດໃຫ້ສັງຄົມສະແດງຄວາມຍົກຍ້ອງຊົມເຊີຍເຖິງຄວາມໃຈກ້າຂອງນາງ ທີ່ຕັດສິນໃຈເຮັດແນວນັ້ນ ໂດຍເອົາຊີວິດເປັນເດີມພັນ ຈຶ່ງມີຄົນອາສາຊ່ວຍຄ່າແປງລົດ ແລະ ຊ່ວຍຄ່າຢາໃຫ້ແກ່ນາງຜ່ານບັນຊີຜູ້ກ່ຽວ ເຊິ່ງມາຮອດປັດຈຸບັນ ພາຍໃນວັນດຽວມີຍອດຜູ້ຊ່ວຍເຫລືອກວ່າ 50 ລ້ານກີບແລ້ວ
ຝ່າຍຜູ້ປົກຄອງທາງໂຮງຮຽນທີ່ນາງສາວລີນາ ສຶກສາຢູ່ກໍໄດ້ຮັບຂ່າວ ແລະ ໄປຢ້ຽມຢາມ ເຊີດຊູນໍ້າໃຈຂອງນາງ.
ຫລ້າສຸດ, ນາງລີນາໄດ້ອອກປະກາດຜ່ານເຟສບຸກເພຈທີ່ບໍ່ເປັນທາງການວ່າ ນ້ອງຈະນຳເງິນທີ່ໄດ້ຮັບການຊ່ວຍເຫລືອຈາກສັງຄົມ ແບ່ງໄປຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງສະຫວັນນະເຂດນຳອີກ.
ຈາກເຫດການທັງໝົດນີ້, ມັນໄດ້ເປັນບົດຮຽນໜຶ່ງໃຫ້ສັງຄົມໄດ້ຮູ້ ແລະ ເປັນແບບຢ່າງ ເຊັ່ນ ນໍ້າໃຈກ້າຫານໃນການຈັດສິນຕໍ່ເຫດການ ແຕ່ກໍຕ້ອງເບິ່ງຈັງຫວະ ເຊິ່ງເປັນເຫດການທີ່ສ່ຽງເປັນສ່ຽງຕາຍທີ່ສຸດ, ນໍ້າໃຈຈາກມວນຊົນຄົນລາວຍັງບໍ່ເຫືອດແຫ້ງ ແລະ ຕ້ອງການຄົນກ້າຫານມີນໍ້າໃຈເດັດດ່ຽວ ໂດຍການຊ່ວຍເຫລືອດ້ວຍຄວາມເຕັມໃ ແລະ ສຸດທ້າຍ ຄືເປັນເຫດການທີ່ສະທ້ອນໃຫ້ເຈົ້າໜ້າທີ່ຕຳຫລວດຕ້ອງຈິງຈັງປາບປາມພວກກຸ່ມຄົນບໍ່ດີ, ຂີ້ລັກງັດແງະ, ປຸ້ນຈີ້ຊີງຊັບ ອັນເປັນປາກົດການຫຍໍ້ທໍ້ຂອງສັງຄົມໃຫ້ໝົດໄປ.
ຫລ້າສຸດ ໄດ້ມີການອອກມາຂອບໃຈມວນຊົນ ແລະປະກາດຢຸດການຮັບການຊ່ວຍເຫລືອແລ້ວ