vivo V20 Pro 5G ສະມາດໂຟນລຸ້ນໃໝ່ລ່າສຸດຫລູຫລາລໍ້າສະໄໝ ແລະ ໂຕເຄື່ອງບາງເບົາທີ່ສຸດໃນໂລກມີວາງຈຳໜ່າຍຢູ່ລາວແລ້ວ

ໃນວັນທີ 25 ຕຸລາ 2020 ນີ້, ທາງບໍລິສັດ ວີໂວ່ລາວ (vivo Sole (Lao) Co., Ltd.) ໄດ້ຈັດງານກິດຈະກຳເປີດໂຕສະມາດໂຟນລຸ້ນໃໝ່ລ່າສຸດ vivo V20 Pro 5G ຂຶ້ນຢູ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານຜູ້ບໍລິຫານວີໂວ່ລາວ ພ້ອມດ້ວຍແຟນຄັບ ວີໂວ່ ເຂົ້າຮ່ວມເປັນຈຳນວນຫລາຍ.
ເພື່ອເປີດໂຕສິນຄ້າລຸ້ນໃໝ່ລ່າສຸດ vivo V20 Pro 5G ໃຫ້ລູກຄ້າໄດ້ເຂົ້າມາສຳຜັດສິນຄ້າໂຕຈິງພາຍໃນງານ ແລະ ຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າ ພ້ອມທັງເປັນການຄືນກຳໄລໃຫ້ກັບລູກຄ້າອີກດ້ວຍ, ເຊິ່ງພາຍໃນງານມີກິດຈະກຳຈົກສະຫລາກ ລຸ້ນຮັບລາງວັນໃຫຍ່ vivo V20 Pro 5G ແລະ ລາງວັນອື່ນໆອີກຫລາກຫລາຍຢ່າງ.
ໃນໂອກາດນີ້, ທ່ານ ເມກຂະຫລາ ກິ່ງສັກດາ ຜູ້ຈັດການຝ່າຍຜະລິດຕະພັນໄດ້ແນະນໍາຈຸດເດັ່ນໆຂອງສະມາດໂຟນ vivo V20 Pro 5G ກໍຄືເຕັກໂນໂລຊີທີ່ສາມາດຮອງຮັບ 5G ໂຕເຄື່ອງບາງເບົາທີ່ສຸດໃນໂລກ ແລະ ອີກຈຸດເດັ່ນຈະເນັ້ນທີ່ກ້ອງເປັນຫລັກ, ເຊິ່ງລຸ້ນນີ້ເອົາໃຈຜູ້ຊົມໃຊ້ຄົນລາວເຮົາ, ໂດຍສະເພາະໄວໜຸ່ມຄົນທີ່ມັກຖ່າຍຮູບເຊວຟີ່, ສາຍ Youtuber, ຄົນທີ່ມັກຖ່າຍ vlog ແລະ Live ສົດຂາຍສິນຄ້າຕ່າງໆ. ເພາະລຸ້ນນີ້ກ້ອງໜ້າມີຄວາມຄົມຊັດເຖິງ 44 ລ້ານພິກເຊວ+Eye Autofocus, ກ້ອງຫລັງຄວາມລະອຽດສູງເຖິງ 64 ລ້ານພິກເຊວ ເຊິ່ງເປັນກ້ອງທີ່ມີຄວາມລະອຽດສູງທີ່ສຸດຂອງສະມາດທ໌ໂຟນທີ່ຢູ່ໃນຊ່ວງລາຄາດຽວກັນ ແລະ ການອອກແບບມີຄວາມສວຍງາມໂດດເດັ່ນສະດຸດຕາດຽວເຮົາມາເບິ່ງລາຍລະອຽດຂອງຈຸດເດັ່ນໆນຳກັນວ່າຈະເປັນແບບໃດ.
ສຳລັບສະມາດໂຟນລຸ້ນໃໝ່ລ່າສຸດ vivo V20 Pro 5G ເຊິ່ງມີສະເປັກໃນຕົວເຄື່ອງເດັ່ນໆທີ່ບໍ່ມີສະມາດໂຟນລຸ້ນໃດປຽບທຽບໄດ້ຄື:
- ມີໂຕເຄື່ອງເບົາ ແລະ ບາງທີ່ສຸດໃນໂລກ ຍັງສາມາດຮອງຮັບສັນຍານ 5G
- ໜ້າຈໍໃຫຍ່ AMOLED ກວ້າງເຖິງ 6.44 ນິ້ວ Full HD+
- ກ້ອງໜ້າຄູ່ ເລນຫລັກຄວາມລະອຽດ 44 ລ້ານພິກເຊວ Eye Autofocus + 8 ລ້ານພິກເຊວ
- ກ້ອງຫລັງ 3 ເລນ AI ຄວາມລະອຽດ 64+8+2 ລ້ານພິກ
- ຖ່າຍພາບໄດ້ໂດດເດັ່ນໄດ້ໃນຍາມຄ່ຳຄືນດ້ວຍ Super Night Mode ບໍ່ວ່າຈະເຊວຟີ່ ຫລື ຖ່າຍພາບໃນບ່ອນມືດໆ ກໍເກັບພາບໄດ້ແຈ້ງສວຍງາມໃນຍາມຄ່ຳຄືນໄດ້ພຽງປາຍນິ້ວ.
- ກ້ອງໜ້າ ແລະ ກ້ອງຫລັງສາມາດຖ່າຍວີດີໂອໄດ້ຄວາມລະອຽດສູງເຖິງ 4K
- ຟັງຊັ່ນໃໝ່ການຖ່າຍວິດີໂອ (ຖ່າຍວີດີໂອກ້ອງໜ້າແລະກ້ອງຫລັງພ້ອມກັນໄດ້)
- ສາມາດຖ່າຍວິດີໂອ Slow motion ໄດ້ທັງກ້ອງໜ້າເເລະກ້ອງຫລັງ
- CPU ຫລື ໜ່ວຍປະມວນຜົນເປັນ Snapdragon 765G ຄວາມແຮງສູງວ່ອງໄວທຸກການສຳຜັດ
- ຄວາມຈຳ RAM 8GB + ROM 128GB
- ແບັດເຕີຣີ່ໃຫຍ່ 4000mAh ຮອງຮັບລະບົບສາກໄວ 33W (30ນາທີ ສາກເເບັດເຕີຣີໄດ້ 65%)
- ລະບົບປະຕິບັດການ Funtouch OS 11 ໃນ Android 11 ເວີຊັ່ນໃໝ່ລ່າສຸດ
- ວາງຈຳຫນ່າຍທັງຫມົດ 3 ສີ: ສີສາຍຮຸ້ງ, ສີດຳ ແລະ ສີຂາວ ໃນລາຄາພຽງ 4.799.000 ກີບເທົ່ານັ້ນ.
ຖ້າຫາກທ່ານໃດສົນໃຈສາມາດສອບຖາມຂໍ້ມູນໄດ້ທີ່ຕົວເເທນຈໍາໜ່າຍວີໂວ່ທົ່ວປະເທດ ຫລື ສາມາດສັ່ງຜ່ານອອນລາຍໄດ້ທີ່ Facebook: vivo Laos ຫລື ສາມາດຕິດຕໍ່ໄດ້ທີ່ເບີ: 030 9056977.