ກະຊວງ ຖວທ ແລະ ກາແດງລາວ ນໍາເຄື່ອງອຸປະໂພກ-ບໍລິໂພກ ໄປຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ຢູ່ ແຂວງສະຫວັນນະເຂດ


ໃນວັນທີ 26 ຕຸລານີ້ກະຊວງຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ນຳເອົາ ເຄື່ອງອຸປະໂພກ-ບໍລິໂພກ ປະກອບມີ ເຂົ້າສານຈໍານວນ 3 ໂຕນ, ນໍ້າດື່ມ 492 ແພັກ, ໝີ່ສໍາເລັດຮູບ 306 ແກັດ, ປາກະປ໋ອງ 247 ແພັກ, ເຄື່ອງນຸ່ງຫົ່ມ, ຢາປົວພະຍາດ ແລະ ເຄື່ອງໃຊ້ ສອຍທີ່ຈໍາເປັນຕ່າງໆ ລວມມູນຄ່າຫລາຍກວ່າ 100 ລ້ານກີບ ໄປຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ.
ຫົວໜ້າຫ້ອງການກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໃຫ້ຮູ້ວ່າ: ເຄື່ອງທີ່ນໍາໄປຊ່ວຍເຫລືອທັງໝົດນີ້, ແມ່ນໄດ້ຈາກການປຸກລະດົມບໍລິຈາກຂອງພະນັກງານ, ລັດຖະກອນ ພາຍໃນກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ນັກທຸລະກິດ, ຊາວຄ້າຂາຍ ຕະຫລອດຮອດມວນຊົນຊາວນະຄອນຫລວງວຽງຈັນ ໃນວັນທີ 23-24 ຕຸລາ 2020 ຜ່ານມາ ຢູ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍແມ່ນ 3 ອົງການຈັດຕັ້ງມະຫາຊົນ ຂອງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ອົງການກາແດງລາວ ໄດ້ຈັດກິດຈະກໍາຮັບບໍລິຈາກວັດຖຸປັດໄຈ ດັ່ງກ່າວໄປຊ່ວຍເຫລືອປະຊາຊົນທີ່ປະສົບໄພນໍ້າຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້, ໂດຍສະເພາະແມ່ນປະຊາຊົນບ້ານດົງໃຫຍ່, ແກ້ງກົກ, ສະກີພີນ, ກະດັບ ແລະ ບ້ານດົງນ້ອຍ ເມືອງເຊໂປນ ລວມມີ 500 ກວ່າຄອບຄົວທີ່ໄດ້ຮັບຜົນກະທົບຫນັກຈາກໄພນໍ້າຖ້ວມຄັ້ງນີ້.