ນະວັດຕະກໍາເພື່ອໂລກກັບຈັກຊັກເຄື່ອງເວົ້າໄດ້ ທີ່ສ້າງໂດຍໄວລຸ້ນອາຍຸ 14 ປີ


ເດັກນ້ອຍຊາຍອາຍຸ 14 ປີ ໄດ້ພິສູດແລ້ວວ່າເຕັກໂນໂລຊີຊ່ວຍແກ້ໄຂບັນຫາໃຫ້ແກ່ທຸກຄົນທົ່ວໂລກຢ່າງໄດ້ຜົນ. Jack DuPlessis ເປັນເດັກໄວລຸ້ນຄົນໜຶ່ງ ທີ່ອາໄສຢູ່ເມືອງ Louisville ລັດ Kentucky ລາວໄດ້ສ້າງອຸປະກອນອັດສະລິຍະທີ່ຊ່ວຍໃຫ້ຜູ້ທີ່ມີຄວາມບົກຜ່ອງທາງດ້ານການເບິ່ງເຫັນ ສາມາດໃຊ້ງານຈັກຊັກເຄື່ອງໄດ້ຢ່າງບໍ່ມີບັນຫາ ດ້ວຍລະບົບການສົ່ງສຽງເວົ້າບອກຟັງຊັນການເຮັດວຽກຕ່າງໆຂອງຈັກຊັກເຄື່ອງ (ເບິ່ງລາຍລະອຽດຈາກຄິບ) ເຊິ່ງ Jack ເອີ້ນອຸປະກອນນີ້ວ່າ Talking Laundry module ຫຼື ໂມດູລຈັກຊັກເຄື່ອງເວົ້າໄດ້ ແລະ ລາວເປັນຜູ້ຂຽນໂປຣແກຣມຂອງອຸປະກອນນີ້ເອງທັງໝົດ ເຊິ່ງໄອເດຍນີ້ໄດ້ມາຈາກພໍ່ຂອງລາວ ກໍຄື Sam DuPlessis ເປັນຫົວໜ້າທີມອອກແບບອຸປະກອນເຄື່ອງໃຊ້ໄຟຟ້າ GE.
ໂດຍ Sam DuPlessis ໄດ້ໃຫ້ຄວາມເຫັນວ່າ: ອຸປະກອນເຄື່ອງໃຊ້ໄຟຟ້າໃນທຸກວັນນີ້ ບໍ່ໄດ້ອອກແບບມາໃຫ້ເໝາະສໍາລັບຄົນທີ່ມີຄວາມບົກຜ່ອງທາງດ້ານການເບິ່ງເຫັນ ຍົກຕົວຢ່າງເຊັ່ນ: ລູກບິດຂອງເຕົາໄມໂຄເວັບ ທີ່ອ່ານລະດັບອຸນຫະພູມໄດ້ຍາກ ແລະ ຕູ້ຊັກເຄື່ອງທີ່ມີປຸ່ມກົດ ແລະຟັງຊັນຈໍານວນຫຼາຍ, ແຕ່ໂຊກດີທີ່ໃນຕອນນີ້ Jack DuPlessis ມີທາງອອກສໍາລັບບັນຫານີ້ແລ້ວ. ເດັກໄວລຸ້ນຄົນນີ້ຮຽນຮູ້ກ່ຽວກັບການຂຽນໂປຣແກຣມດ້ວຍຕົວເອງ ແລະ ຂຽນໂປຣແກຣມດ້ວຍພາສາ JavaScript ກວ່າ 1.000 ແຖວ ສໍາລັບອຸປະກອນທີ່ສົ່ງສຽງເວົ້າ ບອກຟັງຊັນການເຮັດວຽກຕ່າງໆຂອງຈັກຊັກເຄື່ອງ ໂດຍເປັນການສົ່ງໂປຣແກຣມເຂົ້າໄປໃນແຜງວົງຈອນພິເສດ (Appliance service diagnostics board) ໂດຍປົກກະຕິແລ້ວ ຊ່າງແປງຈະໃຊ້ແຜງວົງຈອນນີ້ ເພື່ອກວດສອບການເປ່ເພຂອງຈັກຊັກເຄື່ອງ, ແຕ່ Jack ນໍາເອົາແຜງວົງຈອນພິເສດນີ້ມາໃຊ້ໃນແງ່ມຸມທີ່ຕ່າງອອກໄປ.
ໂດຍອຸປະກອນເສີມທີ່ເຮັດໃຫ້ຈັກຊັກເຄື່ອງສົ່ງສຽງເວົ້າໄດ້ ມີຂະໜາດນ້ອຍຊໍ່າກັບກ່ອງຮາດດິສແບບພາຍນອກ ແລະ ການຕິດຕັ້ງເຂົ້າກັບຈັກຊັກເຄື່ອງຂອງ GE ກໍງ່າຍຫຼາຍ ພຽງແຕ່ສຽບປັກໄຟ ແລະ ເຊື່ອມຕໍ່ກ່ອງນີ້ເຂົ້າກັບບ່ອນສຽບທາງຫຼັງຈັກຊັກເຄື່ອງ ມັນຈະສົ່ງສຽງເວົ້າບອກລະດັບຄວາມແຮງໃນການປັ່ນເຄື່ອງ ແລະ ໄລຍະເວລາທີ່ເຫຼືອສໍາລັບການຊັກເຄື່ອງ ລວມທັງການເວົ້າບອກຟັງຊັນອື່ນໆອີກຫຼວງຫຼາຍ.
ແລະ Larry Skutchan ຜູ້ອໍານວຍການຂອງສູນວິໄຈເຕັກໂນໂລຊີສໍາລັບຄົນພິການທາງສາຍຕາ ໄດ້ໃຫ້ຄວາມຄິດເຫັນວ່າ: ການທີ່ສາມາດໃຊ້ຊີວິດຢູ່ໄດ້ແບບອິດສະຫຼະ ບໍ່ຕ້ອງອາໄສຄົນອື່ນນັ້ນເປັນສິ່ງທີ່ມີຄວາມສໍາຄັນຫຼາຍຕໍ່ມະນຸດ ແລະ ຕ້ອງຂອບໃຈອຸປະກອນສະຫຼາດ ເຊັ່ນຈັກຊັກເຄື່ອງເວົ້າໄດ້ ທີ່ເຮັດໃຫ້ເປົ້າໝາຍໃນເລື່ອງການໃຊ້ຊີວິດອິດສະຫຼະເປັນຈິງຂຶ້ນມາໄດ້.