ສະພາ​ແຫ່ງ​ຊາດ ສະ​ເໜີ​​ໄອຍະການ ແລະ ສານປະຊາຊົນ​ສູງ​ສຸດ ​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນຫາ ຄົງຄ້າງຕ່າງໆ

ສະພາ​ແຫ່ງ​ຊາດ ສະ​ເໜີ​​ໄອຍະການ ແລະ ສານປະຊາຊົນ​ສູງ​ສຸດ ​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນຫາ ຄົງຄ້າງຕ່າງໆ - kitchen vibe - ສະພາ​ແຫ່ງ​ຊາດ ສະ​ເໜີ​​ໄອຍະການ ແລະ ສານປະຊາຊົນ​ສູງ​ສຸດ ​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນຫາ ຄົງຄ້າງຕ່າງໆ

ໃນ​ວັນ​ທີ 5 ພະຈິກນີ້; ທ່ານ​ນາງ ບົວ​ຄຳ ທິບ​ພະ​ວົງ ປະທານ​ກຳ​ມະ​ທິການ​ຍຸຕິ​ທຳໄດ້​ຕາງໜ້າ​ໃຫ້​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ປະກອບ​ຄຳ​ເຫັນ​ໃສ່​ບົດ​ລາຍງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ປະ​ຈຳປີ 2020 ​ແລະ ທິດ​ທາງ​​ແຜ​ນການ​ຈຸດ​ສຸມ ປີ 2021 ຂອງອົງການ​ໄອ​ຍະ​ການ​ປະຊາ ຊົນ​ສູງ​ສຸດ ​ແລະ ສານ​ປະຊາຊົນ​ສູງ​ສຸດ ​ໂດຍ​ໄດ້​ສະ​ເໜີ ​ໃຫ້​ສອງ​ອົງການດັ່ງກ່າວ ສືບ​ຕໍ່​ແກ້ໄຂບາງ​ໜ້າ​ວຽກ​ທີ່​ເປັນ​ຂໍ້ຄົງຄ້າງ ​ແລະ ບໍ່​ບັນລຸ​ຕາມ​ຄາດໝາຍ ທີ່​ວາງ​ໄວ້ຍັງ​ຊັກ​ຊ້າ ແລະ ​ບໍ່​ທັນ​ບັນລຸຕາມ​ເປົ້າ​ໝາຍທີ່​ວາງ​ໄວ້ ​ເປັນ​ຕົ້ນ ການປະຕິບັດສິດສັ່ງຟ້ອງຜູ້ຖືກຫາ ແລະ ການ​ຖະ ແຫລງຄະດີຕໍ່ສານ ຂອງອົງການໄອຍະການປະຊາຊົນ ແຕ່ລະຂັ້ນບໍ່​ທັນ​ບັນລຸ​ຄາດໝາຍຂອງແຜນການ ປີ 2020, ການຕິດຕາມກວດກາ ການປະຕິບັດຄໍາຕັດສິນຂອງສານ ບໍ່ທັນເປັນປົກກະຕິ, ຕໍ່ເນື່ອງ, ຍັງບໍ່ທັນໄດ້ລົງເລິກ, ການເຂົ້າຮ່ວມຕິດຕາມກວດກາ ການຕັດສິນຄະດີ ເມື່ອພົບເຫັນມີການລະເມີດກົດໝາຍ ກໍບໍ່ໄດ້ສະ​ເໜີ​ຄັດຄ້ານ. ການ​ຊັດມ້ຽນຄະດີຈໍານວນໜຶ່ງ ຍັງບໍ່ທັນຮັບປະກັນຄວາມຖືກຕ້ອງ ຕາມຕົວຈິງ ແລະ ສອດຄ່ອງຕາມກົດໝາຍ, ບາງກໍລະນີ ການກະທໍາ ຂອງຜູ້ຖືກຫາ ຄົບອົງປະກອບຂອງການກະທໍາຜິດທາງອາຍາ ຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 7 ຂອງ ກົດໝາຍອາຍາ ແຕ່ຖືກຊັດມ້ຽນຄະດີ, ກົງກັນຂ້າມບາງກໍລະນີ ຂາດອົງປະກອບຂອງການກະທໍາຜິດ ທາງອາຍາ ແຕ່ພັດສັ່ງຟ້ອງຜູ້ຖືກຫາຂຶ້ນສານຕັດສິນ ເປັນຕົ້ນ ຄະດີລະເມີດກົດຈາລະຈອນພາໃຫ້ເກີດອຸປະຕິເຫດ ແລະ ການສໍ້ໂກງຊັບ.

ການຕິດຕາມກວດກາ ການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ ໃນການນໍາໃຊ້ບັນດາມາດຕະການສະກັດກັ້ນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 136 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ປີ 2017 ຍັງເຫັນວ່າມີການລະເມີດກົດໝາຍຈໍານວນໜຶ່ງແຕ່ບໍ່ທັນມີວິທີການແກ້ໄຂ ຢ່າງເຂັ້ມງວດ; ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ຈັນຍາບັນ, ຈັນຍາທໍາຂອງພະນັກງານໄອຍະການປະຊາຊົນ ຈໍານວນໜຶ່ງຍັງບໍ່ທັນສູງ ຍັງມີການລະເມີດກົດໝາຍ ແລະ ຖືກປະຕິບັດວິໄນ; ກົນໄກການປະສານສົມທົບລະຫວ່າງ ສູນກາງກັບທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ຍັງບໍ່ທັນກົມກຽວເທົ່າທີ່ຄວນ ເຮັດໃຫ້ການແກ້ໄຂຄະດີ ຈໍານວນໜຶ່ງຍັງບໍ່ທັນມີຄວາມເປັນເອກະພາບ ແລະ ມີການກ້າວກ່າຍສິດ, ໜ້າທີ່ເຊິ່ງກັນ ແລະ ກັນ.

ສະພາ​ແຫ່ງ​ຊາດ ສະ​ເໜີ​​ໄອຍະການ ແລະ ສານປະຊາຊົນ​ສູງ​ສຸດ ​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນຫາ ຄົງຄ້າງຕ່າງໆ - Visit Laos Visit SALANA BOUTIQUE HOTEL - ສະພາ​ແຫ່ງ​ຊາດ ສະ​ເໜີ​​ໄອຍະການ ແລະ ສານປະຊາຊົນ​ສູງ​ສຸດ ​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນຫາ ຄົງຄ້າງຕ່າງໆ

ສຳລັບສານ​ປະຊາຊົນ​ສູງ​ສຸດ ແມ່ນການຄຸ້ມຄອງບໍລິຫານສານ ແລະ ການຄົ້ນຄວ້າແກ້ໄຂຄະດີທີ່ເຂົ້າມາສານ ແຕ່ລະຂັ້ນຍັງຊັກຊ້າ, ຄໍາຕັດສິນແລະ ຄໍາພິພາກສາ ຍັງມີຂໍ້ບົກຜ່ອງຈໍານວນໜຶ່ງ ເຊິ່ງເປັນສາເຫດພາໃຫ້ການດໍາເນີນຄະດີ ຂອງສານປະຊາຊົນ ແລະ ສານທະຫານ ປະຕິບັດໄດ້ພຽງແຕ່ 58,71%, ທຽບໃສ່ມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ແມ່ນບໍ່ບັນລຸໄດ້ຕາມຄາດໝາຍ ທີ່ໄດ້ກໍານົດໄວ້ 85%. ສ່ວນການຕີລາຄາປະເມີນຜົນ ຜູ້ພິພາກສາດີ-ເກັ່ງ ບໍ່ທັນແທດເຖິງ, ບໍ່ທັນໄດ້ລົງເລິກຕີລາຄາການປະຕິບັດ ສິດ ແລະ ໜ້າທີ່ ຂອງຜູ້ພິພາກສາ ຕາມກົດໝາຍກໍານົດໄວ້, ຍັງມີຜູ້ພິພາກສາ ຈໍານວນໜຶ່ງ ຖືເບົາຕໍ່ຄວາມຮັບຜິດຊອບການເມືອງ, ຈັນຍາບັນ, ຈັນຍາທໍາ ເຊິ່ງເປັນສາເຫດພາໃຫ້ການດໍາເນີນຄະດີ ບໍ່ຮອບດ້ານ, ພາວະວິໄສ, ຫລົບໄປ, ຫລົບມາຫລາຍຄັ້ງ, ມີການຮ້ອງຂໍຄວາມເປັນທໍາຫາຫລາຍພາກສ່ວນ; ໃນຂະນະທີ່ ການສ້າງ, ປັບປຸງ ກົດຫມາຍ ແລະ ນິຕິກໍາໃຕ້ກົດໝາຍ ຍັງບໍ່ທັນບັນລຸຕາມຄາດໝາຍ ເປັນຕົ້ນ ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ບໍ່ທັນສໍາເລັດຕາມແຜນການທີ່ວາງໄວ້.

ຂ່າວ: ທະນູ​ທອງ ພາບ: ​ເກດສະໜາ 997. 900. 933. 953

 

 

 

ສະພາ​ແຫ່ງ​ຊາດ ສະ​ເໜີ​​ໄອຍະການ ແລະ ສານປະຊາຊົນ​ສູງ​ສຸດ ​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນຫາ ຄົງຄ້າງຕ່າງໆ - 3 - ສະພາ​ແຫ່ງ​ຊາດ ສະ​ເໜີ​​ໄອຍະການ ແລະ ສານປະຊາຊົນ​ສູງ​ສຸດ ​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນຫາ ຄົງຄ້າງຕ່າງໆ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!