ລາວຍົກສູງສິດທິຂອງຄົນພິການໃຫ້ຫລາຍຂຶ້ນ

ໃນວັນທີ 16 ທັນວານີ້, ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນໄດ້ຈັດກອງປະຊຸມ ເຜີຍແຜ່ບົດລາຍງານການວິໄຈພົນລະເມືອງພິການ ໃນ ສປປ ລາວ ຈາກຜົນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງ ທີ 4 ປີ 2015. ໂດຍການສະໜັບສະໜູນຈາກອົງການ UNFPA, Humanity and Inclusion (HI) ແລະ ກະຊວງການຕ່າງປະເທດນໍເວ, ເຊິ່ງຜົນຂອງການສຶກສາສະແດງໃຫ້ເຫັນຫລັກຖານຢ່າງຈະແຈ້ງວ່າ ຄົນພິການມີສະພາບເສດຖະກິດ-ສັງຄົມທີ່ທຸກຍາກກວ່າ ແລະ ມີໂອກາດທີ່ຈໍາກັດກວ່າທຽບໃສ່ປະຊາກອນທີ່ບໍ່ພິການໃນລາວ.
ທ່ານ ນາງ ພອນສະຫລີ ສຸກສະຫວັນ ຫົວໜ້າສູນສະຖິຕິແຫ່ງຊາດໃຫ້ຮູ້ວ່າ: ສປປ ລາວ ມີຈໍານວນພົນລະເມືອງ 160.881 ຄົນ ເທົ່າກັບ 2.77%ໃນກຸ່ມພົນລະເມືອງອາຍຸ 5 ປີຂຶ້ນໄປທີ່ເປັນຄົນພິການ. ອັດຕາຄວາມພິການໃນລາວ ແມ່ນສູງຂຶ້ນຢູ່ເຂດຫ່າງໄກສອກຫລີກ: 3.33% ໃນເຂດຊົນນະບົດທີ່ບໍ່ມີຖະໜົນ, 2,86% ໃນເຂດຊົນນະບົດທີ່ມີຖະໜົນ, 2,48% ໃນເຂດຕົວເມືອງ ແລະ ສູງກວ່າໃນກຸ່ມຊົນເຜົ່າ. ຊາວໜຸ່ມ ແລະ ແມ່ຍິງທີ່ພິການ ສ່ວນຫລາຍແມ່ນບໍ່ໄດ້ມີສ່ວນຮ່ວມໃນການເຂົ້າເຖິງ ການສຶກສາ ການຝຶກອົບຮົມວິຊາຊີບ ແລະ ແຮງງານ.
ເພື່ອສະທ້ອນໃຫ້ສັງຄົມລາວຮັບຮູ້ກ່ຽວກັບສະພາບຂອງຄົນພິການເຊິ່ງບົດລາຍງານໄດ້ຊີ້ໃຫ້ເຫັນເຖິງການບໍລິການທີ່ສໍາຄັນ ເພື່ອເພີ່ມທະວີການມີສ່ວນຮ່ວມ, ການສຶກສາ, ແຮງງານ, ການປົກປ້ອງທາງສັງຄົມ ລວມເຖິງບັນດາຂໍ້ມູນກ່ຽວກັບຄວາມພິການ ເພື່ອຮັບປະກັນໃຫ້ພວກເຂົາໄດ້ຮັບຜົນປະໂຫຍດຈາກການພັດທະນາສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມໃນ ສປປ ລາວ.
ທ່ານ ວິກເຕີ ວາລາດີເອໂຊ, ຮອງຜູ້ຕາງໜ້າອົງການ UNFPA ກ່າວວ່າ: “ອົງການ UNFPA ສະໜັບສະໜູນການເກັບກໍາ ແລະ ການວິເຄາະຂໍ້ມູນທີ່ຈໍາແນກກຸ່ມໂດຍຫລາກຫລາຍມິຕິ, ເພື່ອການກໍານົດກຸ່ມທີ່ດ້ອຍໂອກາດ, ໃນນັ້ນກໍລວມມີຄົນພິການ.
ຜົນຂອງການສຶກສາສະແດງໃຫ້ເຫັນວ່າ ຄົນພິການມີສະພາບເສດຖະກິດ-ສັງຄົມທີ່ທຸກຍາກກວ່າ ແລະ ມີໂອກາດທີ່ໜ້ອຍກວ່າ. ເຊິ່ງຄວາມແຕກຕ່າງນັ້ນ ຍິ່ງມີຄວາມສໍາຄັນຂຶ້ນເມື່ອວິເຄາະຈາກເພດ, ກຸ່ມລາຍໄດ້ ແລະ ກຸ່ມຊົນເຜົ່າ.