ທ່ານ ເອັມມານູເອລ ມາຄຣົງ ປະທານາທິບໍດີຝຣັ່ງ ຕິດໂຄວິດ-19
December 18, 2020 - 8:22 AM


ວັນທີ 17 ທັນວານີ້, ປະທານາທິບໍດີ ເອັມມານູເອລ ມາຄຣົງ ຂອງຝຣັ່ງ ມີຜົນການກວດຫາເຊື້ອໄວຣັສໂຄໂຣນາເປັນບວກ ຖືເປັນຜູ້ນໍາປະເທດຄົນຫລ້າສຸດທີ່ຕິດໂຄວິດ-19. ເບື້ອງຕົ້ນໄດ້ແຍກກັກຕົວເພື່ອເຝົ້າຕິດຕາມອາການແລ້ວ ໂດຍຈະຍັງປະຕິບັດໜ້າທີ່ບໍລິຫານປະເທດຕໍ່ໄປຜ່ານການເຮັດວຽກໄລຍະໄກ.
ເບື້ອງຕົ້ນຍັງບໍ່ຮູ້ວ່າປະທານາທິບໍດີຝຣັ່ງຕິດເຊື້ອຈາກສາເຫດໃດ ໂດຍມີການກວດຫາເຊື້ອຜູ້ທີ່ມີປະຫວັດໃກ້ຊິດກັບທ່ານໃນໄລຍະກ່ອນໜ້ານີ້ ເພື່ອປ້ອງກັນການແຜ່ກະຈາຍເຊື້ອເພີ່ມຂຶ້ນ ເຊິ່ງຖະແຫລງການຫລ້າສຸດບໍ່ໄດ້ລະບຸວ່າ: ທ່ານ ນາງ ບຣິຈິດ ມາຄຣົງ ແມ່ຍິງໝາຍເລກໜຶ່ງຂອງຝຣັ່ງ ຕິດໂຄວິດ-19 ນຳ ຫລື ບໍ່. ຂະນະທີ່ກຳນົດການເດີນທາງຢ້ຽມຢາມເລບານອນໃນວັນທີ 22 ທັນວານີ້ ຖືກຍົກເລີກແລ້ວ.