ບໍ່ຍອມຈົບ ! ຝ່າຍສະໜັບສະໜູນ ທຣຳ ກຽມລວມຕົວສ້າງຄວາມວຸ້ນວາຍພິທີສາບານຮັບຕຳແໜ່ງ

ບໍ່ຍອມຈົບ ! ຝ່າຍສະໜັບສະໜູນ ທຣຳ ກຽມລວມຕົວສ້າງຄວາມວຸ້ນວາຍພິທີສາບານຮັບຕຳແໜ່ງ - 872670009C392777C1BB69E49C176B32 - ບໍ່ຍອມຈົບ ! ຝ່າຍສະໜັບສະໜູນ ທຣຳ ກຽມລວມຕົວສ້າງຄວາມວຸ້ນວາຍພິທີສາບານຮັບຕຳແໜ່ງ
ບໍ່ຍອມຈົບ ! ຝ່າຍສະໜັບສະໜູນ ທຣຳ ກຽມລວມຕົວສ້າງຄວາມວຸ້ນວາຍພິທີສາບານຮັບຕຳແໜ່ງ - kitchen vibe - ບໍ່ຍອມຈົບ ! ຝ່າຍສະໜັບສະໜູນ ທຣຳ ກຽມລວມຕົວສ້າງຄວາມວຸ້ນວາຍພິທີສາບານຮັບຕຳແໜ່ງ

ສຳນັກ​ຂ່າວ NBC News ລາຍ​ງານ​ວ່າ: ກຸ່ມ​ຜູ້​ສະໜັບສະໜູນ​ປະທານາທິບໍດີ ​ໂດ​ນັລ ທຣຳ ປະກາດ​ຈະ​ກັບ​ມາ​ລວມຕົວ​ກັນ​ຢູ່​ນະຄອນຫລວງ​ວໍ​ຊິງ​ຕັນ ດີ​ຊີ ອີກ​ໃນ​ວັນ​ທີ 20 ມັງກອນ​ນີ້ ​ເຊິ່ງ​ເປັນ​ວັນ​ທີ່​ທ່ານ ​ໂຈ ​ໄບ​ເດນ ຈະ​ເຂົ້າພິທີ​ສາບານ​ຮັບ​ຕຳ​ແໜ່​ງປະທານາທິບໍດີ​ຄົນທີ 46 ຢ່າງ​ເປັນ​ທາງ​ການ.

ຜູ້​ໃຊ້​ແພກຟອມ Parler ຊຸມ​ຊົນ​ອອນ​ລາຍ​ທີ່​ນິຍົມ​ໃຊ້​ກັນ​ໃນ​ກຸ່ມ​ຜູ້​ສະໜັບສະໜູນ ທຣຳ ຄົນ​ໜຶ່ງ​ລະບຸ​ວ່າ: ພວກ​ເຮົາສ່ວນ​ຫລາຍ​ຈະ​ກັບ​ມາ​ລວມຕົວ​ກັນ​ອີກ​ໃນ​ວັນ​ທີ 19 ມັງກອນ ຈະ​ເອົາ​ອາວຸດ​ຂອງ​ພວກ​ເຮົາ​ມາ​ນຳ ​ເພື່ອ​ສະໜັບສະໜູນ​ການ​ແກ້​ໄຂ​ບັນຫາ​ຂອງ​ປະ​ເທດ ​ເຊິ່ງ​ໂລກ​ຈະບໍ່​ມີ​ມື້ລືມ ພວກ​ເຮົາ​ຈະ​ມາ​ກັນ​ຢ່າງ​ມືດ​ຟ້າ​ມົວ​ດິນ ​ໂດຍ​ທະຫານ ຫລື ຕຳຫລວດ​ຕັ້ງຮັບ​ບໍ່​ໄຫວ.

ບໍ່ຍອມຈົບ ! ຝ່າຍສະໜັບສະໜູນ ທຣຳ ກຽມລວມຕົວສ້າງຄວາມວຸ້ນວາຍພິທີສາບານຮັບຕຳແໜ່ງ - Visit Laos Visit SALANA BOUTIQUE HOTEL - ບໍ່ຍອມຈົບ ! ຝ່າຍສະໜັບສະໜູນ ທຣຳ ກຽມລວມຕົວສ້າງຄວາມວຸ້ນວາຍພິທີສາບານຮັບຕຳແໜ່ງ
ບໍ່ຍອມຈົບ ! ຝ່າຍສະໜັບສະໜູນ ທຣຳ ກຽມລວມຕົວສ້າງຄວາມວຸ້ນວາຍພິທີສາບານຮັບຕຳແໜ່ງ - Visit Laos Visit SALANA BOUTIQUE HOTEL - ບໍ່ຍອມຈົບ ! ຝ່າຍສະໜັບສະໜູນ ທຣຳ ກຽມລວມຕົວສ້າງຄວາມວຸ້ນວາຍພິທີສາບານຮັບຕຳແໜ່ງ

ຂະນະ​ທີ່​ຜູ້​ໃຊ້​ແພກຟອມ TheDonald.win ​ເຊິ່ງ​ເປັນ​ຂອງ​ກຸ່ມ​ຜູ້​ສະໜັບສະໜູນ ທຣຳ ​ເຊັ່ນ​ກັນ ອີກ​ຄົນ​ໜຶ່ງ​ລະບຸ​ວ່າ: ຮອບ​ສອງ​ ວັນ​ທີ 20 ມັງກອນ ຄັ້ງນີ້​ບໍ່​ມີ​ປານີ ຂ້ອຍ​ບໍ່​ສົນ​ໃຈ​ເຖິງ​ວ່າ​ຈະ​ຮັກສາ​ອຳນາດ​ໃຫ້ ທຣຳ ຂ້ອຍ​ສົນ​ໃຈ​ແຕ່​ສົງຄາມ.

ຈາກ​ເຫດການ​ບຸ​ກອາຄານ​ລັດຖະສະພາ​ກ່ອນ​ໜ້າ​ນີ້ ບວກ​ກັບ​ຂໍ້ຄວາມ​ປຸກລະດົມ​ດັ່ງກ່າວ​ສົ່ງ​ຜົນ​ໃຫ້​ຕຳຫລວດ​ກັງວົນ​ວ່າ​ຈະ​ເກີດ​ເຫດ​ຊໍ້າຮອຍ​ໃນ​ວັນ​ທີ 20 ມັງກອນ​ນີ້.

​ແຟຣງ ຟິກລຸ​ສຊີ ອະດີດ​ຮອງ​ຜູ້ອຳນວຍການ FBI ​ແລະ ນັກວິ​ເຄາະ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ສຳນັກ​ຂ່າວ NBC News ​ກ່າວ​ວ່າ: ມີ​ຄວາມ​ກັງວົນ​ຫລາຍ​ຂຶ້ນວ່າ​ກຸ່ມ​ຫົວ​ຮຸນ​ແຮງ​ຈະ​​ໄດ້​ໃຈ​ຈາກ​ການ​ບຸກລັດຖະສະພາ ​ເຊິ່ງໝາຍ​ຄວາມ​ວ່າ​ພວກ​ເຮົາ​ຕ້ອງ​ແຂ່ງ​ກັບ​ເວລາ​ໃນ​ການ​ແກ້​ໄຂ​ການ​ປຸກ​ປັ່ນ​ສ້າງ​ຄວາມ​ຮຸນ​ແຮງ​ກ່ອນ​ຄົນ​ກຸ່ມ​ນີ້​ຈະ​ລົງມື​ອີກ.

ຈາກ​ຂໍ້​ມູນ​ຂອງ​ກົມ​ອຸ​ທະຍານ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ເຊິ່ງມີໜ້າທີ່​ພິຈາລະນາ​ອະນຸຍາດ​ການຈັດ​ຊຸມນຸມ​ໃນ​ນະຄອນຫລວງ​ວໍ​ຊິງ​ຕັນ ດີ​ຊີ ພົບ​ວ່າ: ມີ​ຄຳ​ຂໍອະນຸຍາດ​ຊຸມນຸມ 7 ຄຳ​ຂໍ ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ໄລຍະ​ເວລາ​ທັບ​ຊ້ອນ​ກັບ​ການ​ສາບານ​ຕົນ​ຂອງ​ທ່ານ ​ໄບ​ເດນ ​ເຊິ່ງໜຶ່ງ​ໃນ​ນັ້ນ​ເປັນ​ຂອງ​ກຸ່ມ​ຜູ້​ສະໜັບສະໜູນ ທຣຳ.

ບໍ່ຍອມຈົບ ! ຝ່າຍສະໜັບສະໜູນ ທຣຳ ກຽມລວມຕົວສ້າງຄວາມວຸ້ນວາຍພິທີສາບານຮັບຕຳແໜ່ງ - 3 - ບໍ່ຍອມຈົບ ! ຝ່າຍສະໜັບສະໜູນ ທຣຳ ກຽມລວມຕົວສ້າງຄວາມວຸ້ນວາຍພິທີສາບານຮັບຕຳແໜ່ງ
ບໍ່ຍອມຈົບ ! ຝ່າຍສະໜັບສະໜູນ ທຣຳ ກຽມລວມຕົວສ້າງຄວາມວຸ້ນວາຍພິທີສາບານຮັບຕຳແໜ່ງ - 5 - ບໍ່ຍອມຈົບ ! ຝ່າຍສະໜັບສະໜູນ ທຣຳ ກຽມລວມຕົວສ້າງຄວາມວຸ້ນວາຍພິທີສາບານຮັບຕຳແໜ່ງ
ບໍ່ຍອມຈົບ ! ຝ່າຍສະໜັບສະໜູນ ທຣຳ ກຽມລວມຕົວສ້າງຄວາມວຸ້ນວາຍພິທີສາບານຮັບຕຳແໜ່ງ - 4 - ບໍ່ຍອມຈົບ ! ຝ່າຍສະໜັບສະໜູນ ທຣຳ ກຽມລວມຕົວສ້າງຄວາມວຸ້ນວາຍພິທີສາບານຮັບຕຳແໜ່ງ