ພັກ ປປ ລາວ ຜູ້ຊີ້ຂາດຕໍ່ຊະຕາກຳຂອງຊາດ

ພັກ ປປ ລາວ ຜູ້ຊີ້ຂາດຕໍ່ຊະຕາກຳຂອງຊາດ - 136173481 2755756564674682 195241249729831418 o - ພັກ ປປ ລາວ ຜູ້ຊີ້ຂາດຕໍ່ຊະຕາກຳຂອງຊາດ
ພັກ ປປ ລາວ ຜູ້ຊີ້ຂາດຕໍ່ຊະຕາກຳຂອງຊາດ - kitchen vibe - ພັກ ປປ ລາວ ຜູ້ຊີ້ຂາດຕໍ່ຊະຕາກຳຂອງຊາດ

ໂດຍ: ທິດກໍ່າ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ຈັດຂຶ້ນໃນວັນທີ 13 – 15 ມັງກອນນີ້ ດ້ວຍບັນຍາກາດຄຶກຄື້ນ ທັງມີຄວາມ  ໝາຍປະຫວັດສາດຂອງຊາດ ແລະ ຂອງພັກ. ກອງປະຊຸມຄັ້ງນີ້ ຖືເປັນກອງປະຊຸມຕັດສິນຊີ້ຂາດຕໍ່ໂຊກຊະຕາກຳຂອງຊາດໃນປັດຈຸບັນ ກໍຄືອະນາຄົດ. ຍ້ອນວ່າອະນາຄົດຂອງຊາດນັ້ນໄດ້ຝາກຝັງໄວ້ໃນພາລະກຳປະຫວັດສາດຂອງພັກປະຊາຊົນປະຕິວັດລາວໃນຍຸກທີ່ປະເທດຊາດບ້ານເມືອງພວມກ້າວເດີນໄປຕາມເສັ້ນທາງແຫ່ງຍຸກສະໄໝ ແລະ ມີສິ່ງທ້າທາຍຫລາຍດ້ານ.

ພັກ ປປ ລາວ ຜູ້ຊີ້ຂາດຕໍ່ຊະຕາກຳຂອງຊາດ - Visit Laos Visit SALANA BOUTIQUE HOTEL - ພັກ ປປ ລາວ ຜູ້ຊີ້ຂາດຕໍ່ຊະຕາກຳຂອງຊາດ

ຖືວ່ານັບແຕ່ກອງປະຊຸມໃຫຍ່ຄັ້ງທີໜຶ່ງຂອງພັກໃນປີ 1955 ມາຮອດປັດຈຸບັນ ໄດ້ດຳເນີນມາແລ້ວ 11 ຄັ້ງ, ເຊິ່ງແຕ່ລະຄັ້ງກໍໄດ້ວາງແນວທາງ ແລະ ຍຸດທະສາດທີ່ສອດຄ່ອງ ແລະ ໃນລະດັບທີ່ແຕກຕ່າງກັນ. ຕົວຢ່າງໃນກອງປະຊຸມໃຫຍ່ຄັ້ງທີ I ທີ່ໄດ້ເປີດຂຶ້ນໃນວັນທີ 22 ມີນາ ຫາວັນທີ 6 ເມສາ 1955 ຢູ່ແຂວງຫົວພັນ ໂດຍມີສະມາຊິກພັກເຂົ້າຮ່ວມ 20 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກທັງໝົດ 400 ສະຫາຍໃນທົ່ວປະເທດ. ໃນກອງປະຊຸມຄັ້ງນີ້ ໄດ້ປະກາດສ້າງຕັ້ງພັກ ໂດຍມີຊື່ວ່າ: “ພັກປະຊາຊົນລາວ” ແລະ ແຕ່ນັ້ນມາກໍໄດ້ກຳນົດເອົາວັນທີ 22 ມີນາ 1955 ເປັນວັນສ້າງຕັ້ງພັກ, ເລືອກເອົາຄະນະບໍລິຫານງານສູນກາງພັກ ປະກອບມີ 5 ສະຫາຍ ແລະ ຕໍ່ມາໄດ້ບົ່ງຕົວເພີ່ມຕື່ມ ເຊິ່ງລວມທັງໝົດ 17 ສະຫາຍ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ ບໍ່ມີກົມການເມືອງ ແລະ ຄະນະເລຂາທິການ, ມີແຕ່ຄະນະປະຈຳຂອງຄະນະບໍລິຫານງານສູນກາງພັກຈຳນວນໜຶ່ງ. ບັນຫາຍຸດທະສາດສຳຄັນທີ່ສຸດໃນກອງປະຊຸມຄັ້ງປະຖົມມະເລີກນີ້ ໄດ້ກຳນົດເອົາ 9 ຍຸດທະສາດຕົ້ນຕໍຄື: ໜຶ່ງ ກຳນົດທາດແທ້ຂອງຕົນ ແມ່ນເປັນພັກຂອງຊົນຊັ້ນກຳມະກອນ ທັງເປັນຕົວແທນແກ່ສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານ ແລະ ທັງໝົດຊາດລາວ. ສອງ ກຳນົດພື້ນຖານແນວຄິດ ແມ່ນທິດສະດີມາກ-ເລນິນ. ສາມ ກຳນົດຈຸດໝາຍສຸດທ້າຍຂອງການປະຕິວັດ ແມ່ນເພື່ອກ້າວຂຶ້ນສັງຄົມນິຍົມ. ສີ່ ກຳນົດສັດຕູຕົ້ນຕໍສະເພາະໜ້າ ແມ່ນຈັກກະພັດອາເມລິກາຜູ້ແຊກແຊງຮຸກຮານ, ລັດທິລ່າເມືອງຂຶ້ນຝຣັ່ງ ແລະ ລູກມື. ຫ້າ ກຳລັງນຳພາຊົນຊັ້ນກຳມະກອນ ໂດຍແມ່ນພັກເປັນຕົວແທນ. ຫົກ ກຳນົດກຳລັງຫລວງຂອງການປະຕິວັດ ແມ່ນປະຊາຊົນທັງຊາດ ກ່ອນອື່ນແມ່ນຊາວໄຮ່ນາຜູ້ອອກແຮງງານລາວບັນດາເຜົ່າ. ເຈັດ ກຳນົດເພື່ອນມິດຂອງການປະຕິວັດ ແມ່ນນັກຮຽນຮູ້, ນັກສຶກສາ, ປັນຍາຊົນ, ພໍ່ຄ້າຊາວຂາຍນາຍທຶນນ້ອຍ, ນາຍທຶນແຫ່ງຊາດ, ພະສົງອົງຄະເຈົ້າ, ຜູ້ຊົງຄຸນວຸດທິ, ເຈົ້າກົກເຈົ້າເຫລົ່າຕ່າງໆ. ແປດ ໜ້າທີ່ພື້ນຖານ ແມ່ນສາມັກຄີປວງຊົນທັງຊາດ, ດຳເນີນການປະຕິວັດຊາດປະຊາທິປະໄຕ, ຕ້ານຈັກກະພັດຜູ້ຮຸກຮານ ແລະ ລູກແຫລ່ງຕີນມື, ປົດປ່ອຍປະເທດຊາດ. ເກົ້າ ຄຳຂວັນຍຸດທະສາດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ.

ນັບແຕ່ມື້ປະກາດສ້າງຕັ້ງພັກປະຊາຊົນລາວໃນເມື່ອກ່ອນ ຈົນມາຮອດ ພັກປະຊາຊົນປະຕິວັດລາວໃນປັດຈຸບັນເຫັນວ່າພາລະກິດການຊີ້ນຳ-ນຳພາການປະຕິວັດລາວໄດ້ສຳເລັດລົງຢ່າງສົມບູນແບບ, ໄຊຊະນະອັນໃຫຍ່ຫລວງທີ່ບໍ່ເຄີຍມີມາໃນປະຫວັດສາດຂອງຊາດລາວແມ່ນສາມາດປົດປ່ອຍປະເທດຊາດໄດ້ຕາມຄວາມມຸ້ງມາດປາດຖະໜາ ແລະ ຍຸດທະສາດຕົ້ນຕໍຂອງພັກ. ຜ່ານພາລະກຳປະຫວັດສາດດັ່ງກ່າວ ຈຶ່ງເຫັນວ່າໃນສະພາບປັດຈຸບັນ ແລະ ອະນາຄົດ ພັກໄດ້ກາຍເປັນຜູ້ຊີ້ຂາດໂຊກຊະຕາກຳຂອງຊາດລາວ ເພື່ອກ້າວໄປບົນເສັ້ນທາງແຫ່ງຍຸກສະໄໝຂອງພາກພື້ນ ແລະ ຂອງໂລກ.

ສໍາລັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວໃນຄັ້ງນີ້ ຍິ່ງມີຄວາມສຳຄັນເປັນເລີດ ເພາະຈະໄດ້ວາງຍຸດທະສາດທີ່ແນ້ວແນ່ ແລະ ມີເປົ້າໝາຍຢ່າງເປັນຮູບປະທຳ ເພື່ອໃຫ້ພັກນັບມື້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ນຳພາຊາດກ້າວໄປຢ່າງບໍ່ຢຸດຢັ້ງ.

ພັກ ປປ ລາວ ຜູ້ຊີ້ຂາດຕໍ່ຊະຕາກຳຂອງຊາດ - 3 - ພັກ ປປ ລາວ ຜູ້ຊີ້ຂາດຕໍ່ຊະຕາກຳຂອງຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!