ຜູ້ຕິດເຊື້ອໂຄວິດ 200 ຄົນຢູ່ຍີ່ປຸ່ນເສຍຊີວິດ ຂະນະກັກຕົວຢູ່ເຮືອນ

ຜູ້ຕິດເຊື້ອໂຄວິດ 200 ຄົນຢູ່ຍີ່ປຸ່ນເສຍຊີວິດ ຂະນະກັກຕົວຢູ່ເຮືອນ - 141568109 1246830369052447 4402810528398452112 o - ຜູ້ຕິດເຊື້ອໂຄວິດ 200 ຄົນຢູ່ຍີ່ປຸ່ນເສຍຊີວິດ ຂະນະກັກຕົວຢູ່ເຮືອນ
ຜູ້ຕິດເຊື້ອໂຄວິດ 200 ຄົນຢູ່ຍີ່ປຸ່ນເສຍຊີວິດ ຂະນະກັກຕົວຢູ່ເຮືອນ - kitchen vibe - ຜູ້ຕິດເຊື້ອໂຄວິດ 200 ຄົນຢູ່ຍີ່ປຸ່ນເສຍຊີວິດ ຂະນະກັກຕົວຢູ່ເຮືອນ

ສຳນັກ​ຂ່າວ NHK ຈາກ​ຍີ່ປຸ່ນ ລາຍ​ງານ​ຄວາມ​ຄືບ​ໜ້າ​ຂອງ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໂຄ​ວິດ-19 ກາຍພັນ​ໃໝ່​ວ່າ: ຕອນ​ນີ້​ຈຳນວນ​ຜູ້​ເສຍ​ຊີວິດ​ຢູ່​ຍີ່ປຸ່ນ 200 ກວ່າ​ຄົນ ມາ​ຈາກ​ຄົນ​ທີ່​ກຳລັງ​ກັກ​ຕົວ​ຢູ່​ເຮືອນ ຫລື ​ເສຍ​ຊີວິດ​ຢູ່​ບ່ອນ​ອື່ນທີ່​ນອກ​ເໜືອ​ຈາກ​ໂຮງໝໍ ​ເພາະ​ການ​ຕິດ​ເຊື້ອ​ໂຄ​ວິດ​ທັງ​ສາຍ​ພັນ​ເກົ່າ ​ແລະ ສາຍ​ພັນ​ໃໝ່​ທີ່​ກາຍພັນ ​ເຮັດ​ໃຫ້​ສະຖານະ​ການ​ຕອນ​ນີ້​ຢູ່​ຍີ່ປຸ່ນ​ເປັນ​ສິ່ງ​ທີ່​ໜ້າ​ກັງວົນ.

ສຳນັກງານ​ຕຳຫລວດ​ແຫ່ງ​ຊາດ​ຂອງ​ຍີ່ປຸ່ນ ຢືນຢັນ​ວ່າ: ຜູ້​ເສຍ​ຊີວິດ​ດັ່ງກ່າວ​ຢ່າງ​ໜ້ອຍ 197 ຄົນ ​ເສຍ​ຊີວິດ​ຈາກ​ການ​ຕິດ​ເຊື້ອ​ໂຄ​ວິດ​ກ່ອນ​ຈະ​ເຂົ້າມາ​ຮັບ​ການ​ປິ່ນປົວ​ຢູ່​ໂຮງໝໍ ນັບ​ແຕ່​ເດືອນ​ມີນາ​ປີຜ່ານມາ ຈົນ​ຮອດ​ເດືອນ​ມັງກອນ​ປີ​ນີ້.

​ໂດຍ​ເມື່ອ​ກວດ​ສອບ​ຢ່າງ​ລະອຽດ ພົບ​ວ່າ: ການ​ເສຍ​ຊີວິດ​ຫລາຍ​ຄົນ​ໄດ້​ຮັບ​ການ​ຢືນຢັນ​ວ່າ​ຕິດ​ເຊື້ອ​ໃນ​ພາຍຫລັງ​ທີ່​ເສຍ​ຊີວິດ​ແລ້ວ ​ແລະ ນອກຈາກ​ນັ້ນຍັງ​ມີ​ຜູ້​ຕິດ​ເຊື້ອຈຳນວນ​ຫລາຍ​ທີ່​ບໍ່​ສາມາດ​ປິ່ນປົວ​ໄດ້​ທັນ ​ເພາະ​ອາການ​ຊຸດ​ໜັກ​ຢ່າງ​ວ່ອງ​ໄວ.

ຈາກ​ການ​ລາຍ​ງານ ວັນ​ທີ 25 ມັງກອນ​ຜ່ານ​ມາ ຍີ່ປຸ່ນ​ມີ​ຜູ້​ຕິດ​ເຊື້ອສະ​ສົມ​ທັງ​ໝົດ 369.197 ຄົນ, ​ເສຍ​ຊີວິດ 5.207 ຄົນ ​ແລະ ປິ່ນປົວ​ເຊົາ​ແລ້ວ 296.085 ຄົນ.

ຜູ້ຕິດເຊື້ອໂຄວິດ 200 ຄົນຢູ່ຍີ່ປຸ່ນເສຍຊີວິດ ຂະນະກັກຕົວຢູ່ເຮືອນ - 3 - ຜູ້ຕິດເຊື້ອໂຄວິດ 200 ຄົນຢູ່ຍີ່ປຸ່ນເສຍຊີວິດ ຂະນະກັກຕົວຢູ່ເຮືອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!