ຈາກລັອກດາວຍາວກ້າວສູ່ຄ່າໄຟແພງ
ໂດຍ: ມຶກບໍ່ແຫ້ງ ການລັອກດາວ ຍ້ອນການລະບາດໃນຊຸມຊົນຂອງພະຍາດໂຄວິດ-19 ແກ່ຍາວກວ່າ 2 ເດືອນໄດ້ເຮັດໃຫ້ປະຊາຊົນຈຳນວນຫຼາຍ ມີຊີວິດທີ່ຟືດເຄືອງຂຶ້ນ ບວກໃສ່ບັນຫາຄ່າໄຟສູງກວ່າປົກກະຕິ ນັ້ນຍິ່ງສ້າງຄວາມລຳບາກໃຈບໍ່ໜ້ອຍຕໍ່ປະຊາຊົນໃນວົງກວ້າງ. ການລະບາດຂອງພະຍາດໂຄວິດ-19 ຮອບສອງນີ້ນັບແຕ່ຫຼັງປີໃໝ່ລາວ ພສ. 2564 ມາຮອດວັນທີ 28 ມິຖຸນາ ນັ້ນບໍ່ມີທ່າທີ່ຈະຢຸດເຫຼືອສູນໄດ້ເທື່ອ ເຖິງວ່າຈຳນວນຂອງຜູ້ຕິດເຊື້ອໄດ້ຫຼຸດລົງ ໃນລະດັບທີ່ແນ່ນອນ…