ກິດຈະກຳ ແລະ ແຜນການຄາດຄະເນ ປີທ່ອງທ່ຽວລາວ 2024

ທ່ານ ນາງ ສວນສະຫວັນ ວິຍະເກດ  ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ສະເໜີຕໍ່ກອງປະຊຸມຄະນະຊີ້ນຳລະດັບຊາດເພື່ອຈັດປີທ່ອງທ່ຽວລາວ 2024 ຈັດຂຶ້ນໃນຕອນບ່າຍວັນທີ 22 ກັນຍາ 2023​ ທີ່ນະຄອນຫລວງວຽງຈັນ ໄດ້ຍົກໃຫ້ເຫັນວ່າ: ເພື່ອຈັດກິດຈະກໍາຕ່າງໆ ໃນໂອກາດປີທ່ອງທ່ຽວລາວ 2024 ໄດ້ສະເໜີຂໍອະນຸມັດນຳໃຊ້​ງົບ​ປະ​ມານລັດຖະບານ…

ສ່ວຍສາອາກອນ ແຂວງເຊກອງ ແຈ້ງເສຍຄ່າທໍານຽມທາງ ປະຈໍາປີ 2023 ກ່ອນວັນທີ 30 ກັນຍາ ນີ້ ຖ້າບໍ່ເສຍຕາມເວລາທີ່ກໍານົດໄວ້ ຈະຖືກປັບໃໝ 0,1% ຕໍ່ວັນ

ວັນທີ 21 ກັນຍາ 2023 ສ່ວຍສາອາກອນປະຈໍາແຂວງເຊກອງ ໄດ້ອອກແຈ້ງການ ເຖິງບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ທີ່ເປັນເຈົ້າຂອງ ຫລື ນໍາໃຊ້ພາຫະນະທຸກປະເພດໃນຂອບເຂດທົ່ວແຂວງເຊກອງ ໃຫ້ຮີບຮ້ອນຊໍາລະຄ່າທໍານຽມທາງ ປະຈໍາປີ 2023 ຊຶ່ງສາມາດຊໍາລະຜ່ານລະບົບທະນາຄານ ໂດຍນໍາໃຊ້ແອັບພຣີເຄຊັນ (Appication) ຫລື…

ກໍາປູເຈຍພົບຜູ້ຕິດເຊື້ອໄວຣັສ “ຊິກາ” ຄົນທໍາອິດໃນຮອບ 7 ປີ

ກະຊວງສາທາລະນະສຸກກໍາປູເຈຍ ຖະແຫລງຂ່າວຢືນຢັນການກວດພົບຜູ້ຕິດເຊື້ອໄວຣັສຊິກາ (Zika Virus) ຄົນທໍາອິດໃນຮອບ 7 ປີ ນັບແຕ່ປີ 2016. ຜູ້ຕິດເຊື້ອຄົນດັ່ງກ່າວເປັນເດັກນ້ອຍຜູ້ຍິງອາຍຸ 7 ປີ ຈາກແຂວງກໍປົງທໍາຕອນກາງ ເຊິ່ງເຂົ້າຮັບການປິ່ນປົວຢູ່ໂຮງໝໍແຫ່ງໜຶ່ງໃນກໍາປູເຈຍໃນທ້າຍອາທິດຜ່ານມາ ໂດຍທີມແພດສັນນິຖານເບື້ອງຕົ້ນວ່າອາດເປັນພະຍາດໄຂ້ເລືອດອອກ ກ່ອນຜົນກວດໃນວັນທີ 21 ກັນຍາຈະຢືນຢັນວ່ານາງມີຜົນກວດໄວຣັສຊິກາເປັນບວກ. ຖະແຫລງການຈາກກະຊວງສາທາລະນະສຸກກໍາປູເຈຍ ລະບຸວ່າ:…

ລາວ-ສິງກະໂປ ເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານໂຄງການຊື້-ຂາຍກະແສໄຟຟ້າ ຜ່ານ 4 ປະເທດ

ວັນທີ 22 ກັນຍາ 2023, ທ່ານ Sudesh Maniar ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມ ແລະ ພົບປະ ທ່ານ ສີນາວາ ສຸພານຸວົງ…

ເລັ່ງເຮັດວຽກຮ່ວມກັບປະຊາຄົມສາກົນ ແລະ ບັນດາປະເທດກໍາລັງພັດທະນາ ສ້າງເງື່ອນໄຂໃຫ້ປະເທດມີລາຍຮັບຈາກອາກອນຫລາຍຂຶ້ນ

ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະ, ຕາງໜ້າຄະນະຜູ້ແທນ ສປປ ລາວ, ເຂົ້າຮ່ວມກອງປະຊຸມລະດັບສູງການສະໜອງທຶນເພື່ອການພັດທະນາຢູ່ສຳນັກງານໃຫຍ່ສະຫະປະຊາຊາດ, ທີ່ນິວຢອກ, ສ.ອາເມລິກາ ແຕ່ວັນທີ 18-22 ກັນຍາ 2023ນີ້, ພາຍໃຕ້ຫົວຂໍ້“ການສະໜອງທຶນໃຫ້ ບັນດາເປົ້າໝາຍການພັດທະນາແບບຍືນຍົງສຳລັບໂລກທີ່ພັດທະນາໄປພ້ອມໆກັນ –Financing the SDGs…

ນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກ ຢູ່ ແຂວງອຸດົມໄຊ ພ້ອມທັງເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ທົ່ວບັນດາແຂວງພາກເໜືອ

ວັນທີ 22-23 ກັນຍາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເດີນທາງ ເຄື່ອນໄຫວ ແລະ ເຮັດວຽກ ຢູ່ ແຂວງອຸດົມໄຊ ເພື່ອເຂົ້າຮ່ວມກອງປະຊຸມທາງໄກປຶກສາຫາລື ກ່ຽວກັບ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ເງິນເຟີ້, ອັດຕາແລກປ່ຽນເງິນຕາ,…

ແຈ້ງເຕືອນພາຍຸດີເປຊັ່ນ ໄລຍະວັນທີ 25-27 ກັນຍາ 2023

ຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນ ໄດ້ພາດຜ່ານຢູ່ພາກໃຕ້ຂອງ ປະເທດລາວ ປ່ອງໃສ່ລົມພາຍຸດີເປ່ຊັນ ທີ່ກໍາລັງເຄື່ອນທີ່ຢູ່ໃກ້ແຄມຝັ່ງປະເທດ ຫວຽດນາມ, ໃນເວລາ 10:00 ໂມງ ຂອງວັນທີ 25 ກັນຍາ 2023. ມີຈຸດສູນ ກາງຢູ່ເສັ້ນຂະໜານທີ 15.3 ອົງສາເໜືອ ແລະ…

ປະທານອົງການກວດສອບແຫ່ງລັດ ສະເໜີໃຫ້ ເອກອັກຄະລັດຖະທູດຝຣັ່ງ ປະຈຳລາວ ສືບຕໍ່ຊຸກຍູ້ໃນຂົງເຂດວຽກງານທີ່ເຫັນວ່າມີຄວາມເປັນໄປໄດ້

ວັນທີ 22 ກັນຍາ 2023, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບ ແຫ່ງລັດ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນ. ຊີບ-ແລັງ ຊູຍອອກ (Mrs. Siv-Leng Chhuor) ເອກອັກຄະລັດຖະທູດຝຣັ່ງ…

ພະຍາດໄຂ້ເລືອດອອກຂ້າຊີວິດປະຊາຊົນຢູ່ບັງກະລາເທດຫລາຍກວ່າ 800 ຄົນແລ້ວໃນປີນີ້

ລັງກະລາເທດລາຍງານວ່າ: ມີຜູ້ເສຍຊີວິດໃນປະເທດຈາກໄຂ້ເລືອດອອກຫລາຍກວ່າ 800 ຄົນແລ້ວ ນັບແຕ່ຕົ້ນປີນີ້. ວັນທີ 24 ກັນຍາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສະຖິຕິຢ່າງເປັນທາງການລະບຸວ່າ: ຈໍານວນຜູ້ຕິດເຊື້ອໄຂ້ເລືອດອອກສະສົມທົ່ວປະເທດນັບແຕ່ຕົ້ນປີນີ້ມີຢ່າງໜ້ອຍ 176.810 ຄົນ ຈາກຈໍານວນດັ່ງກ່າວເສຍຊີວິດແລ້ວ 867 ຄົນ. ທັງນີ້, ກະຊວງສາທາລະນະສຸກບັງກະລາເທດບັນທຶກສະຖິຕິຜູ້ຕິດເຊື້ອໄຂ້ເລືອດອອກຢ່າງໜ້ອຍ 53.000 ຄົນ…

ຮອງນາຍົກລັດຖະມົນຕີ ກ່າວປາໄສຕໍ່ກອງປະຊຸມອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 78

ວັນທີ 23 ກັນຍາ 2023, ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ໄດ້ກ່າວປາໄສຕໍ່ກອງປະຊຸມອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 78 ທີ່ ນິວຢອກ ວ່າ: ປັດຈຸບັນ, ປະຊາຄົມໂລກ ກຳລັງປະເຊີນກັບຫລາຍວິກິດການ ໃນລະດັບທີ່ພວກເຮົາບໍ່ເຄີຍປະສົບພົບພໍ້ມາກ່ອນ ລວມທັງຜົນກະທົບທີ່ຍັງສືບຕໍ່ມີຢູ່…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!