ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂ່ຳນັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ

ວັນທີ 29 ພະຈິກ 2023 ທ່ານ ກາວ ຄິມ ຮຸນ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ ສຳນັກງານນາຍົກລັດຖະມົນຕີ….

ປະທານສານປະຊາຊົນສູງສຸດ ຊີ້ນຳໃຫ້ສານປະຊາຊົນເຂດ II ຍົກສູງຄວາມຮູ້ຄວາມສາມາດ ແລະ ປະຕິບັດຈັນຍາບັນ-ຈັນຍາທໍາໃນອາຊີບ

ໂອກາດຢ້ຽມຢາມເຄື່ອນໄຫວ ແລະ ເຮັດວຽກ ຢູ່ແຂວງຫົວພັນ ວັນທີ 22-26 ພະຈິກ 2023, ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ໂອ້ລົມພະນັກງານ-ສະມາຊິກພັກ ຂອງສານປະຊາຊົນເຂດ II ທີ່ເມືອງຊຽງຄໍ້ ແຂວງຫົວພັນ ນອກຈາກທ່ານໄດ້ກ່າວຍ້ອງຍໍຊົມເຊີຍພະນັກງານ-ສະມາຊິກພັກຂອງສານປະຊາຊົນເຂດ II…

ສຶກສາອົບຮົມ ເຈົ້າຂອງຮ້ານກິນດື່ມ 15 ຮ້ານທີ່ແອບແຝງຄ້າປະເວນີ

ຂ່າວປກສ ແຂວງບໍລິຄຳໄຊ ລາຍງານວ່າ: ວັນທີ 28 ພະຈິກ 2023 ຜ່ານມານີ້ ກອງບັນຊາການ ປກສ ເມືອງປາກຊັນ ແຂວງບໍລິຄຳໄຊ ລົງເຄື່ອນໄຫວກວດກາ ຮ້ານກິນດື່ມ ທີ່ມີລັກສະນະແອບແຝງການຄ້າປະເວນີ ຢູ່ເທສະບານເມືອງປາກຊັນ ພົບເຫັນ 15 ຮ້ານ, ມີສາວບໍລິການ…

ປີ 2023 ນີ້ ມີນັກໂທດໄດ້ຮັບການອະໄພຍະໂທດ 1.824 ຄົນ

ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ຖະແຫລງ ກ່ຽວກັບການອະໄພຍະໂທດໃຫ້ນັກໂທດ ປະຈໍາປີ 2023 ວ່າ: ເນື່ອງໃນໂອກາດວັນສະຖາປານາສາທາລະນະລັດ ປະຊາຊາທິປະໄຕ ປະຊາຊົນລາວ ວັນທີ 2 ທັນວາ 2023 ຄົບຮອບ…

ເລຂາທິການໃຫຍ່ອາຊຽນຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ກາວ ຄິມ ຮຸນ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະຈາກກອງເລຂາອາຊຽນ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ…

ອິດສະລາແອນ-ຮາມັດແລກປ່ຽນຕົວປະກັນ-ນັກໂທດເພີ່ມຕື່ມ ທ່າມກາງສຽງຮຽກຮ້ອງໃຫ້ຂະຫຍາຍໄລຍະເວລາຢຸດຍິງອອກໄປອີກ

ສໍານັກຂ່າວຕ່າງປະເທດລາຍງານວ່າ: ກອງທັບອິດສະລາແອນ ແລະ ກຸ່ມຮາມັດຈະມີການແລກປ່ຽນຕົວປະກັນ ແລະ ປ່ອຍຕົວນັກໂທດເພີ່ມອີກໃນວັນທີ 29 ພະຈິກ ເຊິ່ງເປັນວັນສຸດທ້າຍຂອງການຢຸດຍິງຊົ່ວຄາວ ຫລັງຈາກມີການຂະຫຍາຍເວລາຢຸດຍິງມາແລ້ວ 1 ຄັ້ງເມື່ອສອງວັນກ່ອນ ທ່າມກາງສຽງຮຽກຮ້ອງຈາກປະຊາຄົມໂລກໃຫ້ຕໍ່ຂະຫຍາຍເວລາຢຸດຍິງຊົ່ວຄາວນີ້ອອກໄປອີກ ຜ່ານການຊ່ວຍເຫລືອຂອງທາງການກາຕາ ເຊິ່ງເປັນຄົນກາງສໍາຄັນໃນການເຈລະຈາລະຫວ່າງທັງສອງຝ່າຍ. ທາງການອິດສະລາແອນລະບຸວ່າ: ການຢຸດຍິງຊົ່ວຄາວນີ້ອາດຂະຫຍາຍເວລາອອກໄປອີກໄລຍະໜຶ່ງ ຖ້າກຸ່ມຮາມັດຍັງປ່ອຍຕົວປະກັນທີ່ຄວບຄຸມໄວ້ຢ່າງໜ້ອຍ 10 ຄົນຕໍ່ວັນ,…

ກູ້ໄພອິນເດຍປະສົບຜົນສໍາເລັດ ຊ່ວຍຊີວິດກໍາມະກອນ 41 ຄົນ ຕົກຄ້າງຢູ່ໃນອຸໂມງທາງລອດພູຫິມະໄລ 17 ວັນ

ທີມກູ້ໄພອິນເດຍປະສົບຜົນສໍາເລັດໃນການຊ່ວຍຊີວິດກໍາມະກອນ 41 ຄົນ ອອກມາຈາກອຸໂມງທາງລອດພູຫິມະໄລໃນລັດອຸດຕຣາຂັນໄດ້ແລ້ວໃນວັນທີ 28 ພະຈິກ ຫລັງຈາກທັງໝົດຕົກຄ້າງຢູ່ພາຍໃນອຸໂມງຄວາມຍາວ 4,5 ກິໂລແມັດ ເຊິ່ງຖະຫລົ່ມລົງມາລະຫວ່າງການກໍ່ສ້າງນັບແຕ່ວັນທີ 12 ພະຈິກ. ປະຕິບັດການມາລາທອນເພື່ອຊ່ວຍຊີວິດກໍາມະກອນເປັນເວລາ 17 ວັນຜ່ານມາ ຜະເຊີນຄວາມຍາກລໍາບາກ ແລະ ຄວາມລົ້ມເຫລວຫລາຍເທື່ອ ເຊິ່ງໜ່ວຍກູ້ໄພໃຊ້ເຄື່ອງຈັກໃນການເຈາະຊ່ອງຜ່ານຫີນ ແລະ…

ປະດັບຫລຽນໄຊພິລະອາດຫານຊັ້ນ I ໃຫ້ການນຳແຂວງສະຫວັນນະເຂດ

ວັນທີ 28 ພະຈິກ 2023, ພິທີປະດັບຫຼຽນໄຊພິລະອາດຫານໃຫ້ແກ່ການນຳແຂວງສະຫວັນນະເຂດ ໄດ້ຈັດຂຶ້ນ ທີ່ຫ້ອງວ່າການປົກຄອງແຂວງ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານປະດັບຫລຽນຂອງ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຮອງປະທານຜູ້ປະຈຳການຄະນະກຳມະການປ້ອງກັນຊາດ (ປກຊ)-ປ້ອງກັນຄວາມສະຫງົບ (ປກສ) ສູນກາງ, ມີທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!