ຈອດລົດມັກງ່າຍ ອາດກາຍເປັນບັນຫາໜັກໜ່ວງຕໍ່ສັງຄົມ

ໂດຍ: ຜາຕຸງ ຄວາມມັກງ່າຍຂອງຄົນເຮົາມັນບໍ່ມີມື້ສິ້ນສຸດເປັນ ນອກຈາກຄວາມມັກງ່າຍໃນການຖິ້ມສິ່ງເສດເຫຼືອຂອງຈຳພວກຂີ້ເຫຍື່ອນັ້ນແລ້ວ ການໃຊ້ລົດໃຊ້ຖະໜົນກໍເຊັ່ນດຽວກັນ ກໍຍັງມີຫຼາຍໆຄົນຄວາມມັກ ງ່າຍໄດ້ກາຍເປັນເງົາຕາມຕົວຂອງຜູ້ຂັບລົດໄປແລ້ວ ເຊິ່ງມັນສະແດງອອກຫຼາຍຮູບແບບໃນເວລາຂັບລົດຕາມຖະໜົນຫົນທາງ ເປັນຕົ້ນ ແລ່ນລົດຕາມໃຈດ້ວຍຄວາມໄວເກີນກຳນົດ, ແລ່ນແຊງຊ້າຍແຊງຂວາ, ແລ່ນສວນທາງ (ຢ້ອນສອນ), ລ້ຽວລົດກະທັນຫັນຕັດໜ້າລົດຄັນອື່ນ, ແລ່ນລົດຕາມທາງຄົນຍ່າງ. ນອກຈາກນັ້ນແລ້ວສິ່ງທີ່ຄົນຂັບລົດຈຳນວນໜຶ່ງທີ່ມັກງ່າຍນັ້ນ ແມ່ນການຈອດລົດຢູ່ທາງຄົນຍ່າງ, ຈອດລົດບໍ່ແນບຂອບທາງ ຊ້ຳບໍ່ໜຳເວລາຈອດລົດພໍແຕ່ມີຫວ່າງກໍຫົວສຸບເຂົ້າປ່ອຍທ້າຍລົດອອກມາໃສ່ຫົນທາງສ້າງການກີດຂວາງໃຫ້ຜູ້ທີ່ສັນຈອນໄປມາ ຊຶ່ງການກະທຳທັງໝົດນີ້ແມ່ນເກີດຈາກຄວາມຂີ້ຄ້ານມັກງ່າຍ…

ຈະໃຊ້ເຈົ້າໜ້າທີ່ 1,000ກວ່າຄົນ ອຳນວຍຄວາມສະດວກການສັນຈອນໄລຍະປີໃໝ່ລາວ

ພັນເອກ ຄໍາສອນ ສີດາວົງ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນ ຄວາມສະຫງົບ ໄດ້ກ່າວໃນພິທີຖະແຫຼງຂ່າວງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງ ປະຈຳປີ 2025 ພາຍໃຕ້ຄໍາຂວັນ “ຖະໜົນເພື່ອຊີວິດ ຂັບລົດຊ້າ, ຊີວິດຍືນຍາວ” ໃນວັນທີ 29 ມີນາ 2025 ນີ້ວ່າ: ໄລຍະສະເຫຼີມ-ສະຫຼອງປີໃໝ່ລາວ…

ກັກຕົວພະນັກງານຂອງອົງການກວດກາແຫ່ງລັດ 4 ຄົນ ແລະ ພັກພວກ 3 ຄົນສວຍໃຊ້ຕຳແໜ່ງ, ໜ້າທີ່ຮັບສິນບົນ

ວາລະສານກວດກາ ລາຍງານວັນທີ 31 ມີນາ 2025 ນີ້ວ່າ: ວັນທີ 10 ກຸມພາ ຜ່ານມາ ພາຍຫລັງມີຂໍ້ມູນຫຼັກຖານຄົບຖ້ວນກ່ຽວກັບການກະທຳຜິດຂອງພະນັກງານຈຳນວນໜຶ່ງ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ໄດ້ມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງນຳໃຊ້ມາດຕະການກັກຕົວພະນັກງານຂອງອົງການກວດກາແຫ່ງລັດ 4 ຄົນ. ໃນນີ້ມີພະນັກງານຂັ້ນຫົວໜ້າກົມ 1 ຄົນ, ຂັ້ນຮອງຫົວໜ້າກົມ 1…

ກອງປະຊຸມສະຫຼຸບວຽກງານພະລັງງານ ແລະ ບໍ່ແຮ່ທົ່ວປະເທດ ປະຈໍາປີ 2024

ວັນທີ 31 ມີນາ 2025 ກະຊວງພະລັງງານ ແລະ ບໍ່ແຮ່ ສະຫຼຸບວຽກງານພະລັງງານ ແລະ ບໍ່ແຮ່ທົ່ວປະເທດປະຈໍາປີ 2024 ໂດຍການເປັນປະທານຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ມີຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມຂອງບັນດາກະຊວງ…

ຍັງສະຫລຸບສາເຫດບໍ່ທັນໄດ້ ເຫດດິນຍຸບຢູ່ບ້ານປາກເປັ່ງ ແຕ່ຄາດວ່າຈະລາຍງານຜົນໄວໆນີ້

ເພຈຂ່າວ Khammouan News ຂອງແຂວງຄຳມ່ວນ ລາຍງານວັນທີ 29 ມີນາ 2025 ວ່າ: ວັນທີ 25 ມີນາ 2025 ຜ່ານມາ ທ່ານ ຄໍາປຽນ ມະນີຄໍາ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່…

ອາຊຽນ ຈັດກອງປະຊຸມສຸກເສີນສະໄໝພິເສດ ກ່ຽວກັບ ເຫດການແຜ່ນດິນໄຫວ ທີ່ເກີດຂຶ້ນທີ່ ປະເທດມຽນມາ ແລະ ໄທ

ວັນທີ 30 ມີນາ 2025 ນີ້, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸກເສີນສະໄໝພິເສດ ຂອງ ລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບ ເຫດການແຜ່ນດິນໄຫວ ທີ່ເກີດຂຶ້ນຢູ່ ປະເທດ ມຽນມາ ແລະ ໄທ ໃນວັນທີ…

ນາຍົກລັດຖະມົນຕີ ໂທລະສານສະແດງຄວາມເຫັນໃຈ ຕໍ່ເຫດການແຜ່ນດິນໄຫວ ຢູ່ມຽນມາ

ວັນທີ 29 ມີນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງໂທລະສານສະແດງຄວາມເຫັນໃຈ ເຖິງ ທ່ານ ພົນເອກ ອາວຸໂສ ມິນ ອອງ ລາຍ…

ສະມາຊິກພັກຕ້ອງເປັນແວ່ນແຍງອັນໃສແຈ້ງແກ່ມະຫາຊົນ

ໂດຍ: ທິດກໍ່າ ການສະເຫລີມສະຫລອງ ວັນສ້າງຄັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ວັນທີ 22 ມີນາ ທີ່ຜ່ານມາ ເປັນວັນສຳຄັນຂອງບັນດາສະຫາຍທີ່ໄດ້ເປັນສະມາຊິກພັກຈໍານວນຫລາຍແສນຄົນໃນທົ່ວປະເທດ. ໃນແຕ່ລະປີ ເມື່ອເຖິງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ບັນດາສະຫາຍທີ່ເປັນສະມາຊິກພັກທຸກທົ່ວໜ້າຕ່າງກໍພາກພູມໃຈຕໍ່ຕົນເອງທີ່ໄດ້ຜ່ານການຝຶກຝົນຫລໍ່ຫລອມໃນແປວໄຟແຫ່ງພາລະກິດໜ້າທີ່ການງານມາຢ່າງລະອຽດລະອ້ຽວຈົນວ່າການຈັດຕັ້ງເຊື່ອໝັ້ນຮັບເຂົ້າເປັນສະມາຊິກຂອງພັກ. ກ່ອນຈະໄດ້ເຂົ້າເປັນສະມາຊິກຂອງພັກ ມັນກໍບໍ່ແມ່ນເລື່ອງທີ່ງ່າຍດາຍ ຕ້ອງຜ່ານການຕິດຕາມຜົນງານຄຸນສົມບັດປະຕິວັດມີປະຫວັດຈະແຈ້ງ ແລະ…

70 ປີໃຕ້ການນໍາພາຂອງພັກ

ໂດຍ: ທິດກໍ່າ ມາຮອດປີ 2025 ເປັນປີຄົບຮອບ 70 ປີແຫ່ງການສ້າງຕັ້ງພັກປະຊາຊົນປະຕິວັດລາວ. ດັ່ງພວກເຮົາຮູ້ນໍາກັນແລ້ວວ່າ ພັກປະຊາຊົນປະຕິວັດລາວເປັນພັກຂອງຊົນຊັ້ນກໍາມະຊີບໂດຍລວມ ຫລື ເວົ້າອີກຢ່າງໜຶ່ງແມ່ນເປັນພັກພັນທະພາບກໍາມະກອນຊາວນາທີ່ມາຈາກປະຊາຊົນເພື່ອປະຊາຊົນ ແລະ ຮັບໃຊ້ປະຊາຊົນ, ໃນນັ້ນປະກອບມີຊົນຊັ້ນກໍາມະກອນ, ຊາວໄຮ່ນາ ແລະ ປັນຍາຊົນທີ່ຮັກຊາດ ຕະຫລອດກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທີ່ເຮັດໜ້າທີ່ພິທັກຮັກສາປະເທດຊາດເພື່ອປົກປ້ອງມາຕຸພູມອັນແສນຮັກ ແລະ ຫວງແຫນຂອງຊາດລາວ…

ພ້ອມກັນເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງພັກ

ໂດຍ: ທິດກໍ່າ ການສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໄດ້ຜ່ານພົ້ນໄປດ້ວຍບັນຍາກາດອັນດີ, ມີຄວາມໝາຍ ແລະ ຍິ່ງໃຫຍ່ທາງດ້ານປະຫວັດສາດຂອງຊາດ ແລະ ຂອງພັກ. ເວົ້າໄດ້ວ່າຜ່ານການສະເຫລີມສະຫລອງວັນສ້າງຕັ້ງພັກໃນປີ 2025 ຄັ້ງນີ້ ໄດ້ມີກິດຈະກໍາຫລາຍຢ່າງທີ່ສະທ້ອນໃຫ້ເຫັນເຖິງຂະບວນການຕ່າງໆຂອງຊາດ ແລະ ຂອງພັກ. ສະເພາະຢູ່ນະຄອນຫລວງວຽງຈັນ ອັນເປັນສູນກາງທາງດ້ານການເມືອງ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!