ສືບຕໍ່ຕິດແຜ່ນກາໝາຍນຳໃຊ້ QR code ໃສ່ລົດຂອງລັດ
ວັນທີ 12-13 ຕຸລາ 2022 ທີ່ຫ້ອງວ່າການສຳນັກງານປະທານປະເທດ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ມີພິທີການຕິດແຜ່ນກາໝາຍນໍາໃຊ້ QR code ເພື່ອຕິດໃສ່ລົດຂອງລັດທີ່ຂຶ້ນກັບຫ້ອງວ່າການສຳນັກງານປະທານປະເທດ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດ ຂຶ້ນຢ່າງເປັນທາງການ ເພື່ອເປັນການເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ລົງວັນທີ 29 ກັນຍາ…